ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ນຸ່​ງເຄື່ອງຂອງ ສະຕີໝາຍເລກນຶ່ງ ໃນເວລາ​​ໄປ​ຢ້ຽມຢາມ ສູນກັກເດັກນ້ອຍ ຢູ່ຊາຍແດນ ພາໃຫ້ມີການ ຖົກຖຽງກັນ


​ທ່ານ​ນາງ​ເມີ​ລາ​ເນຍ ທຣໍາ ສະຕີໝາຍ​ເລກ​ນຶ່ງ ເດີນທາງໄປເຖິງ ສະໜາມບິນຮ່ວມແອນດຣູ ທີ່ລັດແມຣີແລນ ທີ 21 ມິຖຸນາ 2018.
​ທ່ານ​ນາງ​ເມີ​ລາ​ເນຍ ທຣໍາ ສະຕີໝາຍ​ເລກ​ນຶ່ງ ເດີນທາງໄປເຖິງ ສະໜາມບິນຮ່ວມແອນດຣູ ທີ່ລັດແມຣີແລນ ທີ 21 ມິຖຸນາ 2018.

ການ​ເລືອກນຸ່ງ​ເຄື່ອງນຸ່​ງຫົ່ມ​ທີ່ພານໃຫ້ເກີດ​ການໂຕ້ແຍ້​ງກັນ​ ໄດ້ເຮັດໃຫ້ການໄປ​ຢ້ຽມ
ຢາມ​ສະຖານ​ທີ່ກັກຂັງເດັກນ້ອຍຢູ່​ໃນ​ລັດ​ເທັກ​ຊັສຂອງ​ທ່ານ​ນາງ​ເມີ​ລາ​ເນຍ ທຣໍາ ສະຕີ
​ໝາຍ​ເລກ​ນຶ່ງ ​ເພື່ອ​ພົບກັບພວກ​ເດັກນ້ອຍ​ເຂົ້າ​ເມື​ອງຜິດ​ກົດໝາຍ ທີ່​ໄດ້ຖືກ​ແຍ​ກອອກ​
ຈາກ​ຄອບຄົວພວກ​ເຂົາຍ້ອນ​ນະ​ໂຍບາຍ​ຄົນ​ເຂົ້າ​ເມືອງ​ “ແບບບໍ່​ມີ​ການ​ຜ່ອນຜັນ” ຫຼື zero-tolerance ຂອງ​ສາ​ມີ​ທ່ານ​ນາງ ຢ່າງບໍ່​ຄາດ​ຄິດໄວ້ນັ້ນ ຖືກມອງຂ້າມໄປ.

ໃນເວລາທີ່ທ່ານນາງຍ່າງຂຶ້ນ​ເຮືອບິນ​ກອງ​ທັບ​ອາກາດສະຫະລັດ ​ແລະ​ກັບ​ຄືນມາ​
ສະໜາມ​ບິນຄ້າຍທະຫານຮ່ວມແອນດຣູ (Joint Base Andrews) ຢູ່​ໃນ​ລັດ​ແມຣີ​ແລນ
​ໃນ​ວັນ​ພະຫັດ​ວານ​ນີ້ ສະຕີ​ໝາຍເລກ​ນຶ່ງຖືກມອງ​ເຫັນວ່າໄດ້​ນຸ່ງ​ເສື້ອ ຄຸມສີຂຽວໝາກ
​ໂອ​ລີ​ຟ ຊຶ່ງຢູ່​ທາງ​ຫຼັງ​ຂອງ​ເສື້ອ​ຄຸມ​ອ່ານ​ວ່າ: “ຂ້ອຍ​ບໍ່​ສົນ​ໃຈແທ້ໆ. ແລ້ວເຈົ້າ​ເດ້? ຂຽນ
ເປັນ​ໂຕ​ໜັງ​ສື​ທີ່​ເປັນ​ແບບເອົາ​ມື​ຂຽນເອົາ.

ທີ​ມຂອງ​ສະຕີ​ໝາຍ​ເລກ​ນຶ່ງ​ເນັ້ນຢືນຢັນ​ວ່າ ບໍ່​ມີ​ຄວາມໝາຍຫຍັງເຊື່ອງຊ້ອນ​ຢູ່​ເບື້ອງ​ຫຼັງຂອງການເລືອກ​ເຄື່ອງນຸ່ງອັນນັ້ນ.

ທ່ານ​ນາງສະ​ແຕັບ​ຟາ​ນີ ກຣິສ​ແຮມ ຫົວໜ້າ​ສື່ສານ​ຂອງທ່ານນາງກ່າວ​ວ່າ “ມັນ​ແມ່ນ
​ເສື້ອ​ຄຸມອັນນຶ່ງ. ບໍ່ໄດ້ມີຂໍ້ຄວາມທີ່ມີຄວາມໝາຍ​ເຊື່ອງຊ້ອນໃດໆ. ຫຼັງ​ຈາກ​ການ​ຢ້ຽມ
ຢາມ​ທີ່​ສຳຄັນ​ຢູ່​ລັດ​ເທັກຊັສໃນມື້​ນີ້ ຂ້າພະ​ເຈົ້າ​ຫວັງ​ວ່າ​ສື່​ມວນ​ຊົນ​ຈະ​ບໍ່​ຕັ້ງໃຈທີ່​ເຈາະ
ຈົງ​ໃສ່​ເຄື່ອງນຸ່ງ​ຂອງ​ທ່ານ​ນາງອີກຕໍ່ໄປ.”

​ເຖິງ​ຢ່າງ​ໃດ​ກໍ​ຕາມ ປະທານ​າທິບໍດີ​ດໍ​ໂນ​ລ ທຣໍາ ​ໄດ້​ມີໃຫ້ຄໍາເຫັນທີ່ຂັດ​ແຍ້​ງຕໍ່ການຢືນ
ຢັນ​ວ່າ ບໍ່​ໄດ້​ມີ​ຈຸດປະສົງທີ່​ສົ່ງຂໍ້ຄວາມຈາກການ​ເລືອກເຄື່ອງນຸ່ງທີ່​ເຫັນເດັ່ນ​ຊັດ​ຂອງ
ພັນ​ລະ​ຍາທ່ານ​.

ຢູ່ໃນ​ການ​ສົ່ງ​ຂໍ້ຄວາມ​ທາງ​ທວິດ​ເຕີ​ຂອງ​ທ່ານນັ້ນ ທ່ານ​ທຣໍາກ່າວ​ວ່າ ຖ້ອຍຄໍາ​ທີ່​ໄດ້​ຂຽນ
ຢູ່ທາງ​ຫຼັງ​ເສື້ອຄຸມ​ນັ້ນ “ໝາຍ​ເຖິງ​ສື່​ມວນ​ຊົນທີ່​ສ້າງຂ່າວ​ປອມ. ​ເມີ​ລາ​ເນຍ ​ໄດ້​ຮຽນ​ຮູ້​ວ່າ
​ພວກເຂົາ​ເຈົ້າ​ບໍ່​ຊື່ສັດຫລາຍປານໃດ ​ແລະ​ລາວ​ບໍ່​ໃຫ້​ຄວາມ​ສົນ​ໃຈ​ຕໍ່ພວກນັ້ນແທ້ໆ.”

ທ່ານ​ນາງ​ເມີ​ລາ​ເນຍ ທຣໍາ ສະຕີ ​ໝາຍ​ເລກ​ນຶ່ງ ກຳລັງເຊັນຊື່ໃສ່ທຸ່ງເອາເມຣິກາ ໃນຂະນະຢ້ຽຢາມ ສູນກາງເບິ່ງແຍງເດັກນ້ອຍ ນິວຮົບ ທີ່ບໍລິຫານໂດຍສັງຄົມສົງເຄາະ ລູເທີຣັນ ໃນລັດເທັກຊັສ ທີ 21 ມິຖຸນາ, 2018.
ທ່ານ​ນາງ​ເມີ​ລາ​ເນຍ ທຣໍາ ສະຕີ ​ໝາຍ​ເລກ​ນຶ່ງ ກຳລັງເຊັນຊື່ໃສ່ທຸ່ງເອາເມຣິກາ ໃນຂະນະຢ້ຽຢາມ ສູນກາງເບິ່ງແຍງເດັກນ້ອຍ ນິວຮົບ ທີ່ບໍລິຫານໂດຍສັງຄົມສົງເຄາະ ລູເທີຣັນ ໃນລັດເທັກຊັສ ທີ 21 ມິຖຸນາ, 2018.

ບັນດາ​ຊ້ອງ​ຂ່າວ​ໂທລະພາບ​ໄດ້ນຳ​ເອົາ​ພວກໂຕ້ວາທີ​ເຂົ້າ​ມາ​ຫ້ອງ​ຂ່າວ​ເພື່ອ​ສົນທະ
ນາ​ເຖິງ​ຄວາມ​ໝາຍທີ່​ເສື້ອຄຸມ​ດັ່ງ​ກ່າວສົ່ງອອກມາ.

Melania Trump Visits Immigrant Detention Facility in Texas
please wait

No media source currently available

0:00 0:00:58 0:00

ທ່ານ​ນາງ​ຊູ​ຊານ ​ເພລ ຫົວໜ້າ​ຫ້ອງການຂອງໜັງພິມ USA Today ​ ​ປະຈຳ​ນະຄອນ
ວໍຊິງຕັນ ທີ່​ໄດ້​ລາຍ​ງານ​ກ່ຽວ​ກັບກ່ຽວກັບ ຄະນະບໍລິຫານ​ລັດຖະບານ​ປະທານາທິບໍດີ 6 ທ່ານທີ່ປາກົດ​ໂຕ​ຢູ່ໂທລະ​ພາບ MSNBC ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ທ່ານ​ນາງ​ອາ​ດ
ມີກຸ່ມຜູ້​ອ່ານກຸ່ມໃດກຸ່ມ​ນຶ່ງ ຢູ່ໃນ​ແນວ​ຄິດຂອງ​ສາມີ​ຂອງທ່ານ​ນາງຢູ່.”

Melania Trump Asks How Often Separated Immigrant Children Speak to Relatives
please wait

No media source currently available

0:00 0:01:54 0:00

ທ່າ​ນາງ​ເຄດ ​ແອນເດີ​ສັນ ​ໂບຣ​ເວີຣ ນັກ​ຂຽນ​ວາລະສານ “​ພວກສະຕີ​ໝາຍ​ເລກ​ນຶ່ງ”
ຄວາມ​ງາມ ​ແລະ​ອຳນາດ​ຂອງ​ບັນດາ​ສະຕີ​ໝາຍ​ເລກ​ນຶ່ງ​ຂອງອາ​ເມຣິກາ” ​ໄດ້​ກ່າວ​ຕໍ່
ວີ​ໂອ​ເອວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ​ແມ່ນ​ທ່ານ​ນາງ​ເມີ​ລາ​ເນຍ ທີ່​ໄດ້​ຍົກ​ມື ນີ້ວກາງໃສ່​ສື່​
ມວນ​ຊົນ. ​ແຕ່ວ່າ​ ຄົນໃດ​ນຶ່ງຄວນ​ບອກ​ທ່ານ​ນາງ​ວ່າ ມັນ​ອາດ ໝາຍ​ຄວາມ​ວ່າ ທ່ານ​
ນາງ​ບໍ່​ສົນ​ໃຈ​ກ່ຽວ​ກັບ​ພວກ​ເດັກນ້ອຍ ທີ່​ເປັນທີ່ຈະແຈ້ງຢູ່​ແລ້ວວ່າມັນ​ບໍ່​ແມ່ນແນວ
ນັ້ນໃນ​ກໍລະນີ ນີ້.”

XS
SM
MD
LG