ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮ້ານອາຫານລາວ ແຫ່ງທຳອິດ ຢູ່ໃນນະຄອນຫຼວງ ວໍຊິງຕັນ ຖືກພວກຄົນຮ້າຍ ບຸກເຂົ້າໄປລັກເຄື່ອງຂອງ


ທ່ານບຸນ ຄຳມະນີວັນ ເປັນເຈົ້າຂອງຮ້ານອາຫານລາວ ຕິບເຂົ້າ ແຫ່ງທຳອິດໃນນະຄອນຫຼວງ ວໍຊິງຕັນ ຂອງສະຫະລັດ.
ທ່ານບຸນ ຄຳມະນີວັນ ເປັນເຈົ້າຂອງຮ້ານອາຫານລາວ ຕິບເຂົ້າ ແຫ່ງທຳອິດໃນນະຄອນຫຼວງ ວໍຊິງຕັນ ຂອງສະຫະລັດ.

ຮ້ານຕິບເຂົ້າ ຊຶ່ງເປັນຮ້ານອາຫານລາວແຫ່ງທຳອິດຢູ່ໃນນະຄອນຫຼວງວໍຊິງຕັນດີຊີ ເປີດບໍລິການມາໄດ້ຫຼາຍປີແລ້ວໂດຍທ່ານບຸນ ແລະພັນລະຍາທ່ານນາງແສງ ຄຳມະນີວັນ ຜູ້ທີ່ເປັນແມ່ຄົວປະຈຳຮ້ານ ແລະໄດ້ຮັບຄວາມນິຍົມຊົມຊອບ ຈາກປະຊາຊົນຊາວນະຄອນວໍຊິງຕັນຢ່າງຫຼວງຫຼາຍ. ໃນຕອນແລງວັນອັງຄານທີ 20 ເມສານີ້ ຮ້ານຕິບເຂົ້າໄດ້ຖືກພວກຄົນຮ້າຍບຸກເຂົ້າໄປໃນຂະນະທີ່ຮ້ານປິດການບໍລິການຊຶ່ງເປັນວັນພັກຂອງພະນັກງານທັງຫຼາຍ ດັ່ງທີ່ທ່ານບຸນໄດ້ເລົ່າເຖິງເຫດ ການດັ່ງກ່າວໃຫ້ ວີໂອເອ ລາວ ຟັງດັ່ງນີ້:

ທ່ານບຸນ ກ່າວອີກວ່າ ຕ້ອງໄດ້ໃຊ້ເວລາປະມານນຶ່ງ ຫາສອງອາທິດ ເພື່ອສ້ອມ ແປງປະຕູແກ້ວທາງເຂົ້າຮ້ານອາຫານແລະຊື້ເຄື່ອງຂອງທີ່ໄດ້ຖືກລັກຂະໂມຍໄປນັ້ນເຂົ້າມາຮ້ານຄືນເໝືອນເດີມແລະເຫດການນີ້ບວກໃສ່ກັບໂຣກລະບາດໄວຣັສໂຄໂຣນາ ທີ່ທາງຮ້ານປະເຊີນຢູ່ນີ້ ໄດ້ເຮັດໃຫ້ຮ້ານອາຫານຂາດລາຍໄດ້ ຢ່າງຫຼວງຫຼາຍ ແຕ່ຍ້ອນການຊ່ອຍເຫຼືອຈາກລັດຖະບານທີ່ໃຫ້ເງິີນຊ່ອຍເຫຼືອຄື PPP ນັ້ນ ຮ້ານອາຫານຈຶ່ງສາມາດປະຄັບປະຄອງໂຕ ມາໄດ້ເຖິງປັດຈຸບັນນີ້.

XS
SM
MD
LG