ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໒ ມິຖຸນາ ໒໐໒໓

ທູດ ສຫລ ຄົນທໍາອິດ ໃນຮອບ 22 ປີ ເດີນທາງໄປເຖິງ ມຽນມາ


ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ທ່ານ Derek Mitchell ຂວາມື ໄດ້ເດີນທາງໄປເຖິງກຸງຢາງກູ້ງ.

ສະ​ຖານ​ທູດສະຫະລັດອາ​ເມ​ຣິກາ ປະ​ຈໍາ​ມຽນມາ ​ໄດ້​ປະກາດກ່ຽວ​ກັບການ​ເດີນ ທາງໄປ​
ຮອດ ຂອງເອກ​ອັກຄະ​ລັດຖະທູດສະຫະລັດຄົ​ນທໍາ​ອິດ ປະຈຳ​ປະ​ເທດ ດັ່ງກ່າວ ໃນຮອບ
22 ປີ​.

ສະຖານທູດສະຫະລັດ ທີ່ນະຄອນ​ຢາງ​ກຸ້​ງ ກ່າວ​ວ່າ ​ເອກ​ອັກ​ຄະ​ລັດຖະທູດ Derek
Mitchell ໄດ້​ເດີນທາງໄປ​ເຖິງ​ໃນ​ວັນ​ພຸດມື້ນີ້ ​ແລະທ່ານ​ຈະ​ເດີນທາງໄປ​ຍັງ​ນະຄອນຫຼວງ
Naypyitaw ​ເພື່ອ​ສະ​ເໜີ​ສານ​ຕາ​ຕັ້ງຂອງ​ທ່ານຕໍ່​ປະທານາ​ທິບໍດີ Thein Sein.

ທ່ານ Mitchell ແຕ່​ກ່ອນ​ ມີໜ້າ​ທີ່ເປັນທູດ​ພິ​ເສດຂອງ​ສະຫະລັດ ຮັບຜິດຊອບ ກ່ຽວ​ກັບ
​ເລື່ອງມຽນມາ.

ສະຫະລັດໄດ້​ເລີ້ມ​ທຳ​ການພົວພັນຄືນ​ໃໝ່​ກັບມຽນມາ ຫລັງ​ຈາກລັດຖະບານ​ພົນລະ​ເຮືອນ
ພຽງແຕ່​ໃນ​ນາມ​ຊຸດ​ໃໝ່ ​ໄດ້​ເຂົ້າ​ກໍາ​ອໍານາດໃນ​ເດືອນ​ມີນາ ປີ​ກາຍ​ນີ້ ​ແລະ​ໄດ້​ເລີ້​ມຈັດຕັ້ງ
ປະຕິ​ບັດ​ການປະຕິ​ຮູບຕ່າງໆ.

XS
SM
MD
LG