ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ.ນ​ ເປ​ໂລ​ຊີ ກັບມາ​ເປັນ ປະ​ທານ​ສະ​ພາຕ່ຳ ຄັ້ງ​ທີ​ສອງ ກຳ​ລັງ​ປະ​ເຊີນ​ໜ້າ ​ກັບ ປ. ທ​ຣຳ


ທ່ານ​ນາງ ແນນ​ຊີ ເປ​ໂລ​ຊີ ໄດ້ຈັບ​ຄ້ອນ​ຕີ​ແຫ່ງ​ຄວາມ​ທ່ຽງ​ທຳ ພາຍ​ຫລັງ​ໄດ້​ຖືກ​ເລືອກ​ ໃຫ້ດຳ​ລົງ​ຕຳ​ແໜ່ງ ເປັນ​ປະ​ທານ​ສະ​ພາ​ຕ່ຳ ໃນ​ວັນ​ທີ 3 ມັງ​ກອນ 2019.
ທ່ານ​ນາງ ແນນ​ຊີ ເປ​ໂລ​ຊີ ໄດ້ຈັບ​ຄ້ອນ​ຕີ​ແຫ່ງ​ຄວາມ​ທ່ຽງ​ທຳ ພາຍ​ຫລັງ​ໄດ້​ຖືກ​ເລືອກ​ ໃຫ້ດຳ​ລົງ​ຕຳ​ແໜ່ງ ເປັນ​ປະ​ທານ​ສະ​ພາ​ຕ່ຳ ໃນ​ວັນ​ທີ 3 ມັງ​ກອນ 2019.

ໃນ​ວັນ​ພະ​ຫັດ​ວານນີ້ ທ່ານ​ນາງ ແນນ​ຊີ ເປ​ໂລ​ຊີ (Nancy Pelosi) ໄດ້​ສາ​ບານ​ໂຕ​ເຂົ້າ
​ຮັບ​ຕຳ​ແໜ່ງ ໂດຍ​ໄດ້​ປະ​ກັນສະ​ຖາ​ນະ​ພາບ​ໃນ​ການ​ເປັນ​ຜູ້​ຍິງ​ທີ່​ມີ​ອິດ​ທິ​ພົນ​ທີ່​ສຸດ​ໃນ
​ປະ​ຫວັດ​ສາດ​ດ້ານ​ການ​ເມືອງຂອງ​ສະ​ຫະ​ລັດ ຊຶ່ງ​ເປັນ​ການ​ເລີ້ມ​ຕົ້ນ​ຍຸກ​ໃໝ່​ຂອງ​ລັດ​
ຖະ​ບານ​ທີ່​ມີ​ຄວາມແຕກ​ແຍກ​ກັນຢູ່ໃນ​ປະ​ເທດແລະຕັ້ງ​ຕົ້ນການສູ້​ຢັນທາງ​ການ​ເມືອງ​
ທີ່​ໜ້າ​ເກງ​ຂາມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ.

ການ​ໄດ້​ຮັບ​ຕຳ​ແໜ່ງ​ດັ່ງ​ກ່າວ​ຮອບ​ສອງ ​ທີ່​ເປັນ​ປະ​ຫວັດ​ການ​ຂອງ​ທ່າ​ນ​ນາງ ເປ​ໂລ​ຊີ ໂດຍ​ໄດ້ນຳ​ພາ​ພັກ​ເດ​ໂມ​ແຄ​ຣັດ ທີ່​ເປັນ​ພັກ​ສຽງ​ສ່ວນຫລາຍ ​ໃນ​ຂະ​ນະ​ທີ່ ເປັນ​ປະ​ທານ​ສະ​ພາ​ຕ່ຳຢູ່ນັ້ນໄດ້​ກາຍ​ເປັນ​ຂີດ​ໝາຍຊີ້​ໃຫ້​ເຫັນ​ວ່ານີ້​ເປັນ​ຄັ້ງ​ທີ​ສອງ ​ເທົ່າ​ນັ້ນ ໃນ​ເຄິ່ງ​ສັດ​ຕະ​ວັດ​ທີ່​ຜ່ານ​ມາທີ່​ປະ​ທານ​ສະ​ພາ​ຄົນ​ນຶ່ງໄດ້​ຫວນກັບ​ມາດຳ​ລົງຕຳ​ແໜ່ງ​ຄືນ​ອີກ​ເປັນ​ຄັ້ງ​ທີ​ສອງ.

ຄວາມ​ສາ​ມາດ​ທີ່​ສືບ​ຕໍ່ມີ​ມາ​ຂອງ​ທ່ານ​ນາງ ເປ​ໂລ​ຊີ ໃນ​ການ​ຈັດ​ການ​ກັບ​ບັນ​ຫາ​ທ້າ​ທາຍ​ຕ່າງໆ ຂອງແມ່​ຍິງ ຢູ່​ໃນ​ວົງ​ການ​ການ​ເມືອງ ແລະ ​ການທີ່ຍັງ​ເປັນ​ປະ​ທານ​ສະ​ພາ​ຕ່ຳຄົນ​ດຽວ​ເທົ່າ​ນັ້ນ ​ທີ່​ເປັນ​ແມ່​ຍິງ​ ຈະ​ສະ​ແດງ​ໃຫ້​ຄົນ​ຮູ້​ຈັກ​ ເຖິງ​ວິ​ທີ​ການ​ຂອງ​ທ່ານ​ນາງ ໃນ​ຂະ​ນະ​ທີ່​ເພິ່ນຫັນ​ມາ​ຫາ​ວິ​ກິດ​ການ​ທີ່​ມີ​ຢູ່ເວ​ລານີ້ ​ໃນ​ການ​ເຮັດ​ໃຫ້​ການ​ປິດ​ລັດ​ຖະ​ບານ​ໃນ​ບາງ​ພາກ​ສ່ວນ ຍຸ​ຕິ​ລົງໄດ້.

ເບິ່ງ​ພາບ​ປະ​ກອບ​ກ່ຽວ​ກັບ​ຂ່າວນີ້

ພວກ​ສັງ​ກັດພັກ​ເດ​ໂມ​ແຄ​ຣັດຢູ່​ໃນ​ສະ​ພາ​ຕ່ຳຈະ​ຮັບ​ຜ່ານ​ຮ່າງ​ກົດ​ໝາຍ 6 ສະ​ບັບ ກ່ຽວ​ກັບ​ການ​ໃຊ້​ຈ່າຍ​ງົບ​ປະ​ມານ ທີ່​ຈະ​ເຮັດ​ໃຫ້ການ​ປິດ​ລັດ​ຖະ​ບານ​ໃນ​ບາງ​ພາກ​ສ່ວນ ຍຸ​ຕິ​ລົງ ໂດຍ​ການ​ເອົ​າ​ງົບ​ປະ​ມານເຕັມ​ໃຫ້​ແກ່​ອົງ​ການ​ລັດ​ຖະ​ບານທີ່​ໄດ້​ຮັບ​ຜົນ​ກະ​ທົບ ໄປ​ຈົນ​ຮອດ​ວັນ​ທີ 30 ກັນ​ຍາປີນີ້. ສ່ວນ​ຮ່າງເງິນງົບປະ​ມານ ​ທີ່​ຈະ ເອົາ​ໃຫ້​ແກ່​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ພ​າຍ​ໃນ ຊຶ່ງ​ເປັນ​ກະ​ຊວງ ທີ່​ຮັບ​ຜິດ​ຊອບ​ໃນ​ການ​ດູ​ແລ​ເງິນ​ເພື່ອ​ສ້າງ​ກຳ​ແພງ​ຂັ້ນ​ຊາຍ​ແດນ​ລະ​ຫວ່າງ ສະ​ຫະ​ລັດກັບ​ເມັກ ​ຊິ​ໂກນັ້ນ ຈະ​ໄດ້​ຮັບ​ຈົນ​ຮອດ​ວັນ​ທີ 8 ກຸມ​ພາ ທີ່​ຈະ​ມາ​ເຖິງນີ້.

