ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເລືອກຕັ້ງ ຂອງຊາອຸດີ ອາຣາເບຍ ເປັນ “ຂີດໝາຍ ປະວັດສາດ” ໂດຍມີຜູ້ລົງແຂ່ງຂັນ ທີ່ເປັນແມ່ຍິງ


ໃນວັນອາທິດວານນີ້ ສະຫະລັດ ໄດ້ຍົກຍ້ອງ ການເລືອກຕັ້ງ
ຂອງຊາອຸດີ ອາຣາເບຍ ວ່າເປັນ “ຂີດໝາຍປະວັດສາດ”
ໃນຂະນະທີ່ ມີພວກແມ່ຍິງ ໄດ້ຊະນະທີ່ນັ່ງຢູ່ໃນສະພາເທດ
ສະບານ ໃນການເປີດ ການປ່ອນບັດລົງຄະແນນສຽງ ເປັນ
ຄັ້ງທຳອິດ ໃຫ້ແກ່ພວກແມ່ຍິງ ທີ່ມີສິດອອກສຽງ ແລະການລົງ
ສະໝັກນຳດ້ວຍ.

ກະຊວງການຕ່າງປະເທດ ສຫຣ ກ່າວວ່າ “ການມີສ່ວນຮ່ວມ
ຂອງບັນດາແມ່ຍິງ ເປັນແບບຢ່າງຂອງບາດກ້າວໄປຂ້າງໜ້າ
ທີ່ສຳຄັນ ໃນຊາອຸດີ ອາຣາເບຍ ໄປສູ່ຂະບວນການເລືອກຕັ້ງ
ທີ່ທຸກພາກສ່ວນ ມີສ່ວນຮ່ວມນຳຫຼາຍຂຶ້ນ ຊຶ່ງຈະຮັບປະກັນ
ໃຫ້ພົນລະເມືອງໝົດທຸກຄົນ ມີຜູ້ຕາງໜ້າໃນລັດຖະບານ ຜູ້ທີ່ຈະຮັບຜິດຊອບ ຕໍ່ພົນ
ລະເມືອງຊາອຸດີທັງໝົດ.”
ກະຊວງດັ່ງກ່າວ ໄດ້ສະແດງຄວາມຍິນດີ ກັບບັນດາແມ່ຍິງ
ເກືອບ 1,000 ຄົນ ຜູ້ທີ່ໄດ້ລົງສະໝັກແຂ່ງຂັນ ໃນການເລືອກຕັ້ງ ເມື່ອວັນເສົາມື້ກ່ອນ.

ບັນດາແມ່ຍິງຊາວຊາອຸດີ ອາຣາເບຍ ປ່ອນບັດອອກສຽງ ຢູ່ທີ່ສູນໜ່ວຍເລືອກຕັ້ງ ໃນລະຫວ່າງ ການເລືອກຕັ້ງ ເອົາສະມາຊິກ ສະພາເທດສະບານ, ໃນນະຄອນ Riyadh, ປະເທດຊາອຸດີ ອາຣາເບຍ, ວັນທີ 12 ທັນວາ 2015.
ບັນດາແມ່ຍິງຊາວຊາອຸດີ ອາຣາເບຍ ປ່ອນບັດອອກສຽງ ຢູ່ທີ່ສູນໜ່ວຍເລືອກຕັ້ງ ໃນລະຫວ່າງ ການເລືອກຕັ້ງ ເອົາສະມາຊິກ ສະພາເທດສະບານ, ໃນນະຄອນ Riyadh, ປະເທດຊາອຸດີ ອາຣາເບຍ, ວັນທີ 12 ທັນວາ 2015.

ອີງຕາມຜົນຂອງການເລືອກຕັ້ງ ທີ່ເປີດເຜີຍເມື່ອວັນອາທິດວານນີ້ ຢ່າງໜ້ອຍ ແມ່ຍິງ 17
ຄົນ ໄດ້ຮັບໄຊຊະນະທີ່ນັ່ງ ຢູ່ໃນສະພາເທດສະບານ.

ທ່ານນາງ Salma bint Hizab al-Oteibi ແມ່ນເປັນແມ່ຍິງຄົນທຳອິດ ທີ່ໄດ້ຖືກຢັ້ງຢືນ
ວ່າ ໄດ້ຮັບໄຊຊະນະການເລືອກຕັ້ງ ໂດຍເອົາຊະນະ ຄູ່ແຂ່ງຂັນຜູ້ຊາຍຈຳນວນ 7 ຄົນ
ແລະ ຜູ້ຍິງອີກສອງຄົນ ສຳລັບທີ່ນັ່ງ ໃນເມືອງ Madrakah ທີ່ຕັ້ງຢູ່ປະມານ 150 ກິໂລແມັດ
ຂຶ້ນໄປທາງພາກເໜືອຈາກນະຄອນ Mecca.

ຜູ້ລົງສະໝັກແຂ່ງຂັນ ປະມານ 900 ຄົນ ແມ່ນເປັນແມ່ຍິງ ໃນຈຳນວນທັງໝົດປະມານ
6,000 ຄົນ ທີ່ແຂ່ງຂັນເອົາຕຳແໜ່ງຈຳນວນ 2,000 ຕຳແໜ່ງໃນທ້ອງຖິ່ນ ເຖິງແມ່ນວ່າ
ຈະມີອຸປະສັກຕ່າງໆ ໃນການລົງສະໝັກແຂ່ງຂັນ ແລະ ການລົງທະບຽນເພື່ອລົງຄະແນນ
ສຽງກໍຕາມ ອີງຕາມລາຍງານຂອງອົງການສິ້ງຊອມສິດທິມະນຸດ. ອົງການດັ່ງກ່າວ ເວົ້າວ່າ
ຄວາມຫ່າງໄກຈາກສູນຂຶ້ນທະບຽນ ຂອງບັນດາຜູ້ມີສິດອອກສຽງ ແລະ ບັດປະຈຳຕົວ ທີ່
ຕ້ອງການ ຊຶ່ງແມ່ຍິງຫຼາຍຄົນບໍ່ມີນັ້ນ ແມ່ນເປັນການກີດກັນ ການດຳເນີນງານດັ່ງກ່າວ.

Saudi Elections
please wait
Embed

No media source currently available

0:00 0:01:28 0:00

XS
SM
MD
LG