ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາງ ແຟລນນາແກນ ເປັນແມ່ຍິງ ອາເມຣິກັນ ຄົນທຳອິດ ທີ່ໄດ້ຊະນະ ການແລ່ນມາຣາທອນ ໃນນະຄອນນິຢອກ


ວັນທີ 5 ພະຈິກ 2017; ນະຄອນ New York, ລັດ NY ຂອງ USA; ນາງ Shalane Flanagan ສະຫຼອງໄຊຊະນະ ໃນ
ຂະນະທີ່ ນາງແລ່ນຂ້າມເສັ້ນໄຊ ນັກແລ່ນອາຊີບ ປະເພດຍິງ ໃນລາຍການ 2017 TCS New York City Marathon.
ວັນທີ 5 ພະຈິກ 2017; ນະຄອນ New York, ລັດ NY ຂອງ USA; ນາງ Shalane Flanagan ສະຫຼອງໄຊຊະນະ ໃນ ຂະນະທີ່ ນາງແລ່ນຂ້າມເສັ້ນໄຊ ນັກແລ່ນອາຊີບ ປະເພດຍິງ ໃນລາຍການ 2017 TCS New York City Marathon.

ກ່ອນໜ້າ ການແຂ່ງຂັນແລ່ນມາຣາທອນ ຂອງນະຄອນນິວຢອກ ໃນວັນອາທິດວານນີ້
ນັກແລ່ນນນຂອງອາເມຣິກາ ນາງ Shalane Flanagan ບໍ່ເຄີຍໄດ້ຊະນະ ການແລ່ນ
ລະຍະທາງນັ້ນ ໃນລາຍການໃຫຍ່ເລີຍ ແມ່ນແຕ່ທ້າວ Geoffrey Kamworor ຈາກ
ປະເທດ ເຄັນຢາ ກໍເຊັ່ນກັນ.

ນາງ Flanagan ໄດ້ກາຍເປັນແມ່ຍິງສະຫະລັດ ຄົນທຳອິດ ໃນຮອບ 40 ປີ ທີ່ໄດ້ຊະນະ
ການແຂ່ງຂັນແລ່ນມາຣາທອນ ຂອງນະຄອນນິວຢອກ ໂດຍເຂົ້າເສັ້ນໄຊ ໃນເວລາ 2
ຊົ່ວໂມງ 36 ນາທີ ກັບ 53 ວິນາທີ.

ທ້າວ Geoffrey Kamworor ຈາກເຄັນຢາ ຂ້າມເສັ້ນໄຊ ອັນດັບທີນຶ່ງ ໃນການແຂ່ງຂັນແລ່ນ ມາຣາທອນ ຂອງນະຄອນນິວຢອກ ປະເພດຊາຍ ໃນນະຄອນ New York, ວັນທີ 5 ພະຈິກ 2017.
ທ້າວ Geoffrey Kamworor ຈາກເຄັນຢາ ຂ້າມເສັ້ນໄຊ ອັນດັບທີນຶ່ງ ໃນການແຂ່ງຂັນແລ່ນ ມາຣາທອນ ຂອງນະຄອນນິວຢອກ ປະເພດຊາຍ ໃນນະຄອນ New York, ວັນທີ 5 ພະຈິກ 2017.

“ນີ້ແມ່ນຊ່ວງນາທີ ທີ່ຂ້າພະເຈົ້າໄດ້ໄຝ່ຝັນມາ ນັບຕັ້ງແຕ່ ຂ້າພະເຈົ້າຍັງເປັນເດັກ
ນ້ອຍຢູ່”
ນັ້ນແມ່ນຄຳເວົ້າຂອງນາງ Flanagan ອາຍຸ 36 ປີ ຜູ້ທີ່ໄດ້ຮັບຫລຽນເງິນ
ຢູ່ໃນການແຂ່ງຂັນ ໂອລິມປິກ ປີ 2008 ໃນການແລ່ນ 10,000 ແມັດ.