​ແຕ່​ວ່າ ສະ​ພາ​ສູງ​ຂອງ​ສະ​ຫະ​ລັດ ເບິ່ງ​ຊົງ​ຄົງ​ຈະ​ບໍ່​ຮັບ​ຜ່ານ​ຂໍ້ສະ​ເໜີ​ຂອງ​ສະ​ພາ​ຕ່ຳ, ຊຶ່ງ​ຈະ​ເຮັດ​ໃຫ້​ທີ່​ທ່ານ​ນາງ ເປ​ໂລ​ຊີ ຕົກ​ຢູ່​ໃນ​ສະ​ພາບ​ທີ່​ລຳ​ບາກຕັ້ງ​ແຕ່ຫົວ​ທີ​ໃນ​ການ​ດຳ​ລົງ​ຕຳ​ແໜ່ງ ​ເປັນ​ປະ​ທານ​ສະ​ພາ​ຕ່ຳ ​ຂອງ​ເພິ່ນ. ທ່ານ​ນາງໄດ້​ຢືນ ການ ຢ່າງ​ແນ້ວ​ແນ່​ວ່າທ່ານ​ນາງ​ຈະ​ບໍ່​ຍອມ​ເອົາເງິນ 5.6 ຕື້​ໂດ​ລາທີ່​ທ່ານ​ທ​ຣຳ​ຂໍເພື່ອ​ເອົາ​ໄປ​ສ້າງ​ກຳ​ແພງທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີຢືນ​ຢັດ​ວ່າ​ຈຳ​ເປັນ​ຕ້ອງ​ໄດ້​ເຮັດ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ເຂດ​ຊາຍ​ແດນ​ພາກ​ໃຕ້​ຂອງ​ປະ​ເທດ ແລະ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພວກ​ອົບ​ພະ​ຍົບ​ທີ່ບໍ່​ມີ​ເອ​ກະ​ສານເຂົ້າ​ມາ​ສະ​ຫະ​ລັດ​ໄດ້ນັ້ນ​ໃຫ້​ເພິ່ນ.

"ທ່ານ​ປະ​ທາ​ນາ​ທິ​ບໍ​ດີໄດ້​ໃຊ້​ການ​ປິດ​ລັດ​ຖະ​ບານ​ລົງ​ເພື່ອ​ພະ​ຍາ​ຍາມ​ທີ່​ຈະ​ພັກ​ດັນ ໃຫ້​ມີ​ກຳ​ແພງ​ທີ່​ແພງ ແລະ​ບໍ່​ມີ​ປະ​ສິດ​ທິ​ຜົນ ແທນ​ທີ່​ຈະ​ຄິດ​ເຫັນ​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ ທີ່​ກ່າວ​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ ໃນ​ຕອນ​ຕົ້ນໆ ​ອາ​ທິດນີ້.

ແຕ່​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີກັບ​ເວົ້າ​ວ່າ ພວກ​ສັງ​ກັດພັກ​ເດ​ໂມ​ແຄ​ຣັດກຳ​ລັງ​ຫລິ້ນ​ເກມການ​ເມືອງ​ກັບ​ການ​ສູ້​ຢັນເພື່ອເຮັດ​ໃຫ້​ມີ​ຄວາມ​ປອດ​ໄພ​ໃນ​ເຂດ​ຊາຍ​ແດນ. "ການ​ປິດ​ລັດ​ຖະ​ບານ​ລົງກໍ​ເປັນ​ພຽງ​ແຕ່​ຍ້ອນ​ການ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​ປີ 2020 ທີ່​ຈະ​ມາ​ເຖິງນີ້​ເທົ່າ​ນັ້ນ. ພວກເດ​ໂມ​ແຄ​ຣັດຮູ້​ວ່າ ເຂົາ​ເຈົ້າ​ບໍ່​ສາ​ມາດ​ທີ່​ຈະ​ເອົາ​ຊະ​ນະ​ໄດ້​ໂດຍ​ການ​ອີງ​ໃສ່ຜົນ​ງານ​ຕ່າງໆທັງ​ໝົດ​ຂອງ'ທ​ຣຳ,' ສະ​ນັ້ນ ​ເຂົາ​ເຈົ້າ ​ຈຶ່ງ​ພາ​ກັນ​ດີ້ນ​ຮົນໄປ​ໃຊ້​ເລື້ອງ​ການ​ສ້າງ​ກຳ​ແພງ ແລະ​ກາ​ນ​ຮັກ​ສາ​ຄວາມ​ປອດ​ໄພ​ໃນ​ຊາຍ​ແດນໂດຍທັງ​ໝົດ ແລະ​ພາ​ກັນຮາ​ວີ​ປະ​ທາ​ນາ​ທິ​ບໍ​ດີ ແທນ. ສຳ​ລັບ​ເຂົາ​ເຈົ້າ​ແລ້ວ, ນີ້​ຄື​ເລື້ອງ​ການ​ເມືອງ​ຢ່າງ​ຊິ້ນ​ເຊີງ!," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ທ​ຣຳ ທີ່​ຂຽນ​ລົງ​ໃນ​ທວີດ​ເຕີ ໃນ​ວັນ​ພະ​ຫັດ​ວານນີ້.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່ວນີ້​ເພີ້ມ

Pelosi Calls for Mutual Respect, Support for Middle Class
please wait

No media source currently available

0:00 0:02:37 0:00

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG