ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ພັນ ​ຮ້ອງ ສະຖານະ​ການ ອົບພະຍົບ ໃນຢູໂຣບວ່າ ເປັນ “ວິ​ກິດ​ການ​ ດ້ານ​ຄວາມ​ສາມັກຄີ​ ຂອງ​ໂລກ”


ເລຂາ​ທິການ​ໃຫຍ່ ອົງການສະຫະ​ປະຊາ​ຊາດ ທ່ານ Ban Ki-moon (ຊາຍ) ຖືກຕ້ອນຮັບ ໃນຂະນະທີ່ທ່ານໄປພົບປະກັບ ບັນດາ ຊາວອົບພະຍົບ ແລະ ບັນດາຜູ້ຂໍລີ້ໄພ ລະຫວ່າງການເດີນທາງຢ້ຽມຢາມ ສູນພັກຊົ່ວຄາວ Saint Egidio shelter ໃນນະຄອນ Rome, ວັນທີ 17 ຕຸລາ 2015.
ເລຂາ​ທິການ​ໃຫຍ່ ອົງການສະຫະ​ປະຊາ​ຊາດ ທ່ານ Ban Ki-moon (ຊາຍ) ຖືກຕ້ອນຮັບ ໃນຂະນະທີ່ທ່ານໄປພົບປະກັບ ບັນດາ ຊາວອົບພະຍົບ ແລະ ບັນດາຜູ້ຂໍລີ້ໄພ ລະຫວ່າງການເດີນທາງຢ້ຽມຢາມ ສູນພັກຊົ່ວຄາວ Saint Egidio shelter ໃນນະຄອນ Rome, ວັນທີ 17 ຕຸລາ 2015.

ເລຂາ​ທິການ​ໃຫຍ່ ອົງການສະຫະ​ປະຊາ​ຊາດ ທ່ານ Ban
Ki-moon ​ໄດ້​ຮ້ອງ ສະຖານະ​ການ ພວກ​ຊາ​ວຍົກຍ້າຍ
​ຖິ່ນ​ຖ່ານ ​ແລະ ຊາ​ວ​ອົບ​ພະຍົບ ​ຂອງ​ຢູ​ໂຣບ ນັ້ນວ່າ ເປັນ
“ວິ​ກິດ​ການ​ ດ້ານ​ຄວາມ​ສາມັກຄີ​ຂອງ​ໂລກ.”

ທ່ານ Ban ໄດ້​ເດີນທາງ​ໄປ​ຢ້ຽມຢາມ ສູນ​ພັກຊົ່ວຄາວ​ Saint
Egidio Community ຢູ່​ທີ່ນະຄອນ Rome ​ໃນ​ວັນ​ເສົາ​ວານ​ນີ້
ບ່ອນ​ທີ່​ທ່ານ​ໄດ້​ພົບ​ປະ​ກັບ ພວກ​ອົບ​ພະຍົບ ​ແລະພວກ​ລູກ​ເຕົ້າ
​ຂອງ​ເຂົາ​ເຈົ້າ. ທ່ານ Ban ​ໄດ້​ອະທິບາຍ​ເຖິງ​ເລື້ອງ​ລາວ ​ຂອງ​
ພວກ​ເຂົາ​ເຈົ້າ ວ່າ ​ເປັນ​ເລື້ອງ​ທີ່​ໜ້າ​ເສຍ​ໃຈ ​ແລະ ​ເວົ້າຕື່ມ​ອີກ
​ວ່າ ທ່ານ​ຢາ​ກຈະ​ໃຫ້​ພວກ​ເຂົາ​ເຈົ້າ “​ຮູ້ສຶກ​ວ່າຍັງມີຫວັງຢູ່.”

ຜູ້ນຳ​ອົງການ​ສະຫະ​ປະຊາ​ຊາດ ຍັງ​ໄດ້​ຮັບ​ຮູ້ ​ເຖິງ​ການ​ທ້າ​ທາຍ​ຕ່າງ​ໆ​ນາໆ ທີ່​ບັນດາປະ​ເທດ
​ໃນ​ສະຫະພາບ​ຢູ​ໂຣບ ກຳລັງ​ປະ​ເຊີນ​ໜ້າ​ຢູ່​ ​ແຕ່ ທ່ານ​ໄດ້​ຮຽກຮ້ອງພວກ​ເຂົາ​ເຈົ້າ ​ໃຫ້ ສະ​ແດງ
“​ການນຳພາ​ທີ່​ມີຄວາມ​ເຫັນ​ອົກ​ເຫັນ​ໃຈ” ​ ໃນ​ການ​ເປັນ​ເຈົ້າພາບຮັບ​ເອົາ​ຊາວ​ອົບພະຍົບ ທີ່ຫລົບໜີ​ສົງຄາມ ການຈຳ​ແນ​ກ ​ແລະ ຄວາມ​ອຶດຫິວ ​ໃນ​ປະ​ເທດ​ທີ່ມາ​ຂອງພວກ​ເຂົາເຈົ້າ​ນັ້ນ.

​ໃນ​ຖະ​ແຫລ​ງການ​ສະບັບ​ທີ່​ໄດ້​ເຜີຍ​ແຜ່​ໃນ​ວັນ​ເສົາ​ວານ​ນີ້ ອົງການເພື່ອ​ສິດທິ​ມະນຸດ
ນິລະ​ໂທດກຳ​ສາກົນ ຫຼື Amnesty International ​ໄດ້​ຮຽກຮ້ອງ ບັນດາ​ຜູ້ນຳ​ສະຫະພາບ
​ໃຫ້​ເອົາ​ສິດທິ​ຂອງ​ຊາວ​ອົບ​ພະຍົບ​ໄວ້ ​ໃຫ້​ເໜືອກ​ວ່າ ຄວາມ​ກັງວົນ ​ເພື່ອ​ປົກ​ປ້ອງ​ເຂດ​ແດນ
​ຂອງ​ພວກ​ຕົນ.

ອົງການ​ດັ່ງກ່າວ ໄດ້​ຕຳ​ໜິ ​ແຜນການ​ຂອງ​ສະຫະພາບ​ຢູ​ໂຣບ ທີ່ສະ​ເໜີ ​ໃຫ້ການ​ຊ່ວຍ​ເຫຼືອ
​ແກ່​ເທີ​ກີ ​ເພື່ອ​ຮັບ​ມືສະກັດ​ກັ້ນການ​ເຄື່ອນ​ຍ້າຍ ຢ່າງ​ໃຫຍ່​ຂອງ​ພວກ​ຂໍ​ລີ້​ໄພ ​ໄປ​ຍັງ​ຢູ​ໂຣບ ​
ໂດຍ​ກ່າວ​ວ່າ “ພວກຜູ້​ຄົນ​ຈຳນວນ​ຫຼວງຫຼາຍ ກຳລັງ​ຈະ​ຕາຍ ​ໃນ​ຂະນະ​ທີ່​ ບັນດາ​ລັດຖະບານຕ່າງໆ ​ກໍໃຊ້​ຈ່າຍ​ເງິນຫຼາຍຕື້ ​ເພື່ອການ​ປົກ​ປ້ອງ​ ຊາຍ​ແດນຂອງ​ຕົນ.”

XS
SM
MD
LG