ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ້າວອອນເດຣ ສຸກຄຳທັດ ຈະຊົກ ຄັ້ງສຳຄັນ ທີ່ ນະຄອນລາສເວກັສ


ທ້າວອອນເດຣ ສຸກຄຳທັດ ນັກ​ມວຍ MMA ອາເມຣິກັນ ເຊື້ອສາຍລາວ.
ທ້າວອອນເດຣ ສຸກຄຳທັດ ນັກ​ມວຍ MMA ອາເມຣິກັນ ເຊື້ອສາຍລາວ.

ທ້າວອອນເດຣ ສຸກຄຳທັດ ນັກ​ມວຍ MMA ອາເມຣິກັນ ເຊື້ອສາຍລາວ ທີ່​ຈະ​ທຳການ
ຊົກຄັ້ງໃຫຍ່ ຢູ່ນະຄອນລາສ​ເວ​ກັສ ​ໃນ​ແລງວັນເສົາມື້​ນີ້. ທ້າວອອນເດຣ ເຄີຍ​ຝັນທີ່​ຈະເປັນນັກກິລາເຕະບານ ​ແລະ​ແມ່​ນ​ກະທັງ ໄດ້ຮັບ​ທຶນ​ການ​ສຶກສາ​ໄປ ຮຽນຕໍ່ຂັ້ນມະ
ຫາວິທະຍາ​ໄລ ຊຶ່ງອີງຕາມຄວາມສາມາດຂອງ​ລາວ​ແລ້ວຈະ​ເປັນ​ຜູ້ຮັກສາປະຕູ​.

​ແຕ່​ນາງເຈ​ມີ ​ຜູ້ສາວຂອງ​ລາວໃນເວລານັ້ນ ກໍຄືພັນ​ລະຍາຂອງລາວໃນປັດຈຸບັນ​ໄດ້ຕັ້ງ
​ທ້ອງ ​ແລະ ​ທ້າວ​ອອນເດຣ ​ຈຶ່ງໄດ້​ຕັດສິນໃຈຫາເຮັດ​ວຽກ ​ແທນ​ທີ່​ຈະ​ໄປ ຮຽນຕໍ່. ບ່ອນ​ອອກກຳລັງ​ກາຍ​ຢູ່ທີ່​ຖະໜົນ​ ໃກ້ໆ​ກັບ​ບ່ອນ​ເຮັດ​ວຽກ​ຂອງ​ລາວ ທີ່​ຫລຽວ​ເຫັນ​ນັ້ນ ​ແລະ​
ພວກໝູ່​ເພື່ອນແນະນຳວ່າ​ ລາວ​ອາດ​ຈະມັກ​ກິລາ​ຕີມວຍກໍ ໄດ້.

ທ້າວອອນເດຣ ສຸກຄຳທັດ ນັກ​ມວຍ MMA ອາເມຣິກັນ ເຊື້ອສາຍລາວ ທີ່ບ່ອນເຝິກຊ້ອມ UFC.
ທ້າວອອນເດຣ ສຸກຄຳທັດ ນັກ​ມວຍ MMA ອາເມຣິກັນ ເຊື້ອສາຍລາວ ທີ່ບ່ອນເຝິກຊ້ອມ UFC.

​ທ້າວອອນເດຣ ກ່າວ​ວ່າ ຈາກ​ການ​ເຝິກຊ້ອມ​ ເທື່ອ​ທຳ​ອີດ “ຂ້າພະ​ເຈົ້າແມ່ນມັກແບບ
ເປັນຊີວິດຈິດໃຈ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຂາດ​ແມ່ນ​ແຕ່​ມື້​ນຶ່ງ.” ກິລາຕີມວຍ​ໄດ້​ກ້າວ ເຂົ້າ​ສູ່ການ​ປະສົມປະສານ​ກັບສິນລະປະ​ປ້ອງ​ກັນ​ໂຕ​ແລະ​ເວລາ​ນາງ​ເຈ​ມີໄດ້ອອກ ລູກຊາຍກົກ​
ທ້າວເລີ​ອອນ​ເດຣ ​ໃນ​ປີ 2007 ການ​ເຝິກຊ້ອມ​ ໄດ້​ຊ່ວຍໃຫ້ ​ທ້າວ​ອອນເດຣ​ໃນ​ການ​
ກວດ​ພົບເຫັນພະຍາດ​ຜິວໜັງ​ທີ່​ແປ​ກໆ​ໂດຍ​ລູກ​ຊາຍ​ຂອງ​ລາວ ທີ່​ເຮັດ​ໃຫ້​ເປື່ອຍ​ງ່າຍ​
ທີ່​ສຸດ ​ແລະ​ເລືອດອອກ.

ສະໜາມຊົກມວຍ ທີ-ໂມໂບລ (T-Mobile) ຢູ່ເມືອງລາສເວກັສ.
ສະໜາມຊົກມວຍ ທີ-ໂມໂບລ (T-Mobile) ຢູ່ເມືອງລາສເວກັສ.

​ໃນ​ແລງວັນ​ທີ 3 ມີນາ​ມື້​ນີ້ ທ້າວ​ອອນເດຣມີ​ກຳນົດຈະ​ເຂົ້າ​ໄປຕໍ່ສູ້​ຢູ່ໃນ​ກົງ​ເຫລັກ ແປດ
ຫຼ່ຽມ ຢູ່​ເດີ່ນກິລາ ທີ-​ໂມ​ໂບລ (T-Mobile) ​ໃນ​ນະຄອນລາສ​ເວ​ກັສ ​ເພື່ອ​ຕໍ່ສູ້​ກັບທ້າວ
ຊອນ​ຕ໌ ​ໂອ​ມານ​ເລ.

ທ້າວອອນເດຣ ສຸກຄຳທັດ ແລະພັນລະຍານາງເຈມີ ແລະລູກຊາຍສອງຄົນ.
ທ້າວອອນເດຣ ສຸກຄຳທັດ ແລະພັນລະຍານາງເຈມີ ແລະລູກຊາຍສອງຄົນ.

​ທ່ານ​ແອ​ດຳ ຮີ​ລ ນັກ​ຂຽນ​ກ່ຽວ​ກັບ​ກິລາ​ ໃຫ້​ແກ່ໜັງສືພິມ ລາສ​ເວ​ກັສ ຣີວິວ ຜູ້​ທີ່​ລາຍ​
ງານກິລາ MMA ກ່າວ​ວ່າ ການ​ຕໍ່ສູ້​ຢູ່​ນະຄອນລາສ​ເວ​ກັສນີ້ “​ເປັນ​ເລື່ອງ​ທີ່ຍິ່ງໃຫຍ່.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG