ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫ້າຄົນເສຍຊີວິດ ໃນການໂຈມຕີ ທີ່ສົງໄສວ່າ ມາຈາກກອງກຳລັງປະຕິວັດຕິດອາວຸດຂອງໂຄລອມເບຍ ຫຼື FARC


ແຜນທີ່ສະແດງໃຫ້ເຫັນປະເທດໂຄລອມເລຍ
ແຜນທີ່ສະແດງໃຫ້ເຫັນປະເທດໂຄລອມເລຍ

ບັນດາເຈົ້າໜ້າທີ່ ໄດ້ກ່າວໃນວັນອາທິດວານນີ້ວ່າ ຫ້າຄົນຖືກຂ້າຕາຍ ໃນການໂຈມຕີໂດຍພວກກະບົດທີ່ສົງໄສວ່າເປັນສະມາຊິກຂອງກອງກຳລັງປະຕິວັດຕິດອາວຸດຂອງໂຄລອມເບຍ ຫຼືເອີ້ນຫຍໍ້ວ່າ FARC ທີ່ຄັດຄ້ານລັດຖະບານ ອີງຕາມລາຍງານຂອງອົງການຂ່າວ AFP.

ກອງທັບບົກ ໄດ້ກ່າວວ່າ ເຫດການຮ້າຍແຮງດັ່ງກ່າວ ເກີດຂຶ້ນຢູ່ “ສະຖານທີ່ຈັດຕັ້ງສາທາລະນະ” ໃນເຂດຊົນນະບົດ ຕູມາໂຄ ຂອງເມືອງນາຣີໂນ ທາງພາກໃຕ້ຂອງປະເທດ.

ໂຄລອມເບຍ ກຳລັງປະສົບກັນການໂຈມຕີ ທີ່ຮ້າຍແຮງສຸດ ໂດຍກຸ່ມປະກອບອາວຸດທັງຫຼາຍ ນັບຕັ້ງແຕ່ຂໍ້ຕົກລົງສັນຕິພາບ ໄດ້ຖືກລົງນາມກັບ ກຸ່ມ FARC ໃນປີ 2016.

ຖະແຫລງການຂອງກອງທັບໄດ້ກ່າວວ່າ ເປັນທີ່ສົ່ງໄສກັນວ່າ ພວກທີ່ຄັດຄ້ານໃນກຸ່ມ FARC ທີ່ມາຈາກຖັນແຖວ ຢູຣີອັສ ເຣັນໂດນ (Urias Rendon) “ໄດ້ເດີນທາງໄປຮອດສະຖານທີ່ຈັດຕັ້ງດ້ວຍລົດຄັນນຶ່ງ ແລ້ວຍິງປືນເຂົາໃສ່ຢ່າງບໍ່ເລືອກໜ້າ.”

ສອງຄົນໄດ້ຖືກຂ້າຕາຍ ຢູ່ທີ່ຈຸດເກີດເຫດ ແລະອີກສາມຄົນໄດ້ເສຍຊີວິດ ຍ້ອນບາດແຜຈາກລູກປືນ ຫຼັງຈາກທີ່ໄດ້ຖືກນຳສົ່ງໄປໂຮງໝໍ.

ອີກຫົກຄົນກໍໄດ້ຮັບບາດເຈັບ.

ອີງຕາມກຸ່ມສັງເກດການ ອິນເດີປາຊ (Indepaz) ຂອງໂຄລອມເບຍ ນຶ່ງໃນຜູ້ເຄາະຮ້າຍນັ້ນ ແມ່ນເປັນຜູ້ຍິງອາຍຸ 15 ປີ.

ອົງການທີ່ບໍ່ຂຶ້ນກັບລັດຖະບານ ກະປະມານວ່າ ໄດ້ມີການໂຈມຕີ 73 ຄັ້ງຢູ່ໃນປະເທດ ມາເຖິງປີ 2021. ການໂຈມຕີໃນແຕ່ລະເທື່ອນັ້ນ ນຶ່ງໃນເກົ້າຄົນໃດ ໄດ້ຖືກຂ້າຕາຍ ດັ່ງທີ່ກຸ່ມອິນເດີປາຊ ໄດ້ກ່າວຢູ່ໃນເວັບໄຊ.

ພົນຕີ ອາລວາໂຣ ເປເຣສ ໄດ້ກ່າວວ່າ ການໂຈມຕີນັ້ນກຳລັງຖືກສືບສວນສອບ ສວນຢູ່. ທ່ານກ່າວຕື່ມວ່າ ມີການປະເຊີນໜ້າກັນດ້ວຍອາວຸດຫຼາຍຂຶ້ນເມື່ອບໍ່ດົນມານີ້ ຢູ່ໃນພາກພື້ນດັ່ງກ່າວ ຊຶ່ງເປັນນຶ່ງໃນພື້ນທີ່ຢູ່ພາຍໃຕ້ການຜະລິດຢາເສບຕິດ ທີ່ໃຫຍ່ທີ່ສຸດໃນໂລກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG