ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສົບຈຸທຳອິດ ຂອງ ຊາວອີຣ່ານ ທີ່ໄປສະແຫວງບຸນ ຖືກສົ່ງ ກັບຄືນບ້ານ


Iran Saudi Hajj
please wait
Embed

No media source currently available

0:00 0:00:49 0:00

ອີຣ່ານໄປຕ້ອນຮັບເຮືອບິນ ທີ່ຂົນສົບ ພວກສະແຫວງບຸນຊາວ
ອີຣ່ານຈຸທຳອິດ ທີ່ເສຍຊີວິດໃນເຫດຢຽບກັນຕາຍ ລະຫວ່າງພິ
ທີສະແຫວງບຸນ Hajj ປະຈຳປີທີ່ຊາອຸດີ ອາຣາເບຍເມື່ອອາທິດ
ແລ້ວນີ້.

ປະທານາທິບໍດີ Hassan Rouhani ແມ່ນຮວມຢູ່ໃນບັນດາ
ພວກເຈົ້າໜ້າທີ່ອະວຸໂສຫຼາຍໆຄົນ ທີ່ໄປຮ່ວມ ໃນພິທີຮັບສົບ
ຊຶ່ງຈັດຂຶ້ນໃນວັນເສົາມື້ນີ້ ທີ່ສະໜາມບິນໃນນະຄອນຫຼວງເຕ
ຫະຣ່ານ ໃນຂະນະທີ່ເຮືອບິນເດີນທາງໄປຮອດ.

ເຮືອບິນລຳນີ້ ບັນທຸກສົບຂອງຊາວອີຣ່ານ ທີ່ເສຍຊີວິດ 104
ສົບຂອງຈຳນວນທັງໝົດ 464 ສົບໃນການຢຽບກັນຕາຍຢູ່ຊາອຸດີ ທີ່ເຮັດໃຫ້ຄວາມສຳພັນ ລະຫວ່າງອີຣ່ານ ແລະຊາອຸດີ ອາຣາເບຍ ຊຸດໂຊມລົງຕື່ມ.

ອີຣ່ານໄດ້ຖິ້ມໂທດການຢຽບກັນຕາຍໃນຄັ້ງນີ້ໃສ່ການບໍລິຫານຄຸ້ມຄອງທີ່ບໍ່ດີຂອງຊາອຸດີ
ອາຣາເບຍ ແລະຊາວອີຣ່ານໄດ້ພາກັນປະທ້ວງຫຼາຍໆຄັ້ງ ຢູ່ນອກສະຖານທູດຊາອຸດີ ອາ
ຣາເບຍ ທີ່ນະຄອນຫຼວງເຕຫະຣ່ານ.

ຜູ້ນຳສູງສຸດຂອງອີຣ່ານ Ayatollah Ali Khamenei ເຕືອນວ່າ ຊາອຸດີ ອາຣາເບຍຈະປະ
ເຊີນກັບມາດຕະການຢ່າງແຂງຂັນ ຖ້າຊາອຸດີ ທີ່ເປັນຄູ່ແຂ່ງຢູ່ໃນຂົງເຂດ ຫາກບໍ່ຍອມສົ່ງ
ສົບ ພວກສະແຫວງບຸນຊາວອີຣ່ານ ໃຫ້ແກ່ຕົນ.

ຊາວອີຣ່ານ ມາຮອດເວລານີ້ແມ່ນປະກອບເປັນຈຳນວນຫຼາຍທີ່ສຸດຂອງພວກທີ່ເສຍຊີວິດ
ທັງໝົດ 769 ຄົນ ໃນການຢຽບກັນຕາຍເມື່ອວັນທີ 24 ກັນຍາຜ່ານມາ.

ໄດ້​ມີເຫດ​ຢຽບ​ກັນ​ຕາຍ ເກີດຂຶ້ນມາແລ້ວຫຼາຍຄັ້ງ​ໃນ​ລະຫວ່າງການສະ​ແຫວ​ງບຸນ Hajj ​ແຕ່
ການຢຽບກັນຕາຍໃນ​ປີ​ນີ້ ​ແມ່ນ​ຮ້າຍແຮງ​ທີ່​ສຸດ ນັບ​ຕັ້ງ​ແຕ່ປີ 1990 ​ເປັນຕົ້ນມາ​ເວລາຫຼາຍ ກວ່າ 1,400 ຄົນ​ໄດ້​ເສຍ​ຊີວິດໄປນັ້ນ.

XS
SM
MD
LG