ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຕີໝາຍເລກນຶ່ງ ກ່າວເຖິງໂຣກລະບາດ, ຄວາມວຸ້ນວາຍ ດ້ານເຊື້ອຊາດຜິວພັນ ໃນຄຳປາໄສ ຕໍ່ກອງປະຊຸມໃຫຍ່ ພັກຣີພັບບລີກັນ


ສະຕີໝາຍເລກນຶ່ງທ່ານນາງ ເມລາເນຍ ທຣຳ ກ່າວຄຳປາໄສ ໃນລະຫວ່າງການທີ່ຖືກຈັດຂຶ້ນ ກັບບັນດານັກສິລະປະໄວໜຸ່ມຢູ່ທຳນຽບຂາວ.
ສະຕີໝາຍເລກນຶ່ງທ່ານນາງ ເມລາເນຍ ທຣຳ ກ່າວຄຳປາໄສ ໃນລະຫວ່າງການທີ່ຖືກຈັດຂຶ້ນ ກັບບັນດານັກສິລະປະໄວໜຸ່ມຢູ່ທຳນຽບຂາວ.

ສະຕີໝາຍເລກນຶ່ງແຫ່ງ ສະຫະລັດ ທ່ານນາງ ເມລາເນຍ ທຣຳ ໄດ້ສະແດງຄວາມເຫັນອົກເຫັນໃຈສຳລັບປະຊາຊົນ ອາເມຣິກັນ ຫຼາຍຮ້ອຍພັນຄົນທີ່ໄດ້ຮັບຜົນກະທົບຈາກໂຣກລະບາດໄວຣັສໂຄໂຣນາໃນຄືນວັນອັງຄານວານນີ້, ເປັນຄຳປາໄສທີ່ກົງກັນຂ້າມກັບສາມີຂອງເພິ່ນ, ປະທານາທິບໍດີ ດໍໂນລ ທຣຳ, ຜູ້ທີ່ມັກຈະບໍ່ໃຫ້ຄວາມສຳຄັນຕໍ່ຜົນກະທົບຂອງໂຣກຕິດຕໍ່ດັ່ງກ່າວ ແລະ ໄດ້ເວົ້າວ່າມັນ ຈະຫາຍໄປ.

ສະຕີໝາຍເລກນຶ່ງໄດ້ກ່າວຄຳປາໄສໃນຕອນເດິກ ຢູ່ສວນກຸຫຼາບ ທຳນຽບຂາວ ທີ່ຖືກອອກແບບໃໝ່ວ່າ “ນັບຕັ້ງແຕ່ເດືອນມີນາເປັນຕົ້ນມາ, ຊີວິດຂອງພວກເຮົາໄດ້ປ່ຽນແປງຢ່າງຫຼວງຫຼາຍ. ຂ້າພະ ເຈົ້າຂໍສະແດງຄວາມເສຍໃຈຕໍ່ທຸກຄົນທີ່ໄດ້ສູນເສຍຄົນຮັກຂອງເຂົາເຈົ້າ. ຂ້າພະເຈົ້າຂໍສູດມົນໃຫ້ຜູ້ທີ່ບໍ່ສະບາຍ ຫຼື ກຳລັງທຸກທໍລະມານຢູ່.

ທ່ານນາງໄດ້ກ່າວວ່າ “ຂ້າພະເຈົ້າຮູ້ວ່າປະຊາຊົນຫຼາຍຄົນຮູ້ສຶກບໍ່ສະບາຍໃຈ ແລະ ບາງຄົນກໍຮູ້ສຶກໝົດຫວັງ. ຂ້າພະເຈົ້າຢາກໃຫ້ພວກທ່ານຮູ້ວ່າ ພວກທ່ານບໍ່ໄດ້ໂດດດ່ຽວ.”

ນໍ້າສຽງຂອງຄຳປາໄສດັ່ງກ່າວໄດ້ເປັນຂີດໝາຍທີ່ແຕກຕ່າງຢ່າງເຫັນໄດ້ຊັດຈາກຄຳເວົ້າດ້ານການເມືອງ ທີ່ມີຄວາມເຂັ້ມແຂງກວ່າຫຼາຍຈາກສອງຄືນທຳອິດຂອງກອງປະຊຸມໃຫຍ່ແຫ່ງຊາດ ສີ່ວັນນັ້ນ, ໃນຂະນະທີ່ຜູ້ສະໜັບສະໜູນທ່ານ ທຣຳ ໄດ້ໂຈມຕີຜູ້ທ້າຊິງຈາກພັກເດໂມແຄຣັດ ທ່ານ ໂຈ ໄບເດັນ ຢ່າງຮຸນແຮງ ໃນຂະນະທີ່ໄດ້ຍົກຍ້ອງການຮັບມືກັບໂຣກລະບາດຂອງທ່ານ ທຣຳ ແລະ ຜົນກະທົບທີ່ຮຸນແຮງທີ່ມັນໄດ້ມີຕໍ່ເສດຖະກິດ.

ດ້ວຍການເລົ່າຄືນ ເລື່ອງຂອງທ່ານນາງເອງ ກ່ຽວກັບ ການຍົກຍ້າຍຖິ່ນຖານຈາກປະເທດ ສໂລເວເນຍ ໃນຖານະນາງແບບອາຍຸ 26 ປີ ແລະ ໃນທີ່ສຸດໄດ້ຮັບສັນຊາດ ອາເມຣິກາ ນັ້ນ, ທ່ານນາງ ເມລາເນຍ ທຣຳ ອາດໄດ້ເຊື່ອມໂຍງ ກັບປະຊາຊົນຫຼາຍຄົນ ຜູ້ທີ່ໄດ້ເບື່ອໜ່າຍກັບນະໂຍບາຍຂອງສາ ມີຂອງທ່ານນາງ ທີ່ແນເປົ້າໃສ່ຜູ້ຍົກຍ້າຍຖິ່ນຖານທີ່ບໍ່ມີເອກະສານຖືກຕ້ອງ.

ສະຕີໝາຍເລກນຶ່ງໄດ້ສະແດງຄວາມຂອບໃຈຕໍ່ບັນດາພະນັກງານປິ່ນປົວສຸຂະພາບ ຜູ້ທີ່ໄດ້ປິ່ນປົວປະຊາຊົນຫຼາຍລ້ານຄົນຜູ້ທີ່ໄດ້ຕິດ COVID-19, ເຊິ່ງແມ່ນໂຣກທີ່ມີສາເຫດມາຈາກໄວຣັສໂຄຣນາ.

ທ່ານນາງໄດ້ກ່າວວ່າ “ພວກທ່ານໄດ້ເລືອກເອົາປະເທດກ່ອນ ແລະ ສາມີ ກັບ ຂ້າພະເຈົ້າກໍຮູ້ສຶກເປັນໜີ້ບຸນຄຸນຫຼາຍ.”

ທ່ານນາງ ເມລາເນຍ ທຣຳ ໄດ້ກ່າວໃນຄຳປາໄສ, ເຊິ່ງແມ່ນຕອນຈົບຂອງກອງ ປະຊຸມໃຫຍ່ແຫ່ງຊາດພັກຣີພັບບລີກັນຄືນທີສອງທີ່ໄດ້ສະເໜີຊື່ສາມີຂອງທ່ານນາງເປັນປະທານາທິບໍດີສະໄໝທີສອງອີກສີ່ປີວ່າ “ມັນໜ້າປະທັບໃຈທີ່ໄດ້ເຫັນສິ່ງທີ່ປະຊາຊົນໃນປະເທດທີ່ຍິ່ງໃຫຍ່ຂອງພວກເຮົາຈະເຮັດເພື່ອກັນ ແລະ ກັນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG