ປາ ແລະ ສັດນ້ຳໃນແມ່ນ້ຳ ລີກ ຕາຍເປັນຈຳນວນຫຼວງຫຼາຍ ໂດຍມີສາເຫດມາຈາກສານເຄມີຮົ່ວໄຫຼຈາກພື້ນທີ່ກໍ່ສ້າງທາງລົດໄຟ ລາວ-ຈີນ ຢູ່ໃນເຂດເມືອງ ກາສີ ແຂວງວຽງຈັນ.
ເຈົ້າໜ້າທີ່ໃນຜະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງແຂວງວຽງຈັນ ໄດ້ໃຫ້ການຢືນຢັນວ່າ ສານເຄມີທີ່ໃຊ້ສຳລັບເລັ່ງໃຫ້ປູນຊີເມັນແຫ້ງໄວຂຶ້ນ ທີ່ກຸ່ມບໍລິສັດ Sino-Hydro ຈາກ ຈີນ ໄດ້ນຳໃຊ້ໃນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ນັ້ນໄດ້ເກີດການຮົ່ວໄຫຼອອກຈາກຖັງບັນຈຸຂະໜາດ 1,000 ລິດແລ້ວໄຫຼລົງສູ່ຫ້ວຍຫີນຊາ ແລະ ນ້ຳລີກ ຢູ່ໃນເຂດບ້ານ ໂພນແບ່ງ, ບ້ານ ວຽງຄຳ ແລະ ບ້ານວຽງແກ້ວ ເມືອງກາສີ ເມື່ອວັນທີ 17 ກຸມພາ 2020 ຊຶ່ງເຮັດໃຫ້ປາ ແລະ ສັດນ້ຳຕາຍໄປເປັນຈຳນວນຫຼາຍ ທັງຍັງເຮັດໃຫ້ປະຊາຊົນຢູ່ໃນເຂດດັ່ງກ່າວບໍ່ສາມາດຊົມໃຊ້ນ້ຳໄດ້ເລີຍ ຈົນກວ່າວ່າຈະໄດ້ທຳການກຳຈັດສານເຄມີ ແລະ ຟື້ນຟູໃຫ້ກັບຄືນສູ່ສະພາບເດີມເສຍກ່ອນ.
ໂດຍອີງຕາມລາຍງານຂອງກຸ່ມບໍລິສັດ Sino-Hydro ລະບຸວ່າສານເຄມີດັ່ງກ່າວໄດ້ຮົ່ວໄຫຼລົງຫ້ວຍ ຫີນຊາ ແລະ ນ້ຳລີກ ປະມານ 100 ລິດ ຈຶ່ງຄາດວ່າຈະຕ້ອງໃຊ້ເວລາ 1 ສັບປະດາໃນການກຳຈັດສານເຄມີ ແລະ ຟື້ນຟູສະພາບແວດລ້ອມໃຫ້ກັບຄືນສູ່ສະພາບເດີມ ໂດຍບໍລິສັດ ຈີນ ຈະຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ ລວມທັງຈະຕ້ອງຟື້ນຟູເຂດວັງສະຫງວນ 3 ແຫ່ງທີ່ບ້ານ ໂພນແບ່ງ, ບ້ານ ວຽງຄຳ ແລະ ບ້ານ ວຽງແກ້ວ ໃຫ້ກັບຄືນສູ່ສະພາບເດີມໃຫ້ໄວທີ່ສຸດອີກດ້ວຍ ດັ່ງເຈົ້າໜ້າທີ່ເມືອງກາສີ ຢືນຢັນວ່າ
"ບໍລິສັດເຂົາເຈົ້າລະຂໍສະເໜີຟື້ນຟູອັນນີ້ 70 ລ້ານກີບໃຫ້ແລ້ວໝົດ ແລະ ການຈັດຕັ້ງຂັ້ນເມືອງຂອງພວກເຮົາກໍບໍ່ໄດ້ວ່າສິຮັບເອົຊ່ຳນັ້ນ ມີແຕ່ວ່າ ເອີອັນນີ້ເປັນການສະເໜີຂອງບໍລິສັດ ແຕ່ພວກເຮົາສິເຮັດບົດລາຍງານຫາການນຳຂອງແຂວງ ໃຫ້ແຂວງເພິ່ນຊີ້ນຳຕື່ມ ແລະ ທາງຄະນະຄຸ້ມຄອງແລ້ວກະທາງບໍລິສັດໃຫຍ່ໂຄງການທາງລົດໄຟ ລາວ-ຈີນ ເພິ່ນຮັບປາກວ່າຜົນເສຍຫາຍຕ່າງໆ ເພິ່ນສິຮັບຜິດຊອບຢຽວຢາທັງໝົດ."
