ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໕ ກັນຍາ ໒໐໒໓

ອົບພະຍົບ ກຸ່ມທຳອິດ ຈາກສູນກັກຂັງ ຂອງ ອອສເຕຣເລຍ ມຸ້ງໜ້າ ສູ່ ສະຫະລັດ


ພວກປະທ້ວງພາກັນຖືປ້າຍ ໃຫ້ການສະໜັບສະໜູນອົບພະຍົບ ອັນເປັນສ່ວນນຶ່ງ ໃນການໂຄສະນາແຫ່ງຊາດ ຢູ່ໃຈກາງນະຄອນ Sydney, ປະເທດ Australia ວັນທີ 11, 2015.

ຫລັງ​ຈາ​ກ​ໄດ້​ຖືກ​ກັກ​ຂັງ​ຢູ່​ໃນຄຸກ​ສອງແຫ່ງຢູ່​ສູນ​ກາງປາຊິ​ຟິກ​ ທີ່ຢູ່ໃນເຂດຫ່າງ ໄກສອກ
ຫລີກ ແລະບໍລິຫານ​ໂດຍ​ອອສ​ເຕຣ​ເລຍ ມາໄດ້ຫລາຍປີ ຊາວອົບ​ພະຍົບກຸ່ມ​ນຶ່ງ ກໍາລັງ​ເດີນທາງມຸ້ງ​ໜ້າ​ຫາ​ສະຫະລັດ ​ເພື່ອ​ໄປຕັ້ງ​ຖິ່ນ​ຖານ​ຢ່າງຖາວອນ​ໃນ​ວັນ​ອັງຄານ​ມື້​ນີ້.

ບັນ​ດາ​ຜູ້​ລີ້ຂໍ​ໄພ​ຢ່າງ​ໜ້ອຍ 22 ຄົນທີ່​ຖືກ​ກັກ​ຂັງ​ຢູ່​ສູ​ນ Manus ທາງ​ພາກ​ເໜືອ​ເກາະ
Papua New Guinea ຈະ​ພາ​ການ​ຂຶ້ນ​ເຮືອບິນ​ຢູ່​ນະຄອນຫລວງ Port Moresby ​|
ແລະບິນ​ໄປຍັງ​ນະຄອນ Manila ​ແລ້ວ​ມຸ້​ງໜ້າ​ໄປສູ່​ບ່ອນ​ທີ່​ບໍ່​ເປີດ​ເຜີຍ​ແຫ່ງນຶ່ງຢູ່​ໃນ​
ສະຫະລັດ.

ທ່ານ​ນາງ Beverly Thacker ​ເຈົ້າ​ໜ້າ​ທີ່​ພົວພັນ​ກັບມວນຊົນ​ຢູ່​ສະຖານ​ທູດ​ສະຫະລັດ​ໃນນະຄອນຫລວງ Port Moresby ກ່າວ​ວ່າ ຊາວອົບ​ພະຍົບ ກຸ່ມ​ທີ​ສອງຊຶ່ງມີປະມານ
30ຄົນ​ຈະ​ອອກ​ຈາກ​ສູນ​ຄຸ​ມຂັງທີ່ເມືອງ Nauru ​ເພື່ອໄປ​ຕັ້ງ​ຖິ່ນ​ຖານ​ໃໝ່​ຢູ່​ໃນ​ສະຫະລັດ
​ໃນ​ບໍ່ເທົ່​າ​ໃດ​ມື້​ຈະ​ມາ​ເຖິງ​ນີ້.

ຊາວ​ອົບ​ພະຍົບເຫລົ່ານີ້ແມ່ນກຸ່ມຄົນທໍາອິດທີ່ນອນໃນຈໍານວນ​ຜູ້ຂໍ​ລີ້ໄພ 1,250 ຄົນ ທີ່
ຈະໄດ້ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະຫະລັດ ພາຍ​ໃຕ້​ຂໍ້​ຕົກລົງກັນລະຫວ່າງ ແຄນເບີຣາ ແລະ
ວໍຊິງຕັນ​ໃນ​ອາທິດ​ສຸດ​ທ້າຍຂອງ​ລັດຖະບານ​ປະທານາທິບໍດີ Barack Obama. ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ຊຶ່ງເປັນຜູ້​ຮັບຕໍາແໜ່ງຕໍ່ຈາກ ທ່ານ Obama ​ໄດ້​ໂຈມ​ຕີ​ຂໍ້​
ຕົກລົງ​ດັ່ງກ່າວໃນລະຫວ່າງ​ການ​ໂອ້​ລົມ​ທາງ​ໂທລະ​ສັບຢ່າງ​ເຄັ່ງເຕັງ​ກັບ ທ່ານ Turnbull ໃນເວລາບໍ່​ພໍເທົ່າໃດພາຍ​ຫລັງທີ່ທ່ານ ເຂົ້າ​ຮັບ​ຕຳ​ແໜ່​ງ ​ແລະເອີ້ນຂໍ້ຕົກລົງດັ່ງກ່າວ “​ເປັນ
​ຂໍ້​ຕົກລົງ​ທີ່​ໂງ່​ຈ້າ” ຢູ່່ໃນ​ຄວາມ​ເວົ້າທີ່​ໂກດ​ແຄ້ນ​ ທີ່ເປັນຂໍ້ຄວາມ​ການ​ຂຽນ​ລົງ​ທາງ Twitter
ທີ່​ພິມລົງໃນ​ເດືອນ​ກຸມພາ ກ່ອນທີ່ຈະ​ເຫັນ​ພ້ອມປະຕິບັດຕາມໃນທີ່ສຸດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG