ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແມ່ຍິງຈຸທຳອິດ ຮຽນຈົບ ຈາກ ຮ​ຮ. ໜ່ວຍລົບພິເສດ Ranger


First Women Graduate Elite Army Ranger School
please wait

No media source currently available

0:00 0:01:36 0:00

ແມ່ຍິງ 2 ຄົນພວມສ້າງປະຫວັດສາດໃນຖານະທີ່ເປັນທະຫານ
ແມ່ຍິງຈຸທຳອິດ ທີ່ໄດ້ຮຽນຈົບ ຈາກໂຮງຮຽນ ໜ່ວຍລົບພິເສດ
Ranger ຊຶ່ງເປັນສະຖາບັນການທະຫານທີ່ດີທີ່ສຸດ ຂອງກອງ
ທັບບົກສະຫະລັດ.

ພວກທີ່ຮຽນຈົບໂຮງຮຽນ Ranger ແມ່ນປະກອບເປັນປະມານ
3 ເປີເຊັນຂອງພວກທະຫານທີ່ປະຈຳການເຕັມເວລາຢູ່ໃນກອງ
ທັບບົກ. ດັ່ງທີ່ປ້າຍ Ranger ຢູ່ Fort Benning ລັດ Georgia
ໄດ້ເຕືອນໄວ້ ໂຄງການນີ້ ບໍ່ແມ່ນສຳລັບ ຄົນທີ່ອ່ອນແອ ແລະຂີ້
ຂາດຕາຂາວ.

60 ເປີເຊັນຂອງພວກທະຫານທີ່ຖືກຄັດເລືອກໃຫ້ເຂົ້າຮັບການຝຶກແອບ ແມ່ນບໍ່ສາມາດ ຜ່ານຈົນຈົບອອກໄປໄດ້. ພວກນັກຮຽນ Ranger ທີ່ຮຽນຈົບໃນວັນສຸກມື້ນີ້ ແມ່ນມີພວກ ນັກຮຽນທັງໝົດ ໃນຕອນເລີ້ມຕົ້ນ 364 ຄົນ ແຕ່ມີຜູ້ຊາຍພຽງແຕ່ 94 ຄົນ ແລະແມ່ຍິງ 2
ຄົນເທົ່ານັ້ນ ສາມາດຜ່ານຫລັກສູດໄດ້.

ຮ້ອຍເອກ Kristen Griest ທີ່ຫາກໍຮຽນຈົບ Ranger ໃໝ່ໆກ່າວວ່າ “ເຈົ້າຈະບໍ່ສາມາດ ມີມື້ພັກທີ່ແທ້ຈິງໄດ້. ເຈົ້າຈະບໍ່ສາມາດເມື່ອຍໄດ້. ເຈົ້າຕ້ອງໄດ້ເຮັດຫຼາຍ ໄປກວ່າທີ່ຄາດ ຫວັງໄວ້ໃນຕົວຂອງເຈົ້າ.”

ໄດ້ມີການທົດສອບກ່ຽວກັບອຸບປະສັກຕ່າງໆ ທາງດ້ານຈິດໃຈແລະດ້ານຮ່າງກາຍ ເປັນ ເວລາຫຼາຍອາທິດ ທັງໃນຕອນກາງເວັນແລະຕອນກາງຄືນ. ຫຼັງຈາກ ໄດ້ຜ່ານພົ້ນການ
ທົດສອບກ່ຽວກັບຄວາມເຂັ້ມແຂງຂອງຮ່າງກາຍແລ້ວ ພວກທະຫານຕ້ອງໄດ້ຜ່ານການ ປະຕິບັດງານ ຢູ່ຕາມປ່າດົງ ພູຜາແລະບຶງທາມ ກ່ອນທີ່ຈະໄດ້ຮັບແຖບຕິດ Ranger ທີ່
ທຸກຄົນປາຖະໜານັ້ນ. ແຕ່ຮ້ອຍໂທ Shaye Haver ແມ່ຍິງອີກຄົນນຶ່ງ ທີ່ສ້າງປະຫວັດ
ສາດໃນການຮຽນຈົບ Ranger ໃນວັນສຸກມື້ນີ້ກ່າວວ່າ ນາງເຂົ້າຮ່ວມ “ໂຄງການນີ້ກໍເພື່ອ ເອົາຊະນະມັນ.”

US Military Women
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG