ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ສົ່ງຜູ້ຍົກຍ້າຍຖິ່ນຖານ ສອງຄົນທຳອິດ ກັບໄປປະເທດເມັກຊິໂກ ໃນວັນພຸດວານນີ້ ພາຍໃຕ້ນະໂຍບາຍ “ຈົ່ງຢູ່ໃນ ເມັກຊິໂກ” ທີ່ຖືກນຳມາໃຊ້ຄືນໃໝ່ອີກ.
ນະໂຍບາຍໃນສະໄໝຂອງທ່ານທຣຳໄດ້ເຮັດໃຫ້ຜູ້ຂໍລີ້ໄພຖ້າຢູ່ໃນເມັກຊິໂກ ເພື່ອລໍໃຫ້ມີການພິຈາລະນາຄະດີໃນສານຄົນເຂົ້າເມືອງສະຫະລັດ.
ອົງການສາກົນເພື່ອການຍົກຍ້າຍຖິ່ນຖານຂອງອົງການສະຫະປະຊາຊາດ ໄດ້ກ່າວວ່າ ຜູ້ຍົກຍ້າຍຖິ່ນຖານສອງຄົນໄດ້ຖືກສົ່ງໄປເມັກຊິໂກ ໂດຍຂ້າມ ຂົວໃນເມືອງ ຊິວແດດ ຮວາເຣສ (Ciudad Juarez), ຜ່ານຊາຍແດນ ຈາກເມືອງແອລ ປາໂຊຂອງລັດເທັກຊັສ. ອົງການຂອງສະຫະປະຊາ ຊາດ ບໍ່ໄດ້ບອກສັນຊາດຂອງສອງຄົນທີ່ວ່ານັ້ນ.
ສອງຄົນນັ້ນໄດ້ຖືກທັກທາຍໂດຍເຈົ້າໜ້າທີ່ເມັກຊິໂກ ຜູ້ທີ່ໄດ້ເອົາເອກະສານ ຕ່າງໆໃຫ້ເຂົາເຈົ້າ ແລະບັນດາເຈົ້າໜ້າທີ່ຂອງສະຫະປະຊາຊາດ ໄດ້ທຳການ ກວດຫາໄວຣັສໂຄໂຣນາໃຫ້ເຂົາເຈົ້າ ແລະ ພາເຂົາເຈົ້າໄປບ່ອນພັກຊົ່ວຄາວ. ເມັກຊິໂກເວົ້າວ່າລັດຖະບານສະຫະລັດ ໄດ້ຕົກລົງທີ່ຈະສັກຢາໃຫ້ຜູ້ຍົກຍ້າຍຖິ່ນ ຖານທຸກຄົນທີ່ເດີນທາງກັບໄປພາຍໃຕ້ໂຄງການດັ່ງກ່າວ.
ລັດຖະບານຂອງປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນ ໄດ້ນຳເອົານະ ໂຍບາຍທີ່ວ່ານັ້ນກັບຄືນມາໃຊ້ໃນວັນຈັນຜ່ານມາເພື່ອປະຕິບັດຕາມຄຳສັ່ງຂອງ ສານ ແລະໄດ້ຕົກລົງຕໍ່ການປ່ຽນແປງຕ່າງໆ ແລະຂໍ້ເພີ່ມເຕີມຕາມການຮຽກຮ້ອງຂອງເມັກຊິໂກ.
ການສົ່ງກັບຜູ້ຍົກຍ້າຍຖິ່ນຖານທີ່ມີຫລາຍເຖິງ 50 ຄົນທີ່ຈະເດີນທາງກັບ ໄປເມືອງ ຊິວແດດ ຮວາເຣັສ ໃນແຕ່ລະວັນແມ່ນມີກຳນົດທີ່ຈະເລີ່ມຂຶ້ນ ໃນເມືອງແອລ ປາໂຊ, ອີງຕາມການກ່າວຂອງເຈົ້າ ໜ້າທີ່ ສະຫະລັດ ທີ່ໄດ້ກ່າວໂດຍບໍ່ປະສົງອອກນາມ ຍ້ອນລາຍລະອຽດຕ່າງໆແມ່ນບໍ່ໄດ້ຖືກ ເປີດ ເຜີຍໃຫ້ສາທາລະນະຊົນຮູ້.
ກະຊວງຮັກສາຄວາມປອດໄພພາຍໃນໄດ້ຢືນຢັນວ່າ ການສົ່ງກັບບ້ານໄດ້ເລີ່ມ ຂຶ້ນຢູ່ສະຖານທີ່ນຶ່ງ ແລະຈະຂະຫຍາຍອອກໄປເປັນອີກ 6 ບ່ອນ. ເຂົາເຈົ້າປະຕິ ເສດທີ່ຈະລະບຸເມືອງທີ່ສົ່ງຄົນກັບນັ້ນ ຫຼື ວ່າຈະມີຜູ້ຍົກຍ້າຍຖິ່ນຖານຖືກ ດຳເນີນການສົ່ງກັບຈັກຄົນ, ໂດຍອ້າງເຖິງ “ເຫດຜົນໃນຄວາມປອດໄພຂອງ ການປະຕິບັດງານ.”
ການນຳເອົານະໂຍບາຍ “ຈົ່ງຢູ່ໃນເມັກຊິໂກ” ກັບມາໃຊ້ຄືນໄດ້ມີຂຶ້ນ ແມ່ນກະ ທັ້ງທີ່ລັດຖະບານທ່ານໄບເດັນ ໄດ້ເຄື່ອນໄຫວເພື່ອຈະເຮັດໃຫ້ມັນສິ້ນສຸດລົງໃນແບບທີ່ຈະບໍ່ຖືກກວດສອບທາງກົດ ໝາຍກໍຕາມ. ທ່ານ ໄບເດັນ ໄດ້ຍົກເລີກນະ ໂຍບາຍທີ່ວ່ານັ້ນ, ແຕ່ການຟ້ອງຮ້ອງໂດຍລັດເທັກຊັສ ແລະ ມິສຊູຣີ ໄດ້ບັງຄັບ ໃຫ້ທ່ານນຳເອົາມັນກັບມາມີຜົນບັງຄັບໃຊ້ຄືນອີກ, ໂດຍຂຶ້ນກັບການຮັບເອົາຂອງ ເມັກຊິໂກ.
ສະຫະລັດ ໄດ້ສັນຍາທີ່ຈະພະຍາຍາມເຮັດກໍລະນີຕ່າງໆໃຫ້ແລ້ວພາຍໃນ 180 ວັນ, ເຊິ່ງແມ່ນການຕອບສະໜອງຕໍ່ຄວາມເປັນຫ່ວງຂອງເມັກຊິໂກວ່າຜູ້ຮ້ອງຂໍຈະເມື່ອຍລໍຢູ່ໃນລະບົບຂອງສານທີ່ມີ 1 ລ້ານ 5 ແສນຄະດີຄ້າງຄ້າຢູ່.
ຜູ້ຂໍລີ້ໄພປະມານ 70,000 ຄົນໄດ້ຖືກບັງຄັບໃຫ້ລໍຖ້າໃນເມັກຊິໂກ, ເຊິ່ງມັກຈະດົນເຖິງຫຼາຍເດືອນ, ພາຍໃຕ້ນະໂຍບາຍທີ່ອະດີດປະທານາທິບໍດີ ດໍໂນລ ທຣຳ ໄດ້ນຳສະເໜີໃນເດືອນມັງກອນ 2019 ແລະ ທ່ານ ໄບເດັນ ໄດ້ຢຸດໃຊ້ໃນວັນທຳອິດທີ່ທ່ານເຂົ້າກຳຕຳແໜ່ງ.