ໄລຍະທຳອິດຂອງອັນທີ່ຄາດກັນວ່າ ຈະເປັນຂັ້ນຕອນການກໍ່ສ້າງກຳແພງ ເພີ່ມຕື່ມ
ຢູ່ຕາມເຂດຊາຍແດນ ທາງພາກຕາເວັນຕົກສຽງໃຕ້ ຂອງສະຫະລັດ ນັ້ນ ຈະໃຊ້ເວລາ
ຍາວນານ ແລະ ຄ່າໃຊ້ຈ່າຍຫຼວງຫຼາຍ ໄດ້ສິ້ນສຸດລົງ ໃນຂະນະທີ່ ເສັ້ນຕາຍໄດ້ໝົດ
ກຳນົດລົງ ໃນຕອນບ່າຍວັນອັງຄານວານນີ້ ສຳລັບ ບັນດາບໍລິສັດ ທີ່ຈະສະເໜີແນວຄິດ
ອອກແບບກຳແພງ ຂອງພວກເຂົາເຈົ້າ ຕໍ່ລັດຖະບານ.
ຂັ້ນຕອນການປະມູນ ແມ່ນເພື່ອຫາແບບຢ່າງ ການກໍ່ສ້າງກຳແພງຂະໜາດ 3 ຄູນ 3
ແມັດ ຊຶ່ງສ່ວນນຶ່ງອາດເຮັດດ້ວຍຄອນກຣີດ ອີກສ່ວນນຶ່ງອາດເຮັດດ້ວຍວັດຖຸອື່ນໆ ຢູ່
ທີ່ນະຄອນ San Diego ຊຶ່ງບັດນີ້ ລັດຖະບານ ຈະປະເມີນເບິ່ງວ່າ ຈະນຳໃຊ້ແບບໃດ
ຢູ່ຕາມເຂດຊາຍແດນ ທີ່ເນັ່ງຈາກລັດ Texas ໃນພາກຕາເວັນອອກສຽງໃຕ້ ໄປຫາລັດ
California ໃນພາກຕາເວັນຕົກສຽງໃຕ້ ຂອງປະເທດນັ້ນ.
ລັດຖະບານກ່າວວ່າ ຕົນຈະໃຊ້ເວລາສອງສັບປະດາ ເພື່ອຄັດເລືອກເອົາ 20 ກວ່າ
ບໍລິສັດ ທີ່ເຂົ້າແຂ່ງຂັນ ໃນຮອບທີສອງ ສຳລັບແຕ່ລະຊະນິດຂອງກຳແພງ. ຫຼາຍກວ່າ
400 ບໍລິສັດ ໄດ້ສະແດງຄວາມສົນໃຈ ໃນການປະມູນ ແລະ ຫຼາຍບໍລິສັດ ມີໂອກາດ
ທີ່ຈະຊະນະ ເພື່ອສ້າງຕົວຢ່າງຫຼາຍແບບ.
ຖ້າກຳນົດເວລາ ທີ່ ກົມພາສີ ແລະປົກປ້ອງເຂດຊາຍແດນສະຫະລັດ ຫຼື CBP ໄດ້ວາງ
ໄວ້ແລ້ວນັ້ນ ບໍ່ມີການເລື່ອນເວລາອອກໄປ ໄລຍະທີສອງຈະເລີ່ມຕົ້ນຂຶ້ນໃນກາງເດືອນ
ເມສາ ໂດຍບັນດາບໍລິສັດທັງຫຼາຍ ຈະຕ້ອງຍື່ນບົດວິພາກການໃຊ້ຈ່າຍ ແລະ ຜັງ
ລາຍລະອຽດຂອງການອອກແບບ ຕື່ມອີກ. ການກໍ່ສ້າງຕົວຢ່າງຕ່າງໆ ອາດເລີ່ມຂຶ້ນ
ໃນເດືອນມິຖຸນານີ້ ອີງຕາມເອກກະສານການປະມູນ.
ລາຍລະອຽດຂອງກຳແພງ ບົ່ງວ່າ ສ່ວນໃໝ່ຂອງກຳແພງ ອາດບໍ່ຕ່ຳກວ່າ 5 ແມັດ ຫຼື
ສູງເຖິງ 9 ແມັດ “ຮູບຮ່າງຄວາມສູງໃຫ້ຍິ່ງໃຫຍ່” ແລະ ທົນທານຕໍ່ການທີ່ຜູ້ຄົນຈະງັດ
ແງະ ດັ່ງທີ່ກົມ CBP ໄດ້ອະທິບາຍ ໃນ ແຈ້ງການ ທີ່ສົ່ງໃຫ້ແກ່ພວກຜູ້ຮັບເໝົາທີ່ສົນໃຈ.
ຂັ້ນຕອນດັ່ງກ່າວ ທີ່ໄດ້ເລີ່ມຕົ້ນຂຶ້ນ ໃນກາງເດືອນມີນາ ແມ່ນການຊຸກຍູ້ໂດຍປະທານາ
ທິບໍດີ ທ່ານດໍໂນລ ທຣຳ ຜູ້ທີ່ໄດ້ໂຄສະນາເລື້ອຍໆ ກ່ຽວກັບແນວຄິດ ຂອງການສ້າງ
ກຳແພງ ຢູ່ຕາມເຂດຊາຍແດນ. ພວກຮົ້ວ ກຳແພງ ຫໍຄອຍສັງເກດການ ແລະ ສິ່ງກີດ
ຂວາງອື່ນໆ ລວມທັງທຳມະຊາດ ພູມປະເທດທີ່ກັນດານ ກໍມີຢູ່ແລ້ວ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