ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຢ່າງນ້ອຍ 4 ຄົນ ເສຍຊີວິດ ໃນການໂຈມຕີ ກໍ່ການຮ້າຍໃນເຂດ Xinjiang ຂອງຈີນ


ທະຫານຈີນ ລາດຕະເວນ ຂົງເຂດ Xinjiang, 22 ພຶດສະພາ, 2014.
ທະຫານຈີນ ລາດຕະເວນ ຂົງເຂດ Xinjiang, 22 ພຶດສະພາ, 2014.

ໄດ້​ມີ 4 ຄົນ ​ແລ້ວຖືກ​ສັງຫານ ​ໃນ​ອັນ​ທີ່​ສື່​ມວນຊົນຂອງລັດຖະບານຈີນບັລະຍາຍ​ວ່າ​
ເປັນ “ການ​ໂຈມ​ຕີກໍ່ການ​ຮ້າຍ” ​ທີ່ຫ້ອງການ​ພັກ​ຄອມ​ມຸຍນິສ ​ໃນ​ຂົງ​ເຂດ Xinjiang
ທາງ​ພາກຕາ​ເວັນ​ຕົກ​ຂອງ​ປະ​ເທດ.

​ອິງ​ຕາມ​ອົງການ​ຂ່າວ​ຊິນ​ຫົວທາງການແມ່ນວ່າ ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ​ເວົ້າ​ວ່າ ພວກ​ຫົວ​ຮຸນແຮງມຸສລິ​ມ ​ໄດ້​ລະ​ເບີດລູກແຕກທີ່​ເຮັດ​ເອງ ​ໃນ​ວັນ​ພຸດ​ວານ​ນີ້ ​ສັງຫານ ຄົນ​ນຶ່ງ​ແລະ​ເຮັດໃຫ້ບາດ​ເຈັບ​ 3 ຄົນ. ລາຍ​ງານເວົ້າ​ວ່າ ພວກ​ຕຳຫຼວດ​ໄດ້ຍິງ​ຄົນ​ຮ້າຍ​ທັງ​ສີ່​ຄົນຕາຍ ​
ແລະ​ເອີ້ນ​ການ​ໂຈມ​ຕີ​ດັ່ງກ່າວ​ວ່າ​ “ເປັນ​ການ​ກໍ່​ການ​ຮ້າຍ.”

ຜູ້​ຄົນ​ຈຳນວນ​ຫຼາຍ​ຮ້ອຍ​ຄົນ ​ໄດ້​ຖືກ​ສັງຫານ​ໃນ​ຊາຍ​ແດນ ຂົງ​ເຂດ Xinjiang ​ໃນ​ຮອບ
​ຫຼາຍ​ປີຜ່ານມາ ​ຍ້ອນ​ຄວາມ​ຮຸນ​ແຮງ​ລະຫວ່າງ​ຊາວ​ມຸສລິ​ມ ວີ​ເກີ ​ກັບຊາວ​ຈີນ​ຊົນເຜົ່າຮັນ
ຊຶ່ງ​ເປັນຊົນ​ກຸ່ມ​ໃຫຽ່ໃນ​ຈີນ.

ຊາຍຊາວວີເກີຜູ້ນຶ່ງ ເບິ່ງລົດທີ່ລຳລຽງທະຫານປະຊາຊົນປະຕິວັດຈີນ ເພື່ອທຳການຕໍ່ຕ້ານການໂຈມຕີພວກກໍ່ການຮ້າຍ ທີ່ເມືອງ Urumqi, Xinjiangມ ປະເທດຈີນ.
ຊາຍຊາວວີເກີຜູ້ນຶ່ງ ເບິ່ງລົດທີ່ລຳລຽງທະຫານປະຊາຊົນປະຕິວັດຈີນ ເພື່ອທຳການຕໍ່ຕ້ານການໂຈມຕີພວກກໍ່ການຮ້າຍ ທີ່ເມືອງ Urumqi, Xinjiangມ ປະເທດຈີນ.

ລັດຖະບານ​ໄດ້​ຖິ້ມ​ໂທດ​ໃສ່​ປະຊາ​ຄົມຊາວ​ມຸສລິ​ມ ວີ​ເກີ ພວກ​ຊຶ່ງ​ຊອກ​ຫາ​ຊ່ອງ​ທາງຢາກ
ເປັນ​ເອກ​ກະລາ​ດຈາກ​ຈີນ. ​ແຕ່​ວ່າ ກຸ່ມສິດທິ​ມະນຸດ​ແລະ​ພວກ​ທີ່​ລີ້​ໄພ​ໃນ​ຕ່າງປະ​ເທດ​ເວົ້າວ່າ ຄວາມ​ຮຸນ​ແຮງ ​ເປັນຜົນຈາກລັດຖະບານ​ທີ່​ກົດ​ດັນ​ສາ​ສະໜາ​ແລະ​ຮີດຄອງ​
ປະ​ເພນີ​ຂອງ​ຊາວ​ວີ​ເກີ ຊຶ່ງທາງການ​ຈີນ​ໄດ້​ປະຕິ​ເສດ.

ຂໍ້​ມູນ​ຕ່າງໆ​ໃນ​ຂົງ​ເຂດ​ແມ່ນ​ໄດ້ຖືກຄວບ​ຄຸມຢ່າງເຄັ່ງຄັດ​ໂດຍເຈົ້າ​ໜ້າ​ທີ່​ທາງ​ການ​ຈີນ ​ເພາະສະ​ນັ້ນ ອົງການ​ຂ່າວທີ່​ເປັນ​ອິດ​ສະລະ ທີ່ ​ເກັບ​ກຳ​ເອົາມາ​ໄດ້​ຈຶ່ງ​ຍິ່ງ​ມີໜ້ອຍລົງ
ນັບ​ມື້ ​ໃນ​ຮອບ 2-3 ປີຜ່ານມາ.

ໃນ​ບາງ​ກໍລະນີທີ່​ເກີດ​ຂຶ້ນ​ໃນ​ຂົງ​ເຂດ ​ແມ່ນ​ບໍ່​ໄດ້​ລາຍ​ງານ​ໂດຍ ອົງການ​ຂ່າວ​ຂອງ​ລັດ
ຈົນ​ກວ່າ​ມັນ​ໄດ້​ເກີດ​ຂຶ້ນ​ແທ້ໆແລ້ວ. ການ​ໂຈມ​ຕີ ​ໃນ​ບໍ່​ຖ່ານ​ຫີນ ທີ່​ໄດ້​ສັງຫານ 16 ຄົນ
ໃນ​ເດືອນ ກັນຍາ ປີ 2015 ນັ້ນ ​ແມ່ນ​ບໍ່​ໄດ້​ລາຍ​ງານ​ໂດຍ​ລັດຖະບານ ຈົນ​ກວ່າ​ສອງ​
ເດືອນຕໍ່​ມາ ຕອນ​ທີ່ໄດ້​ປະກາດ​ໄປ​ວ່າ ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ສັງຫານ
ພວກ​ກໍ່​ການ​ຮ້າຍ 28 ຄົນ ທີ່​ພົວພັນ​ໃນ​ການ​ໂຈມ​ຕີ​ທີ່​ວ່າ​ນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG