ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກບິນອະວະກາດຍິງອາເມຣິກັນ ຄົນທໍາອິດ Sally Ride ເຖິງແກ່ກໍາແລ້ວ


ໃນປີ 1983: ນັກບິນອະວະກາດ Sally K. Ride, ຜູ້ຍິງ ອາເມຣິກັນ ຄົນທໍາອິດ ທີ່ໂຄຈອນຢູ່ໃນອະວະກາດ.
ໃນປີ 1983: ນັກບິນອະວະກາດ Sally K. Ride, ຜູ້ຍິງ ອາເມຣິກັນ ຄົນທໍາອິດ ທີ່ໂຄຈອນຢູ່ໃນອະວະກາດ.

ອະດີດ​ນັກ​ບິນ​ອະວະກາດ Sally Ride ຊຶ່ງ​ເປັນຜູ້ຍິງອາ​ເມຣິກັນ ​ຄົນ​ທໍ​າອິດ​ ທີ່ຂຶ້ນບິນ​ຢູ່​ໃນ​ອະວະກາດ ​ໄດ້​ເຖິງ​ແກ່​ກໍາ​ແລ້ວ ໃນ​ວັນ​ຈັນວານ​ນີ້ ຫລັງ​ຈາກ​ໄດ້​ຕໍ່ສູ້​ມາເປັນ​ເວລາ​ນານ ​ກັບ​ພະຍາດມ​ະ​ເຮັງມ້າມ​. ທ່ານ​ນາງ​ມີ​ອາຍຸ​ໄດ້ 61 ປີ.

ທ່ານ​ນາງ Ride ທີ່​ໄດ້​ຮັບ​ 4 ປະລິນຍາ ຮວມ​ທັງ​ປະລິນຍາ​ເອກຂະ​ແໜງ​ຟິຊິກສ໌ ຈາກ​ມ​ະຫາ​ວິ​ທະຍາ​ໄລ Stanford ແ​ມ່ນເປັນ​ພາກ​ສ່ວນ​ນຶ່ງ​ຂອງຫ້ອງ​ຮຽນ​ຂອງອົງການ​ NASA ຊຸດ​ທໍາ​ອິດທີ່​ຮັບ​ເອົາ​ນັກ​ບິນ​ອະວະກາດຜູ້ຍິງ ​ໃນ​ປີ 1978.

ທ່ານ​ນາງ ໄດ້​ຂຶ້ນ​ບິນ​ໃນ​ຍານ​ອະວະກາດ​ໄປ​ກັບ Challenger ​ຮ່ວມກັບ​ນັກ​ບິນ​ອະວະກາດ ຜູ້​ຊາຍ 4 ຄົນ ​ໃນ​ເດືອນ​ມິຖຸ​ນາ ປີ 1983 ​ແລະ​ໄດ້​ກາຍ​ມາ​ເປັນ ວີລະ​ສະຕີ ສໍາລັບ​ພວກເດັກນ້ອຍ​ຜູ້ຍິງ​ ໃນ​ທົ່ວສະຫະລັດ ​ໃນ​ຖານະ​ທີ່​ເປັນ​ນັກ​ບິນ​ອະວະ​ກາດອາ​ເມຣິກັນຜູ້ຍິງ​ຄົນ​ທໍາ​ອິດ ທີ່​ບິນ​ໂຄຈອນ​ຢູ່ໃນ​ຫ້ວງອ​ະວະ​ກາດ.

ທ່ານ​ນາງ Ride ​ໄດ້ຂຶ້ນ​ບິນ​ໃນ​ຍານ​ອະ​ວະ​ກາດ Challenger ອີກ​ຄັ້ງ​ນຶ່ງໃນ​ ປີ 1984 ​ແລະ​ໄດ້​ເປັນ​ສະມາຊິກຄະນະກໍາມະການສືບສວນ ອຸປະຕິ​ເຫດຍານ Challenger ລະ​ເບີດ​ຂຶ້ນ​ ຂະນະ​ທີ່​ເຂົ້າ​ມາສູ່​ເຂດ​ອາກາດ​ຂອງ​ໂລກ ​ໃນ​ປີ 1986 ​ແລະ​ຄວາມ​ພິນາດ​ຂອງຍານ​ອະວະກາດ​ໄປ​ກັບ Columbia ​ໃນ​ປີ 2003.

ທ່່ານ​ນາງ​ຍັງ​ເປັນ​ຜູ້​ກໍ່​ຕັ້ງ​ບໍລິສັດ ທີ່​ມີເປົ້າ​ໝາຍ​ເພື່ອ​ຊັກ​ຊວນ​ໃຫ້ບັນດາໜຸ່ມນ້ອຍ ຜູ້ຍິງ ພາກັນຫັນ​ມາສົນ​ໃຈ ​ວິຊາ​ອາ​ຊີບ ດ້ານ​ວິທະຍາສາດ ​ຄະ​ນິດ​ສາດ ​ແລະ ​ເທັ​ກ​ໂນ​ໂລ​ຈີ.

ປະທານາທິບໍດີ Barak Obama ​ໄດ້​ອອກ​ຖະ​ແຫລ​ງການ ສະດຸ​ດີທ່ານ​ນາງ Sally Ride ວ່າ “​ເປັນ​ວີລະ​ສະຕີ​ຂອງ​ປະ​ເທດ ​ແລະ​ເປັນແບບຢ່າງ​ບົດບາດ​ ອັນເຂັ້ມ​ແຂງ” ຜູ້​ທີ່​ໄດ້ສົ່ງ​ເສີມ​ການເນັ້ນ​ໜັກ​ຫລາຍ​ຂຶ້ນ ໃສ່ວິຊາ​ເລກ​ຫລື ຄະນິດສາດ ​ແລະ​ວິທະຍາສາດ ຢູ່​ໃນ​ໂຮງຮຽນ ຂອງ​ສ​ະຫະລັດ ອາ​ເມ​ຣິກາ.

XS
SM
MD
LG