ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ​ໂອ​ບາມາ ບຸກ​ເບີກ ໂຄງການຊ່ອຍ​​ເດັກນ້ອຍ​ແມ່ຍິງ ໃຫ້ໄດ້ຮ່ຳຮຽນ ໃນຂະນະທີ່ ຢ້ຽມຢາມເອເຊຍ


Michelle Obama Japan
please wait
Embed

No media source currently available

0:00 0:01:16 0:00

ສະຕີ​ໝາຍ​ເລກ​ນຶ່ງສະຫະລັດ ທ່ານ​ນາງ Michelle Obama
ຍັງ​ສືບ​ຕໍ່​ທຳ​ການ​ຢ້ຽມຢາມ​ຍີ່ປຸ່ນ ບ່ອນ​ທີ່​ທ່ານ​ນາງຊັກ​ຊວນ
​ກ່ຽວກັບການ​ບຸກ​ເບີກ​ທີ່​ມີ​ເປົ້າໝາຍ​ທີ່​ຈະ​ຊ່ອຍ​ພວກ​ເດັກນ້ອຍ
​ແມ່ຍິງ ​ໃນ​ບັນດາ​ປະ​ເທດ​ທີ່​ກຳລັງ​ພັດທະນາ ໃຫ້ສຳ​ເລັດ
​ການ​ສຶກສາ.

ການ​ກ່າວ​ຄຳປາ​ໄສ​ຄຽງ​ຂ້າງ​ດ້ວຍ​ຄູ່​ພາຄີ​ຍີ່ປຸ່ນ ທ່ານ​ນາງ Akie
Abe ​ໃນ​ວັນ​ພະຫັດມື້​ນີ້ ທ່ານນາງ ​ໂອ​ບາມາ ​ໄດ້​ກ່າວ​ວ່າ​ສະຫະ
ລັດ​ແລະ​ຍີ່ປຸ່ນ​ຈະ​ເຮັດ​ວຽກ​ນຳ​ກັນ​ທີ່ທຳນຽບຂາວໃນ​ໂຄງການ
​ທີ່ເອີ້ນວ່າ ​ໃຫ້​ພວກ​ເດັກນ້ອຍ​ແມ່ຍິງ​ໄດ້​ຮຽນ.

ທ່ານ​ນາງ ​ໂອ​ບາ​ມາ​ກ່າວ​ວ່າ “ການ​ສຶກສາ​ຂອງ​ຂ້າພະ​ເຈົ້າ​ແມ່ນ​ການ​ເລີ້ມ​ຕົ້ນ​ທີ່ແທ້ຈິງຂອງ​ທຸກໆ​ໂອກາດ ​ໃນ​ຊີວິດ​ຂອງຂ້າພະ​ເຈົ້າ ​ແຕ່​ວ່າ ​ໃນ​ປະຈຸ​ບັນ​ນີ້ ​ທຸກໆເດັກນ້ອຍ​ແມ່ຍິງ​ຄື​ກັນ​ກັບ​ຂ້າພະ​ເຈົ້າ​ນີ້ ​ແລະ​ຍັງ​ມີ​ອີກ​ຫຼາຍ​ຄົນ​ໃນ​ທົ່ວ​ທຸກ​ມຸມ​ໂລກ ທີ່​ມີ​ຄວາມ​ສະຫຼຽວ​ສະຫຼາດ​ມີ​ຄວາມ​ສາມາດ ​ແລະ​ຫິວ​ໂຫຍ​ໃນ​ຄວາມ​ຢາກ​ຈະ​ກ້າວໜ້າ ຢາກ​ຈະປະສົບ​ຄວາມ​ສຳ​ເລັດ ຄື​ກັນ ​ແຕ່​ພວກ​ເຂົາ​ເຈົ້າ​ບໍ່​ມີ​ໂອກາດ​ທີ່​ໄດ້​ໄປ​ໂຮງຮຽນ.”

ການ​ລິ​ເລີ້ມ​ທີ່​ວ່າ​ນີ້ ​ແມ່ນ​ມີ​ເປົ້າ​ໝາຍ​ທີ່​ຈະ​ຊ່ອຍ​ສິດສອນ​ພວກ​ແມ່​
ຍິງ​ເດັກນ້ອຍ ຈຳນວນ 62 ລ້ານ​ຄົນ ​ໃນ​ທົ່ວ​ໂລກ ທີ່​ບໍ່​ໄດ້​ເຂົ້າ​ຮ່ຳ
ຮຽນສຶກສາ ຊຶ່ງ​ໄດ້​ເປີດ​ເຜີຍ ​ໂດຍ​ສະຕີ​ໝາຍ​ເລກ​ນຶ່ງ​ແລະ​ສາມີ
​ຂອງທ່ານ​ນາງເມື່ອບໍ່ດົນມານີ້.

ອົງການ Peace Corps ສະຫະລັດ ຈະ​ປະຕິບັດ​ພາລະກິດ​ຄຽງ​ຄູ່
​ກັບ​ອົງການ​ອາສາ​ ສະໝັກເພື່ອການຮ່ວມມືພົ້ນທະເລຂອງຍີ່ປຸ່ນ
ຫຼື Japan Oversea Cooperation Volunteers ແລະ ກຸ່ມຊ່ອຍ
ເຫຼືອນາໆຊາດອື່ນໆ ເພື່ອຈັດຕັ້ງປະຕິບັດໂຄງການທີ່ວ່ານີ້.

ສະຕີ​ໝາຍ​ເລກ​ນຶ່ງສະຫະລັດ ຍັງໄດ້ພົບຫະກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ໃນວັນພະຫັດມື້ນີ້.ນອກນັ້ນທ່ານນາງຍັງມີແຜນການທີ່ຈະພົບກັບເຈົ້າຈັກກະພັດແລະ
ມະເຫສີແຫ່ງຍີ່ປຸ່ນ ກ່ອນໜ້າການເດີນທາງໄປຢ້ຽມຢາມຈຸດສຳຄັນຂອງການທ່ອງທ່ຽວ ໃນນະຄອນກຽວໂຕ ໃນວັນສຸກມື້ອື່ນ.

XS
SM
MD
LG