ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

5 ຄົນ ເສຍຊີວິດ ໃນເຫດ ຈະລາຈົນ ຢູ່ຄຸກ ອິນໂດເນເຊຍ (ສະໄລດ໌)


5 ຄົນເສຍຊີວິດ ແລະນັກໂທດ 100 ຄົນ ​ພາກັນ​ຫລົບໜີ​ອອກຈາກຄຸກ​​ ທີ່​​ແອ​ອັດ​ເກີນໄປ ໃນອິນໂດເນເຊຍ. 50 ຄົນໄດ້ຖືກ ຈັບໄດ້.
5 ຄົນເສຍຊີວິດ ແລະນັກໂທດ 100 ຄົນ ​ພາກັນ​ຫລົບໜີ​ອອກຈາກຄຸກ​​ ທີ່​​ແອ​ອັດ​ເກີນໄປ ໃນອິນໂດເນເຊຍ. 50 ຄົນໄດ້ຖືກ ຈັບໄດ້.
ບັນດາ​ເຈົ້າ​ໜ້າ​ທີ່ ​ໃນພາກ​ຕາ​ເວັນ​ຕົກ​ ຂອງອິນ​ໂດ​ເຊຍ ກໍາລັງ
​ພາກັນ​ຊອກ​ຫາ ພວກນັກ​ໂທດ​ປະມານ 100 ຄົນ​ທີ່​ພາກັນ​ຫລົບ
ໜີ​ອອກຈາ​ກຄຸກທີ່ແອ​ອັດ​ເກີນຂອບ​ເຂດ ​ໃນ​ລະຫວ່າງ​ທີ່ມີ​ການ​
ກໍ່ຈະລາຈົນ ທີ່​ເຮັດ​ໃຫ້ຢ່າງ​ໜ້ອຍ​ຫ້າ​ຄົນ​ເສຍ​ຊີວິດ.

ຕໍາ​ຫລວດແລະ​ທະຫານ ​ໄດ້​ຈັບ​ພວກ​ນັກ​ໂທດ​ຄືນ​ແລ້ວປະມານ
50 ຄົນ​ໃນ​ຄືນ ​ແລ້ວນີ້ ຮວມ​ທັງພວກ​ທີ່​ຖືກ​ຕັດສິນ​ໂທດ​ວ່າ​ເປັນ​
ຜູ້​ກໍ່​ການ​ຮ້າຍ.

ບັນດາ​ເຈົ້າ​ໜ້າ​ທີ່​ຄຸມຄຸກ Tanjung Gusta ທີ່​ເມືອງ Medan
ກ່າວ​ວ່າ ການກໍ່ ຈະລາຈົນ​ເລີ້ມ​ຈາກໄຟ​ຟ້າ​ມອດ ທີ່​ເຮັດ​ໃຫ້​ຄຸກ​
ບໍ່​ມີ​ນໍ້າໃຊ້.

ພວກ​ນັກ​ໂທດ​ພາກັນ​ເອົາ​ໄຟ​ຈູດຄຸກ ​ແລະ​ຫລາຍ​ກວ່າ 150 ຄົນ
​ໄດ້​ພາກັນ​ຫລົບ ໜີ. ມີ​ພວກ​ທີ່​ຖືກ​ຕັດສິນ​ໂທດ​ວ່າ ​ເປັນ​ຜູ້​ກໍ່​ການ​
ຮ້າຍຢ່າງ​ໜ້ອຍ​ສິບກວ່າ​ຄົນຮວມ ຢູ່​ນໍາ​ບັນດາ​ຜູ້​ຫລົບໜີ. ​ແຫ​ລ່ງ
ຂ່າວ​ຂອງ​ຄຸກ​ຍັງ​ກ່າວ​ວ່າ ມີພວກຍາມ​ຄຸກ​ຫຼາຍຄົນ ​ໄດ້​ຖືກ​ຈັບ
ເປັນ​ໂຕປະກັນ ​ໃນ​ຂະ​ນະ​ທີ່​ເຈົ້າໜ້າ​ທີ່​ຄຸກ 3 ຄົນ ​ແລະ​ນັກ​ໂທດ​ສອງ​ຄົນ​ໄດ້​ຖືກ​ຂ້າ​ຕາຍ​
ຍ້ອນຄວາມ​ຮຸນ​ແຮງ​ດັ່ງກ່າວ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີ​ການ​ສົ່ງຕໍາ​ຫລວດ​ຫລາຍ​ພັນ​ຄົນ ໄປປະຕິບັດ​ງານ​ຢູ່ໃນ​ບໍລິ ​ເວນອ້ອມ​
ແອ້ມ​ຄຸກ ຂະນະ​ທີ່​ພວກ​ດັບ​ເພີງ​ກໍາລັງ​ມອດໄຟ​ຢູ່​ທາງ​ໃນ.

XS
SM
MD
LG