ກ່ອນໜ້ານີ້ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ກໍໄດ້ປະສົບບັນຫາທີ່ຄ້າຍຄືກັນນີ້ຢູ່ທີ່ແຂວງ ຫຼວງນ້ຳທາ ຊຶ່ງເຮັດໃຫ້ການກໍ່ສ້າງເກີດການຊັກຊ້າເປັນເວລາເຖິງ 5 ເດືອນ ເພາະການກໍ່ສ້າງອຸໂມງຢູ່ທີ່ຊາຍແດນຕິດຕໍ່ລະຫວ່າງ ລາວ ກັບ ຈີນ ນັ້ນໄດ້ເຈາະພົບແຫຼ່ງແຮ່ເກືອຂະໜາດໃຫຍ່ ເຮັດໃຫ້ບໍລິສັດຮັບເໝົາກໍ່ສ້າງຈາກ ຈີນ ຕ້ອງທຳການສຶກສາວິໄຈເພື່ອຄົ້ນຫາວິທີການນຳໃຊ້ວັດສະດຸແບບພິເສດທີ່ທົນຕໍ່ນ້ຳເກືອ ລວມເຖິງວິທີການປ້ອງກັນບໍ່ໃຫ້ນ້ຳເກືອໄຫຼລົງສູ່ທີ່ນາ ແລະ ແຫຼ່ງນ້ຳທຳມະຊາດອີກດ້ວຍ ເນື່ອງຈາກວ່ານ້ຳເກືອໄດ້ໄຫຼລົງສູ່ນ້ຳທຸງ ເຮັດໃຫ້ປະຊາຊົນໃນເຂດເມືອງຫຼວງນ້ຳທາ ຕ້ອງຂາດແຄນນ້ຳປະປາ ແລະ ນຳໃຊ້ນ້ຳຈາກແຫຼ່ງທຳມະຊາດບໍ່ໄດ້ເລີຍໃນຊ່ວງເດືອນຕຸລາ ຫາ ທັນວາ 2019 ທີ່ຜ່ານມາ.
ນອກຈາກນັ້ນປະຊາຊົນ ລາວ ຍັງຕ້ອງປະເຊີນກັບບັນຫາສຸຂະພາບ ແລະ ສິ່ງແວດລ້ອມເປັນພິດທີ່ເກີດຈາກສານເຄມີຕ່າງໆທີ່ນຳໃຊ້ໃນການປູກກ້ວຍຫອມຢູ່ໃນ ລາວ ເພື່ອສົ່ງອອກໄປ ຈີນ ອີກດ້ວຍ ທັງນີ້ອົງການ Plan International ອົງການບໍ່ຂຶ້ນກັບລັດຖະບານໃນ ລາວ ລາຍງານວ່າ ການປູກກ້ວຍໃນ ລາວ ຊຶ່ງສ່ວນໃຫຍ່ເປັນການສຳປະທານທີ່ດິນ ແລະ ລົງທຶນໂດຍບັນດານັກທຸລະກິດ ຈີນ ນັ້ນໄດ້ເຮັດໃຫ້ ລາວ ກາຍເປັນແຫຼ່ງຜະລິດກ້ວຍທີ່ສຳຄັນເພື່ອຕອບສະໜອງຄວາມຕ້ອງການໃນ ຈີນ ເພີ່ມຂຶ້ນນັບມື້ ຊຶ່ງເຫັນໄດ້ຈາກການທີ່ ລາວ ສົ່ງກ້ວຍຫອມໄປ ຈີນ ເພີ່ມຂຶ້ນຈາກ 122 ລ້ານໂດລາໃນປີ 2017 ເປັນ 210 ລ້ານໂດລາໃນປີ 2019 ທີ່ຜ່ານມາ.
ເຖິງແມ່ນວ່າແຮງງານ ລາວ ໃນເຂດສຳປະທານປູກກ້ວຍຂອງ ຈີນ ຈະໄດ້ຄ່າຈ້າງ 10-18 ໂດລາຕໍ່ວັນກໍຖືວ່າສູງກວ່າແຮງງານທົ່ວໄປກໍຕາມ ຫາກແຕ່ແຮງງານ ລາວ ໃນສວນກ້ວຍຂອງ ຈີນ ເຫຼົ່ານີ້ກໍມີຄວາມສ່ຽງສູງທີ່ສຸດທີ່ຈະເຈັບປ່ວຍຈາກການໄດ້ຮັບສານເຄມີຫຼາຍກວ່າ 100 ຊະນິດທີ່ນຳໃຊ້ໃນການປູກ ແລະ ເລັ່ງຜົນຜະລິດກ້ວຍຫອມ ໂດຍສະເພາະໃນແຂວງບໍ່ແກ້ວ, ອຸດົມໄຊ ແລະ ຫຼວງນ້ຳທາ ນັ້ນຖືເປັນພື້ນທີ່ໆໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ເພາະວ່າບັນດານັກທຸລະກິດ ຈີນ ໄດ້ພາກັນລັກລອບນຳເຂົ້າ ແລະ ນຳໃຊ້ສານເຄມີປ້ອງກັນໂຣກພືດກວ່າ 30 ຊະນິດ, ຢາປາບສັດຕູພືດກວ່າ 20 ຊະນິດ ທັງຍັງນຳໃຊ້ສານເຄມີເພື່ອເລັ່ງຜົນຜະລິດອີກຫຼາຍກວ່າ 50 ຊະນິດນັ້ນກໍໄດ້ຄຸກຄາມຕໍ່ສຸຂະພາບອະນາໄມຂອງປະຊາຊົນ ລາວ ແລະ ກະທົບຕໍ່ສິ່ງແວດລ້ອມທຳມະຊາດຢ່າງກວ້າງຂວາງນັ້ນເອງ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