ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປ່ອນບັດເອົາ ປະທານາທິບໍດີ ສະຫະລັດ ໄດ້ອັດລົງແລ້ວ ຢູ່ໃນຫລາຍໆລັດ (ວີດີໂອກັບສະໄລດ໌)


 ພະນັກງານເຮັດວຽກເລືອກຕັ້ງ ພາກັນກຽມບ່ອນສໍາລັບປ່ອນບັດ ຢູ່ໂຮງຮຽນປະຖົມ Memorial Elementary School ໃນເມືອງ Little Ferry, ລັດ New Jersey, ວັນທີ 6 ພະຈິກ 2012.
ພະນັກງານເຮັດວຽກເລືອກຕັ້ງ ພາກັນກຽມບ່ອນສໍາລັບປ່ອນບັດ ຢູ່ໂຮງຮຽນປະຖົມ Memorial Elementary School ໃນເມືອງ Little Ferry, ລັດ New Jersey, ວັນທີ 6 ພະຈິກ 2012.
ຕອນນີ້ ເວລາປະມານ 11 ໂມງເຄິ່ງ ຄືນວັນອັງຄານ ທີ 6
ພະຈິກ 2012, ການປ່ອນບັດໄດ້ອັດລົງແລ້ວ ຢູ່ໃນຫລາຍໆ
ລັດ ໃນການເລືອກຕັ້ງ ທີ່ມີຄະແນນສູສີກັນ ແລະມີການແຂ່ງ
ຂັນກັນຢ່າງດຸເດືອດ ລະຫວ່າງປະທານາທິບໍດີ Barack
Obama ກັບຄູ່ແຂ່ງຈາກພັກຣີພັບບລິກັນ ທ່ານ Mitt Romney.

ຜົນການເລືອກຕັ້ງຈາກບັນດາລັດ ທີ່ການປ່ອນບັດອັດລົງ
ແລ້ວນັ້ນ ສະແດງວ່າ ທ່ານໂອບາມາ ຈາກພັກເດໂມແຄຣັທ
ໄດ້ຮັບຄະແນນຈາກຄະນະກໍາມະການເລືອກຕັ້ງຂອງພັກ
239 ສຽງ ແລະ ທ່ານຣອມນີ ໄດ້ 193 ຈາກບັນດາລັດທີ່
ພວກທ່ານໄດ້ຮັບໄຊຊະນະ ຊຶ່ງທ່ານໂອບາມາຊະນະຢູ່ໃນ
ບັນດາລັດທາງພາກຕາເວັນອອກສຽງເໜືອ ຄືລັດນິວຢອກ
ກັບ ນິວເຈີຊີ ຂະນະທີ່ທ່ານຣອມນີ ໄດ້ຊະນະຢູ່ໃນຫລາຍລັດ
ທາງພາກຕາເວັນອອກສຽງໃຕ້ ອັນໂຮມທັງລັດ Mississippi
ແລະ Louisiana ກັບອີກຫລາຍລັດທາງພາກກາງ ຫລືມິດ
ແວັສ ຊຶ່ງໂຮມທັງລັດ Wyoming ແລະ Nebraska.

ນອກນັ້ນ ທ່ານໂອບາມາຍັງໄດ້ຊະນະຢູ່ໃນລັດທີ່ມີປະຊາກອນຫລາຍ ເຊ່ນບັນດາລັດທາງພາກຕາເວັນຕົກ ເຊ່ນລັດແຄລິຟໍເນຍເປັນຕົ້ນ.

ເບິ່ງລາຍງານວີດີໂອ ທີ່ກ່ຽວຂ້ອງກັນ ຂອງ Chris Simkins:


ຫລັງຈາກການໂຄສະນາຫາສຽງມາເປັນເວລາປີເຄິ່ງ, ການໂຕ້ວາທີກັນສາມເທື່ອ, ແລະການໂຄສະນາທາງໂທລະພາບຫລາຍໆພັນອັນ ຜົນການຢັ່ງຫາງສຽງມະຫາຊົນ ສະແດງວ່າ ຜູ້ສະມັກທັງສອງແມ່ນໄດ້ຮັບຄະແນນນິຍົມຈາກປະຊາຊົນ ຢ່າງໃກ້ຄຽງ
ກັນທີ່ສຸດ.

ແຕ່ວ່າຜົນການເລືອກຕັ້ງປະທານາທິບໍດີນັ້ນ ບໍ່ແມ່ນປະຊາຊົນເປັນຜູ້ຕັດສິນ ແຕ່ແມ່ນ ຄະນະກໍາມະການເລືອກຕັ້ງຂອງແຕ່ລະລັດ ທີ່ເອິ້ນວ່າ ລະບົບ Electoral College
ທີ່ປະກອບດ້ວຍສະມາຊິກ 538 ຄົນ. ລັດນຶ່ງໆຈະມີກໍາມະການເລືອກຕັ້ງໜ້ອຍຫລາຍ
ປານໃດນັ້ນ ແມ່ນຂຶ້ນຢູ່ກັບຈໍານວນປະຊາຊົນຂອງຕົນ. ໂດຍສ່ວນໃຫຍ່ແລ້ວ ຜູ້ສະມັກ ເລືອກຕັ້ງຄົນໃດ ໄດ້ຊະນະຢູ່ລັດນຶ່ງ ກໍແມ່ນຈະໄດ້ຄະແນນສຽງຈາກກໍາມະການເລືອກ ຕັ້ງຂອງລັດທັງໝົດໄປ.

ເພື່ອໃຫ້ໄດ້ເປັນປະທານາທິບໍດີນັ້ນ ຜູ້ສະມັກເລືອກຕັ້ງຈະຕ້ອງໄດ້ຄະແນນສຽງຈາກ ຄະນະກໍາມະການເລືອກຕັ້ງ ຢ່າງນ້ອຍ 270 ຄົນ.

ທ່ານສາມາດຕິດຕາມເບິ່ງ ຈໍານວນຄະນະກໍາມະການເລືອກຕັ້ງຂອງລັດ ທີ່ຜູ້ສະມັກ ແຕ່ລະຄົນໄດ້ໄປນັ້ນໄດ້ ຢູ່ໃນແຜນທີ່ ໃນໜ້າຂ່າວການເລືອກຕັ້ງຂອງເຮົາ.

XS
SM
MD
LG