ການສົ່ງແກັສທຳມະຊາດຊຸດທຳອິດ ຈາກສະຫະລັດ ໄດ້ໄປເຖິງຈຸດໝາຍປາຍທາງ ໃນ ປະເທດ Portugal ແລ້ວຊຶ່ງເປັນການເຄື່ອນໄຫວທີ່ອາດລົບກວນການຄອບງໍາຂອງຣັດ ເຊຍ ຕໍ່ຕະຫລາດແກັສຂອງຢູໂຣບ.
ກຳປັ່ນຂົນສົ່ງ Creole Spirit ຂອງສະຫະລັດ ໄດ້ໄປເຖິງທ່າເຮືອ Sines ໃນປະເທດ Portugal ໃນຕອນເຊົ້າວັນພຸດມື້ນີ້ ໂດຍໄດ້ລຳລຽງແກັສທຳມະຊາດ ຈາກນະຄອນ Houston ຂອງບໍລິສັດພະລັງງານ Cheniere ທີ່ມີຫ້ອງການຕັ້ງຢູ່ໃນລັດ Texas.
ສະຫະລັດເປັນປະເທດຜະລິດແກັສໃຫຍ່ທີ່ສຸດໃນໂລກ ແລະໄດ້ເລີ້ມຂະຫຍາຍການສົ່ງ ອອກຂອງຕົນຢ່າງວ່ອງໄວໄປສູ່ບັນດາຕະຫລາດນອກປະເທດໃນຕົ້ນປີນີ້. ໃນຂະນະທີ່ ການຈັດສົ່ງນີ້ ເປັນການຂົນສົ່ງເທື່ອທຳອິດໄປຍັງຢູໂຣບ ບັນດາຜູ້ຜະລິດສະຫະລັດ ໄດ້ ສົ່ງແກັສໄປຍັງ Argentina, Brazil ແລະ India ມາແລ້ວ.
ບັນຫາຂັດແຍ້ງ ຢູ່ໃນ Ukraine ແລະການລົງໂທດ ຕໍ່ຣັດເຊຍ ໄດ້ເຮັດໃຫ້ຊ່ອງທາງໃນ ການຈັດສົ່ງແກັສ ຕາມປົກກະຕິໄປຍັງຢູໂຣບ ຊຶ່ງໄດ້ຮັບນຶ່ງສ່ວນສາມ ຂອງແກັສທຳມະ ຊາດນັ້ນເຫືອດຫາຍໄປຊຶ່ງເຮັດໃຫ້ຕະຫລາດເຫຼົ່ານີ້ເປີດກວ້າງສຳລັບບັນດາຜູ້ສົ່ງອອກ ຂອງສະຫະລັດ. ບໍລິສັດ Cheniere ຍັງມີຂໍ້ຕົກລົງທີ່ຈະສົ່ງແກັສໄປໃຫ້ຝຣັ່ງແລະອັງກິດ ໃນຊຸມປີຕໍ່ໜ້ານີ້.