ການແຂ່ງຂັນເທື່ອນີ້ ໄດ້ມີຂຶ້ນພາຍໃຕ້ ການເພີ່ມທະວີ ດ້ານການຮັກສາຄວາມປອດໄພ
ເປັນເວລາ 5 ວັນ ຫຼັງຈາກທີ່ຜູ້ກໍ່ການຮ້າຍ ໄດ້ໃຊ້ລົດກະບະແລ່ນຕຳຜູ້ຄົນ ຢູ່ຕາມທາງ
ລົດຖີບ ຊຶ່ງໄດ້ເຮັດໃຫ້ 8 ຄົນເສຍຊີວິດ.

ກົມຕຳຫຼວດ ໄດ້ເພີ່ມເຈົ້າໜ້າທີ່ໃນເຄື່ອງແບບ ຕື່ມອີກ ຢູ່ຕາມເສັ້ນທາງຂອງການແຂ່ງຂັນ
ຊຶ່ງຄົດລ້ຽວຜ່ານ 5 ຕົວເມືອງຂອງນະຄອນນິວຢອກ ພ້ອມດ້ວຍບັນດາເຈົ້າໜ້າທີ່ຕຳຫຼວດ
ນອກເຄື່ອງແບບ ພວກໝາດົມກິ່ນຫາລະເບີດ ແລະ ພວກມືປືນຍິງແມ່ນຍຳ ທີ່ໄດ້ຖືກ
ປະຈຳການ ຢູ່ເທິງຕຶກອາຄານຕ່າງໆ.

ສຳນັກງານຂອງເຈົ້າຄອງນະຄອນນິວຢອກ ຖະແຫຼງວ່າ ຜູ້ຊົມ 2 ລ້ານຄົນ ລຽນແຖວ
ຢູ່ຕາມຖະໜົນສາຍຕ່າງໆ ເພື່ອຮ້ອງເຊຍໃຫ້ແກ່ພວກນັກແລ່ນທັງຫຼາຍ.

ນາງ Flanagan ກ່າວວ່າ “ມັນເປັນສັບປະດາທີ່ຍາກລຳບາກສຳລັບ ຊາວນະຄອນ
ນິວຢອກ ແລະ ສັບປະດາທີ່ຫຍຸ້ງຍາກ ສຳລັບປະເທດຊາດຂອງພວກເຮົາ. ຂ້າພະເຈົ້າ
ຄິດເຖິງ “ອັນໃດ ທີ່ເປັນຂອງຂວັນທີ່ດີກວ່ານີ້ ກໍຄືເຮັດໃຫ້ຊາວອາເມຣິກັນ ໄດ້ພາກັນ
ຍິ້ມແຍ້ມ ໃນມື້ນີ້?”

ນາງ Flanagan ໄດ້ເອົາຊະນະນາງ Mary Keitany ຈາກປະເທດເຄັນຢາ ຜູ້ທີ່ໄດ້ຊະນະ
ການແຂ່ງຂັນ 3 ປີ. ນາງຍັງເອົາຊະນະ ນາງ Mamitu Daska ຈາກອີທີໂອເປຍ ຜູ້ທີ່ເຂົ້າ
ມາເປັນອັນດັບທີ 3.

ການແຂ່ງຂັນປະເພດຊາຍ ແມ່ນສູສີກັນ ໂດຍມີ ທ້າວ Kamworor ໄດ້ເຂົ້າເສັ້ນໄຊ ໃນ
ເວລາ 2 ຊົ່ວໂມງ 10 ນາທີ ກັບ 53 ວິນາທີ. ສ່ວນເພື່ອນຮ່ວມຊາດຂອງລາວ ທ້າວ
Wilson Kipsang ເຂົ້າມາໃນອັນດັບທີສອງ ພຽງ ສາມວິນາທີ ຕາມຫຼັງມາ ຫຼັງຈາກ
ທີ່ໄດ້ເລັ່ງຂຶ້ນມາບາດສຸດທ້າຍໃກ້ຮອດເສັ້ນໄຊ.

NYC Marathon
please wait
Embed

No media source currently available

0:00 0:01:59 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG