ໃນມື້ວັນພຸດມື້ນີ້, ຊາຍຊາວຮົງກົງອາຍຸ 24 ປີ ຜູ້ນຶ່ງໄດ້ກາຍມາເປັນຈໍາເລີຍຄົນທໍາອິດທີ່ຖືກສອບສວນພາຍໃຕ້ກົດໝາຍຄວາມໝັ້ນຄົງແຫ່ງຊາດຂອງເມືອງນີ້ທີ່ມີມາໄດ້ເກືອບນຶ່ງປີແລ້ວ.
ທ້າວ ຕົງ ຢິງ-ກິດ (Tong Ying-kit) ຖືກຈັບກຸມຫລັງຈາກທີ່ລາວຂັບລົດຈັກແລ່ນຜ່າເຂົ້າໄປໃນກຸ່ມເຈົ້າໜ້າທີ່ຕໍາຫລວດໃນວັນທີ 1 ກໍລະກົດໃນປີກາຍນີ້ ນຶ່ງມື້ພາຍຫລັງທີ່ປັກກິ່ງບັງຄັບໃຊ້ກົດໝາຍທີ່ເຂັ້ມງວດຕໍ່ເມືອງທີ່ປົກຄອງຕົນເອງແຫ່ງນັ້ນ.
ອະດີດພໍ່ຄົວໃນຮ້ານອາຫານຄົນນີ້ ໄດ້ຖືກຕັ້ງຂໍ້ຫາກໍ່ການຮ້າຍ ແລະປຸກລະດົມໃຫ້ມີການແບ່ງແຍກດິນແດນ ໂດຍການສະແດງອອກຜ່ານທຸງທີ່ປັກຢູ່ເທິງລົດຈັກຂອງລາວເຊິ່ງອ່ານວ່າ “ປົດປ່ອຍຮົງກົງ, ເປັນເວລາແຫ່ງການປະຕິວັດຂອງພວກເຮົາ,” ຊຶ່ງເປັນຄໍາຂັວນໂຄສະນາທີ່ໄດ້ຮັບຄວາມນິຍົມໃນໄລຍະທີ່ມີການປະທ້ວງຕໍ່ຕ້ານລັດຖະບານຄັ້ງໃຫຍ່ໃນປີ 2019 ຊຶ່ງໄດ້ເຮັດໃຫ້ມີກົດໝາຍໃໝ່ນີ້ອອກມາ.
ລັດຖະມົນຕີກະຊວງຍຸດຕິທໍາຂອງຮົງກົງ ໄດ້ອອກຄໍາສັ່ງໃຫ້ທ້າວ ຕົງ ຖືກພິຈາລະນາຄະດີໂດຍຄະນະຜູ້ພິພາກສາສາມຄົນ ທີ່ຖືກເລືອກມາເປັນພິເສດ ແທນທີ່ຈະປະເຊີນກັບຄະນະຕຸລາການທີ່ບໍ່ລໍາອຽງຂອງສານ, ຊຶ່ງເປັນການ ເຄື່ອນໄຫວ ທີ່ພວກວິຈານເວົ້າວ່າ ເຮັດໃຫ້ລະບົບຍຸຕິທໍາຂອງຮົງກົງເສື່ອມໂຊມ ລົງ.
ທ້າວ ຕົງ ເຊິ່ງຖືກຄວບຄຸມໂຕໂດຍບໍ່ໄດ້ຮັບການປະກັນໂຕຕັ້ງແຕ່ລາວຖືກຈັບກຸມ ເປັນຕົ້ນມາ ບໍ່ໄດ້ຍອມຮັບຜິດໃນຕອນຕົ້ນຂອງການຮັບຟັງຄະດີໃນວັນພຸດມື້ນີ້. ລາວຈະຖືກຕິດຄຸກຕະຫລອດຊີວິດຖ້າຫາກຖືກຕັດສິນວ່າລາວມີຄວາມຜິດແທ້, ທ້າວ ຕົງ ຍັງຖືກຕັ້ງຂໍ້ຫາເພີ້ມອີກຕ່າງຫາກໃນຄະດີທີ່ທໍາຮ້າຍຮ່າງກາຍ ໂດຍການຂັບລົດແບບເປັນອັນຕະລາຍ ເຊິ່ງມີໂທດຈໍາຄຸກສູງສຸດ 7 ປີ.
ຜູ້ໃດກໍ່ຕາມທີ່ເຊື່ອໃນແນວທາງການກໍ່ການຮ້າຍ, ແບ່ງແຍກດິນແດນ, ການໂຄ່ນລົ້ມອໍານາດຂອງລັດຖະບານ ຫລືສົມຮູ້ຮ່ວມຄິດກັບກອງກໍາລັງຕ່າງຊາດ ອາດຈະຖືກພິຈາລະນາໃຫ້ໂທດຕິດຄຸກຕະຫລອດຊີວິດ ຖ້າຖືກຕັດສິນວ່າມີຄວາມຜິດພາຍໃຕ້ກົດໝາຍຄວາມໝັ້ນຄົງຂອງຊາດ. ນັກການເມືອງເພື່ອປະຊາທິໄຕ ແລະນັກເຄື່ອນໄຫວຫລາຍສິບຄົນໄດ້ຖືກຈັບກຸມພາຍໃຕ້ກົດໝາຍນີ້ຕັ້ງແຕ່ມັນມີຜົນບັງຄັບໃຊ້ເປັນຕົ້ນມາ.