ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຕີໝາຍເລກນຶ່ງ ຢູ່ເທິງເວທີກັບ ຜູ້ສະໝັກ ປະທານາທິບໍດີ ເທື່ອທຳອິດ


ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ແລະ ຜູ້ສະໝັກປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton ໂບກມືຕໍ່ຜູ້ສະໜັບສະໜູນ.
ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ແລະ ຜູ້ສະໝັກປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton ໂບກມືຕໍ່ຜູ້ສະໜັບສະໜູນ.

ອະ​ດີ​ດສະ​ຕີໝາຍເລກ​ນຶ່ງ ​ທີ່ສະໝັກ​ເປັນ​ປະທານາທິບໍດີ ​ໄດ້ຢູ່​ເທິ​ງ​ເວ​ທີ​ ເປັນ​ເທື່ອ​ທຳ​ອິດ​ໃນ​ວັນ​ພະຫັດວານ​ນີ້ ​ຮ່ວມກັບ​ສະຕີ​ໝາຍ​ເລກ​ນຶ່ງ​ຄົນປັດຈຸບັນ ​ໃນ​ຂະນະ​ທີ່​ການ​ຢັ່ງ​ຫາງ​ສຽງ​ສະ​ແດງໃຫ້​ເຫັນວ່າ ​ການ​ແຂ່ງຂັນ​ເພື່ອ​ເຂົ້າ​ໄປ​ກຳ​ຕຳ​ແໜ່​ງທີ່ທຳນຽບຂາວ ມີ​ຄະ​ແນນ​ສຽງໃກ້​ຄຽງ​ກັນຫຼາຍຂຶ້ນ.

ທ່າ​ນາງ Michelle Obama ​ໂຄສະນາ​ຫາ​ສຽງ​ຕໍ່​ບັນດາ​ຜູ່່​ປ່ອນ​ບັດ​ໃນ​ເມືອງ Winston-Salem ລັດ North Carolina ດ້ວຍ​ຄວາມ​ຕື່ນ​ເຕັ້ນ ​ອີກ​ຄັ້ງ​ນຶ່ງ ​ແລະກ່າວ​ຄຳ​ປາ​ໃສ​ທີ່​ຈັບ​ໃຈ ຊຶ່ງໄດ້​ກາຍ​ມາ​ເປັນ​ສັນຍາ​ລັກ​ຂອງ​ທ່ານ​ນາງ ນັບ​ແຕ່​ທ່ານ​ນາງ​ໄດ້​ເລີ້ິມ​ໂຄສະ​ນາ​ຫາ​ສຽງໃຫ້​ແກ່​ທ່ານ​ນາງ Clinton ທີ່ສັງກັດ​ພັກ​ເດ​ໂມ​ແຄຣັດ.

Michelle Obama: Don't Be Swayed by Trump Strategy
please wait

No media source currently available

0:00 0:01:06 0:00

ທ່ານ​ນາງ Obama ກ່າວ​ວ່າ “ທ່ານ​ນາງ Clinton ມີ​ປະສົບ​ການ​ຫລາຍ​ກ່ອນ ​ແລະ​ໄດ້​ເຫັນ​ການເປັນ​ປະທານາທິບໍດີ​ ຫລາຍ​ກ່ອນ​ຜູ້​ສະໝັກ​ໃດ​ໆ ຢູ່​ໃນ​ຊີວິດ​ຂອງ​ພວກ​ເຮົາ. ຫລາຍ​ກ່ອນທ່ານ Barack Obama ຫລາຍ​ກ່ອນທ່ານ Bill Clinton​. ​ເພາະສະ​ນັ້ນ ທ່ານ​ນາງ​ຈຶ່ງເປັນ​ທີ່​ແນ່ນອນ​ວ່າ​ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຜູ້​ບັນຊາ​ການ​ສູງສຸດ​ ໃນ​ມື້​ທຳ​ອິດ. ​ແລະແມ່ນ​ແລ້ວ ທ່ານ​ນາງ​ເປັນ​ແມ່ຍິງ.”

​ໂດຍ​ທີ່​ບໍ່​ໄດ້​ກ່າວ​ເຖິງ​ຊື່​ຜູ້​ໃດ​ຜູ້ນຶ່ງຢ່າງ​ເຈາະ​ຈົງ ທ່ານ​ນາງ Obama ​ໄດ້​ຮຽກ ຮ້ອງ​ໃຫ້​ຝູ​ງຊົນ ຢ່າ​ຫລົງ​ເຊື່ອ​ຜູ້​ໃດ​ທັງ​ໝົດ ​ທີ່​ພະຍາ​ຍາມ​ເຮັດ​ໃຫ້ການ​ເລືອກ​ຕັ້ງ “​ເປື້ອນ​ເປິ ​ແລະ​ໜ້າ​ລັງ​ກຽດ” ໂດຍ​ເວົ້າວ່າ ມັນມີ​ການ​ສໍ້​ໂກງ.

Michelle Obama: 'We Want a President Who Takes This Job Seriously'
please wait

No media source currently available

0:00 0:00:53 0:00

ທ່ານ​ນາງ​ໄດ້​ກ່າວ​ຕໍ່​ຝູງ​ຊົນ ທີ່​ພາກັນຮ້ອງ​ໂຮ​ສະໜັບສະໜູນ​ຢ່າງ​ໜາ​ແໜ້ນວ່າ“​ເຂົາ​ເຈົ້າ​
ພະ​ຍາ​ຍາມ​ເຮັດ​ໃຫ້​ພວກ​ທ່ານ​ຢູ່​ບ້ານ​ເຮືອນ ​ເຂົາ​ເຈົ້າ​ພະຍາຍາມ​ຊັກ​ຊວນ​ໃຫ້​ພວກ​ທ່ານ​ວ່າ ການ​ລົງ​ຄະ​ແນນ​ສຽງ​ຂອງ​ພວກ​ທ່ານນັ້ນ​ບໍ່​ມີ​ປະໂຫຍ​ດ ຫຍັງ ຊຶ່ງ​ຜົນ​ຂອງ​ມັນ​ໄດ້​ມີ​ການ​ຕັດສິນໄປ​ແລ້ວ. ​ເຂົາ​ເຈົ້າ​ພະຍາຍາມ​ທີ່​ຈະເຮັດ ​ໃຫ້​ພວກ​ທ່ານ​ໝົດ​ຫວັງ​. ຢູ່ໃນ​ປະ​ເທດ​ນີ້ ສະຫະລັດ​ອາ​ເມຣິກາ ຜູ້​ມີ​ສິດ​ປ່ອນ​ບັດ​ເປັນ​ຜູ້​ຕັດສິນ​ຊີ້ຂາດ​ການ​ເລືອກ​ຕັ້ງ. ໝົດ​ເທົ່າ​ນັ້ນ ສິ້ນ​ສຸດ​ເລື້ອງ​.”

Michelle Obama Stumps With Hillary Clinton as Presidential Race Tightens
please wait

No media source currently available

0:00 0:02:34 0:00

ອະດີດ ​ແລະ​ສະຕີ​ໝາຍ​ເລກ​ນຶ່ງ​ຄົນ​ປັດຈຸບັນ ​ໄດ້​ກອດ​ກັນ ​ແລະ​ຮ້ອງກັນ​ວ່າ
“​ເພື່ອນ.”

ທ່ານ​ນາງ Clinton ກ່າວ​ວ່າ “ມີ​ຫລາ​ຍຢ່າງ​ທີ່​ຂ້າພະ​ເຈົ້າປະ​ທັບ​ໃຈ​ກ່ຽວ​ກັບສະ​ຕີ​ໝາຍ​ເລກ​ນຶ່ງ. ທ່ານ​ນາງ Michelle ບອກ​ໃຫ້​ເຮົາເຮັດ​ວຽກ​ໜັກ “ຍຶດໝັ້ນ​ໃນ​ຄວາມ​ຊື່ສັດແລະ​ຫລັກ​ຄຸນຄ່າ​ຂອງ​ພວກ​ເຮົາ ​ເປັນຄົນ​ດີ​ຕໍ່​ກັນ​ແລະ​ກັນ ​ແລະ​ບໍ່​ລືມ​ຈັກ​ເທື່ອ ​ໃນ​ການ​ຢຸດ​ຕໍ່ສູ້​ໃນ​ອັນ​ທີ່​ພວກ​ເຮົາ​ເຊື່ອໝັ້ນ.”

ຜູ້ສະໝັກປະທານາທິບໍດີ ພັກຣີພັບບລິກກັນ ທ່ານ Donald Trump ໂຄສະນາຫາສຽງຢູ່ເມືອງ Toledo ລັດ Ohio.
ຜູ້ສະໝັກປະທານາທິບໍດີ ພັກຣີພັບບລິກກັນ ທ່ານ Donald Trump ໂຄສະນາຫາສຽງຢູ່ເມືອງ Toledo ລັດ Ohio.

ລັດ North Carolina ​ເປັ​ນນຶ່ງ​ຂອງ​ຫລາຍ​ໆລັດ ​ທີ່​ຮ້ອງ​ວ່າ ລັດ​ສະໜາມ​ລົບ ຊຶ່ງ​ຜູ້​ສະໝັກຕ້ອງ​ໄດ້​ເອົາ​ໄຊຊະນະ​ ຖ້າ​ຫາກທ່ານ ຫລື​ທ່ານ​ນາງ​ຕ້ອງການ​ຢາກເຂົ້າ​ໄປ​ກຳ​ຕຳ​ແໜ່​ງຢູ່ ທຳນຽບຂາວ.

ການ​ຢັ່ງ​ສຽງ​ໂດຍ​ສະ​ເລ່ຍ​ຢູ່​ໃນ​ລັດ North Carolina ​ສະ​ແດງ​ໃຫ້​ເຫັນ​ວ່າ​ທ່າ​ນ ນາງ Clinton ມີ​ຄະ​ແນນນຳ​ໜ້າທ່ານ Donald Trump ທີ່ສັງກັດ​ພັກຣີພັບ​ບລິ​ກັນຢູ່ 3 ​ເປີ​ເຊັນ ແຕ່​ໃນ​ການ​ສຳ​ຫຼວດຂອງ​ອົງກາ​ນຄົ້ນ​ຄວ້າ Remington ​ນັ້ນ ໄດ້​ໃຫ້ທ່ານນຳ​ໜ້າ Trump ​3 ​ເປີເຊັນ.

Trump in Geneva, Ohio: 'We Are Going to Drain the Swamp' in DC
please wait

No media source currently available

0:00 0:01:09 0:00

ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ Trump ແມ່ນ​ຢູ່​ລັດທີ່​ລັດ​ສະໜາມ​ລົບອີກ​ລັດ​ນຶ່ງ ຄື ລັດ Ohio ບ່ອນ​ທີ່​ທ່ານ​ມີ​ຄະ​ແນນ​ນຳ​ໜ້າ​ 1 ​ເປີ​ເຊ​ນ ອີງ​ຕາມ​ການ​ສຳ​ຫລວດ​ແຫ່ງ​ຊາດ​ຈຳນວນ​ນຶ່ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG