ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການຟິດຈ໌ ເຕືອນກ່ຽວກັບ ​ລະ​ດັບ​ຄວາມ​ໜ້າ​ເຊື່ອ​ຖື ດ້ານ​ສິນ​ເຊື່ອ ທ່າມກາງການເຈລະຈາເພດານໜີ້ສິນ


ພາບໂດຍລວມຂອງຫໍລັດຖະສະພາສະຫະລັດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 6 ຕຸລາ 2013.
ພາບໂດຍລວມຂອງຫໍລັດຖະສະພາສະຫະລັດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 6 ຕຸລາ 2013.

ອົງ​ການຟິດຈ໌ ເຣດຕິງ (Fitch Rating) ໄດ້​ຈັດອັດຕາດອກເບ້ຍ ຂອງສະຫະລັດ ຢູ່​ໃນຄວາມສ່ຽງທີ່ຈະຫຼຸດລົງ ເນື່ອງຈາກປະສິດທິພາບຂອງລັດຖະບານສະ ຫະລັດຈະບໍ່ສາມາດຕົກລົງກັນໄດ້ເພື່ອຍົກລະດັບຂີດຈໍາກັດໜີ້ສິນ ແລະຈະ​ສາ​ມາດຈ່າຍໜີ້ສິນຂອງຕົນ.

ອົງ​ການຟິດຈ໌ ກ່າວໃນວັນພຸດວານນີ້ວ່າ ພວກເຂົາເຈົ້າ “ຍັງຄົງຄາດຫວັງກ່ຽວກັບການແກ້ໄຂບັນຫາ” ແຕ່ນັ້ນ ເປັນການເພີ້ມຄວາມສ່ຽງຕໍ່ຂີດຈໍາກັດໜີ້ສິນ ທີ່ຈະບໍ່ສາມາດເພີ້ມຂຶ້ນໄດ້ທັນເວລາ.

ລັດຖະມົນຕີກະຊວງການເງິນ ທ່ານນາງເຈເນັດ ​ແຢລເລັນ (Janet Yellen) ໄດ້ກ່າວວ່າ ລັດຖະບານອາດຈະໃຊ້ເງິນໝົດກ່ອນທີ່ຈະປະຕິບັດຕາມສັນຍາທາງດ້ານໜີ້ສິນຂອງພວກເຂົາໄດ້, ເຊັ່ນວ່າ ດອກເບ້ຍພັນທະບັດຂອງລັດຖະບານ, ເງິນເດືອນຂອງພະນັກງານລັດຖະບານກາງ ແລະເງິນເດືອນພະນັກງານສັນຍາຈ້າງຂອງລັດຖະບານ ພ້ອມທັງລາຍຈ່າຍໃຫ້ແກ່ຜູ້ທີ່ກິນບໍານານ, ເຊິ່ງຈະເລີ້ມຕົ້ນໃນວັນທີ 1 ມິຖຸນາ ທີ່ຈະມາເຖິງນີ້.

ຖະແຫຼງການຂອງກະຊວງການເງິນ ທີ່ໄດ້ນຳ​ອອກເຜີຍແຜ່ໃນຕອນແລງຂອງວັນພຸດວານນີ້ວ່າ ການເຕືອນ ຂອງ​ອົງ​ການຟິດຈ໌ “ແມ່ນ​ໄດ້​ເນັ້ນ​ໃຫ້​ເຫັນ ຄວາມຈໍາເປັນ ທີ່ລັດຖະສະພາສອງຝ່າຍຕ້ອງຍົກລະດັບຂີດຈໍາກັດຂອງໜີ້ສິນ ຫຼື ໂຈະ​ຂີດ​ຈຳ​ກັດໜີ້ສິນດັ່ງກ່າວ ແລະຫຼີກລ່ຽງວິກິດການການຜະລິດ ສໍາລັບລະບົບເສດຖະກິດຂອງພວກເຮົາ.”

ຖະແຫຼງການຂອງທໍານຽບຂາວກ່າວວ່າ ການເຄື່ອນໄຫວຂອງ ຟິດຈ໌ “ໄດ້ສະໜັບສະໜຸນຄວາມຈໍາເປັນສໍາລັບລັດຖະສະພາ ເພື່ອໃຫ້ຜ່ານຢ່າງມີເຫດຜົນໃນທັນທີ, ການຕົກລົງເຫັນດີຂອງທັງຝ່າຍ ເພື່ອປ້ອງກັນການຜິດສັນຍາຊໍາລະໜີ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG