ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການເອັຟບີໄອ ຈັບ 5 ຄົນ ຢູ່ໃນແຜນລັບ ຂອງ “ການປະຕິງານຕາມລ້າຫາໝາຈອກ” ຂອງຈີນ


ທ່ານ Christopher Wray, ຫົວໜ້າອົງການສັນຕິບານກາງ ຫລື FBI ກ່າວຢູ່ໃນກອງປະຊຸມຖະແຫລງຂ່າວທາງອອນລາຍ ຂອງກະຊວງຍຸຕິທໍາໃນວັນທີ 28 ຕຸລາ, 2020
ທ່ານ Christopher Wray, ຫົວໜ້າອົງການສັນຕິບານກາງ ຫລື FBI ກ່າວຢູ່ໃນກອງປະຊຸມຖະແຫລງຂ່າວທາງອອນລາຍ ຂອງກະຊວງຍຸຕິທໍາໃນວັນທີ 28 ຕຸລາ, 2020

ອົງການສັນຕິບານກາງ ຫລື FBI ໄດ້ຈັບກຸມ 5 ຄົນ ໃນວັນພຸດວານນີ້ທີ່ມີໃນການພົວພັນກັບແຜນການລັບທີ່ບັງຄັບໃຫ້ອະດີດເຈົ້າໜ້າທີ່ເທດສະບານຂອງຈີນທ່ານນຶ່ງ ແລະຄອບຄົວຂອງທ່ານ ທີ່ອາໄສຢູ່ສະຫະລັດໃຫ້ກັບຄືນໄປຈີນ, ເຊິ່ງເປັນສ່ວນນຶ່ງຂອງຂະບວນປຸກລະດົມຕໍ່ຕ້ານການສໍ້ລາດບັງຫຼວງທີ່ຊື່ວ່າ "ການປະຕິງານຕາມລ້າຫາໝາຈອກ ຫລື “Operation Fox Hunt” ຂອງຈີນ.

ເຈົ້າໜ້າທີ່ກ່າວວ່າຜູ້ຊາຍທັງ 5 ຄົນ, ລວມທັງຜູ້ທີ່ປ່ຽນສັນຊາດ ມາເປັນພົນລະ ເມືອງສະຫະລັດແລ້ວ ໄດ້ຖືກຈັບກຸມໃນລັດນີວເຈີຊີ, ນິວຢອກ ແລະຄາລິຟໍເນຍ ໃນຕອນເຊົ້າວັນພຸດວານນີ້. ສ່ວນອີກສາມຄົນ ທີ່ຖືກກ່າວຫາວ່າໃນການພົວພັນກັບແຜນການລັບດັ່ງກ່າວ ແມ່ນຍັງບໍ່ທັນຈັບໄດ້ເທື່ອຢູ່ໃນຈີນ.

ພວກຈຳເລີຍປະເຊີນກັບຂໍ້ຫາໃນການເຮັດວຽກເປັນນັກສືບທີ່ຜິດກົດໝາຍຂອງຈີນທີ່ເຂົ້າຮ່ວມໃນການປຸກລະດົມເພື່ອ “ທຳການຮາວີ, ສິ້ງຊອມ ແລະບັງຄັບ” ຜູ້ທີ່ອາໄສຢູ່ໃນສະຫະລັດໃຫ້ກັບຄືນໄປຈີນໂດຍເປັນສ່ວນນຶ່ງຂອງການດຳເນີນງານຕາມລ້າຫາໝາຈອກທີ່ຢູ່ໃນຂໍ້ກ່າວຫາ, ອີງຕາມກະຊວງຍຸຕິທຳເວົ້າ.

ການປະຕິບັດງານຕາມລ້າຫາໝາຈອກ ໄດ້ເລີ້ມເປີດຂຶ້ນໃນປີ 2014 ເຊິ່ງເປັນສ່ວນນຶ່ງຂອງຂະບວນການຕໍ່ຕ້ານການສໍ້ລາດບັງຫຼວງຂອງປະທານປະເທດສີ ຈິ້ນຜິງ ຂອງຈີນ. ຈຸດປະສົງທີ່ກ່າວອ້າງຂອງໂຄງການນີ້ ແມ່ນການຈັບກຸມພະນັກງານ ແລະນັກທຸລະກິດຈີນທີ່ສໍ້ລາດບັງຫລວງຫຼາຍພັນຄົນທີ່ໄດ້ໂຕນໜີອອກໄປຢູ່ຕ່າງປະເທດ.

ເຈົ້າໜ້າທີ່ສະຫະລັດກ່າວວ່າ “ການດຳເນີນງານຕາມລ້າຫາໝາຈອກ” ຫລື Operation Fox Hunt ແມ່ນ “ຄວາມພະຍາຍາມສົ່ງຄົນກັບຄືນປະເທດ ທີ່ຢູ່ນອກເໜືອກົດໝາຍ” ທີ່ຖືກອອກແບບມາເພື່ອແນໃສ່ຊາວຈີນທີ່ຄັດຄ້ານລັດຖະບານຈີນ ຢູ່ໃນທົ່ວໂລກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG