ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ແລະ ສປຊ ປະນາມ ການໂຈມຕີ ຄ້າຍພັກ ຊາວອິຣ່ານພັດຖິ່ນ


ຊາວອິຣ່ານພັດຖິ່ນ ຊຶ່ງເປັນສະມາຊິກຈຸນຶ່ງຂອງອົງການ Mujahedeen-e-Khalq ຢູ່ໃນຄ້າຍ
ຊາວອິຣ່ານພັດຖິ່ນ ຊຶ່ງເປັນສະມາຊິກຈຸນຶ່ງຂອງອົງການ Mujahedeen-e-Khalq ຢູ່ໃນຄ້າຍ
ສະຫະລັດ ​ແລະ​ທ່ານ​ພັນ​ ຄີ​ມູນ ​ເລຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ດ​ໄດ້​ປະນາມ​ການ​ໂຈມ​ຕີ ​ຕໍ່​ຄ້າຍຊາວ​ອິຣ່ານລີ້​ໄພ​ຢູ່​ໃນ​ອິຣັກ ​ແລະ​ຮຽກຮ້ອງ ​ໃຫ້​ນໍາ​ເອົາພວກ​ທີ່​ຮັບຜິດ ຊອບຕໍ່​ເຫດການໂຈມ​ຕີ​ດັ່ງກ່າວ ມາ​ດໍ​າ​ເນີນ​ຄະ​ດີ​ໃຫ້​ໄດ້. ທ່ານ​ນາງ Victoria Nuland ​ໂຄສົກ​ກະຊວງຕ່າງປະ​ເທດ​ສະຫະລັດ ​ເອີ້ນ​ການ​ໂຈມ​ຕີ​ນີ້​ວ່າ “ຊົ່ວ​ຮ້າຍ​ ​ແລະໄຮ້ເຫດ ຜົນທີ່​ສຸດ”

ທາງ​ການ​ອີຣັກ​ເວົ້າ​ວ່າ ​ເມື່ອ​ວັນ​ເສົາ​ວານ​ນີ້ ພວກ​ຄົນ​ຮ້າຍໄດ້​ຍິງ​ຈະຫຼວດ​ໃສ່​ຄ້າຍແຫ່ງ​ນຶ່ງ ຊຶ່ງ​ເປັນ​ທີ່​ພັກ​ຂອງ​ຊາວ​ອິຣ່ານທີ່​ບໍ່ພໍ​ໃຈ​ລັດຖະບານ ທີ່​ໄດ້ ສັງຫານ​ຢ່າງ​ໜ້ອຍຫົກ​ຄົນ ​ແລະ​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ອີກປະມານ 40 ຄົນ.

​ເວລາ​ນີ້​ ຍັງ​ບໍ່​ມີ​ໃຜ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ຕໍ່ເຫດການ​ໂຈມ​ຕີ ຢູ່​ໃກ້​ນະ​ຄອນຫຼວງ​ Baghdad ທີ່​ຄ້າຍ Hurriya ຊຶ່ງ​ເຄີຍ​ເປັນ​ຄ້າຍທະຫານ​ສະຫະລັດ ທີ່​ເອີ້ນ​ວ່າ Camp Liberty ຫລື ​ຄ້າຍ​ອິດສະຫຼະພາບ​ນັ້ນ.

ຄ້າຍ​ດັ່ງກ່າວ ​ເປັນ​ບ່ອນ​ພັກພາ​ອາໄສ​ຂອງ​ສະມາຊິກ​ກຸ່ມຊາວ​ອິຣ່ານພັດ​ຖິ່ນ ທີ່​ເອີ້ນ​ວ່າ Mojahedin-e-Khalq ຫຼືປະຊາຊົນ Mojahedin ຫຼື MEK

ກຸ່ມ MEK ​ໄດ້​ຈັດ​ຕັ້ງ​ຂຶ້ນມາ​ໃນ​ຊຸມ​ປີ 1960 ​ເພື່ອ​ຄັດຄ້ານ​ພະ​ເຈົ້າ Shah ຂອງ​ອິຣ່ານ
ທີ່​ໜຸນຫຼັງ​ໂດຍ​ສະຫະລັດ ​ແຕ່​ກໍໄດ້​ພາກັນຈັບ​ອາວຸດ​ລຸກ​ຂື້ນ​ຕໍ່ຕ້ານ​ພວກນັກບວດ ​ທີ່​ເຂົ້າ​
ມາ​ປົກຄອງ​ປະ​ເທດແທນ ຫຼັງຈາກ​ການ​ປະຕິ​ວັດ​ອີສລາມ​ຂອງ​ປີ 1979.

ກຸ່ມ​ດັ່ງກ່າວ​ເຄີຍ​ຢູ່​ໃນ​ບັນຊີຜູ້​ກໍ່​ການ​ຮ້າຍ​ຂອງ​ສະຫະລັດ ອັງກິດ ​ແລະ​ສະຫະພາບ​ຢູ​ໂຣບ ​
ແຕ່​ກໍ​ໄດ້ຖືກ​ລືບ​ຊື່ອອກ​ຈາກ​ບັນຊີດັ່ງກ່າວ ​ຕັ້ງ​ແຕ່​ນັ້ນ​ມາ.
XS
SM
MD
LG