ສປປ ລາວ ໄດ້ຮັບຢາວັກຊີນ ກັນໂຄວິດ-19 ຟາຍເຊີ (Pfizer BioNTech) ງວດທຳອິດ 100,620 ໂດສຈາກສະຫະລັດ ຜ່ານໂຄງການໂຄແວັກສ໌ (COVAX) ອີງຕາມລາຍງານເຟສບຸກ ຂອງສະຖານທູດອາເມຣິກາ ແລະສູນຂ່າວການແພດສຸຂະສຶກສາ. ຢາວັກຊີນດັ່ງກ່າວ ໄດ້ຖືກສົ່ງມາເຖິງປະເທດລາວ ໃນວັນທີ 2 ມິຖຸນາຜ່ານມານີ້.
ລາຍງານຂ່າວແຈ້ງໃຫ້ຊາບວ່າ ຢາວັກຊີນດັ່ງກ່າວ ຈະຖືກນຳໄປໃຊ້ສຳລັບສັກໃຫ້ປະຊາ ຊົນທີ່ມີອາຍຸແຕ່ 60 ປີຂຶ້ນໄປ ແລະຜູ້ທີ່ເປັນພະຍາດຊຳເຮື້ອ.
ປັດຈຸບັນນີ້ ນອກຈາກຢາວັກຊີນຟາຍເຊີແລ້ວ ລາວຍັງໄດ້ຮັບ ຢາວັກຊີນແອັສຕຣາເຊເນກາ ໂດຍຜ່ານໂຄງການໂຄແວັກສ໌ເຊັ່ນດຽວກັນ. ຄົນລາວຜູ້ນຶ່ງກ່າວກ່ຽວກັບການສັກຢາແອັສຕຣາເຊເນກາ ກັບນັກຂ່າວຂອງພວກເຮົາວ່າ:
ໂດຍລວມແລ້ວ ສປປ ລາວຍັງໄດ້ຮັບຢາວັກຊີນຊີໂນຟາມ ຈາກປະເທດຈີນ 1 ລ້ານ 4 ແສນໂດສ ແລະສະປຸດນິກ 5 ຈາກຣັດເຊຍ 2 ພັນໂດສ.
ໂຄງການໂຄແວັກສ໌ ແມ່ນການຊ່ວຍປະເທດທີ່ມີລາຍໄດ້ຕ່ຳຫາປານກາງເພື່ອໃຫ້ສາມາດເຂົ້າ ເຖິງຢາວັກຊີນກັນໂຄວິດ-19. ເວລານີ້ ສະຫະລັດໄດ້ໃຫ້ທຶນສະໜັບສະໜຸນໂຄງການດັ່ງກ່າວໄປແລ້ວ 2 ຕື້ໂດລາ ແລະຍັງມີຄວາມໝັ້ນໝາຍທີ່ຈະໃຫ້ການຊ່ວຍຕື່ມອີກ 2 ຕື້ໂດລາ.