ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ຖ້ຽວບິນທົດສອບນຳສົ່ງລູກເຮືອ ຄັ້ງທຳອິດຂອງຍານອະວະກາດໃໝ່ ເພື່ອໃຫ້ບໍລິການ ສະຖານີອະວະກາດນານາຊາດ ໄດ້ຖືກຍົກເລີກ


ຈະຫຼວດ Atlas V ຂອງ United Launch Alliance ທີ່ຂົນສົ່ງນັກບິນອະວະກາດ 2 ຄົນ ທົດສອບການບິນຂົນສົ່ງລູກເຮືອ Starliner-1 ຂອງໂບອິ້ງ ປາກົດຂຶ້ນຫຼັງຈາກການປ່ອຍຂຶ້ນມີຄວາມຫຼ້າຊ້າ ເນື່ອງຈາກບັນຫາທາງເທັກນິກ ກ່ອນພາລະກິດໄປຍັງສະຖານີອະວະກາດນານາຊາດ ໃນ Cape Canaveral, ລັດຟລໍຣີດາ ວັນທີ 6 ພຶດສະພາ 2024.
ຈະຫຼວດ Atlas V ຂອງ United Launch Alliance ທີ່ຂົນສົ່ງນັກບິນອະວະກາດ 2 ຄົນ ທົດສອບການບິນຂົນສົ່ງລູກເຮືອ Starliner-1 ຂອງໂບອິ້ງ ປາກົດຂຶ້ນຫຼັງຈາກການປ່ອຍຂຶ້ນມີຄວາມຫຼ້າຊ້າ ເນື່ອງຈາກບັນຫາທາງເທັກນິກ ກ່ອນພາລະກິດໄປຍັງສະຖານີອະວະກາດນານາຊາດ ໃນ Cape Canaveral, ລັດຟລໍຣີດາ ວັນທີ 6 ພຶດສະພາ 2024.

ການປ່ອຍຖ້ຽວບິນທົດລອງ​ທີ່ມີ​ນັກ​ບິນຄັ້ງທຳອິດຂອງ​ຍານ​ອະ​ວະ​ກາດ Boeing Starliner ໄປ​ຫາ​ສະ​ຖາ​ນີ​ອະ​ວະ​ກາດ​ສາ​ກົນ​ທີ່ໄດ້ວາງແຜນໄວ້ສຳ​ລັບ​ຄືນ​ວັນ​ຈັນ​ວານນີ້ ໄດ້​ຖືກ​ຍົກ​ເລີກກ່ອນ​ການປ່ອຍຂຶ້ນ ເນື່ອງຈາກ​ບັນ​ຫາ​ທາງ​ດ້ານ​ເທັກ​ນິກ.

ສະມາຊິກລູກເຮືອ ທ່ານ ແບຣີ ວິລມໍ (Barry Wilmore) ແລະ ທ່ານ ນາງ ສຸນິຕາ ວິລລ້ຽມ (Sunita Williams) ຫາກໍໄດ້ເຂົ້າໄປໃນແຄບຊູນຍານ​ອະ​ວະ​ກາດ ເມື່ອເຈົ້າໜ້າທີ່ຢູ່ພື້ນດິນໄດ້ຍົກ​ເລີກການປ່ອຍຂຶ້ນ, ໂດຍຢ້ຳວ່າ ວາວປ່ອຍ ອົກຊີເຈນຢູ່ໃນຊັ້ນທີສອງຂອງຈະຫຼວດມີ​ຄວາມ​ບົກ​ຜ່ອງ.

ທ່ານ ວີລມໍ (Wilmore) ແລະ ທ່ານນາງ ວີລລ້ຽມ (Williams), ເຊິ່ງເປັນນັກ ບິນອາວະກາດຜູ້ມີປະສົບການ ກັບອົງການອະວະກາດ NASA ຂອງ ສະຫະລັດ, ຈະຂັບຍານອາວະກາດ Starliner ໄປຫາສະຖານີອະວະກາດ, ບ່ອນທີ່ພວກເຂົາຈະຢູ່ທີ່ນັ້ນ ປະມານນຶ່ງອາທິດ ເພື່ອທົດສອບແຄັບຊູນ ແລະ ລະບົບຍ່ອຍໆຂອງມັນ.

ເຈົ້າຫນ້າທີ່ຂອງບໍ​ລິ​ສັດ United Launch Alliance, ເຊິ່ງເປັນບໍລິສັດທີ່ສ້າງ ຈະຫຼວດ Atlas V ທີ່ຈະນໍາເອົາຍານ Starliner ຂຶ້ນໄປສູ່ອາວະກາດນັ້ນ, ກ່າວວ່າ ນັກວິສະວະກອນໄດ້ຍິນສຽງດັງຫຶ່ງຈາກວາວດັ່ງ​ກ່າວ ໃນລະຫວ່າງ ການນັບຖອຍຫລັງ ເຊິ່ງຊີ້ບອກວ່າມັນອາດເກີນປະ​ສິດ​ທິ​ພາບຂອງມັນ. ບໍລິສັດໄດ້ກ່າວໃນບໍ່ເທົ່າໃດຊົ່ວໂມງຫຼັງຈາກການປ່ອຍຂຶ້ນໃນວັນຈັນ ໄດ້ຖືກຍົກ​ເລີກວ່າ ມັນອາດຈະເປັນກ່ອນວັນສຸກນີ້ ທີ່ພວກເຂົາຈະພະຍາຍາມປ່ອຍຂຶ້ນ ອີກຄັ້ງນຶ່ງ.

ການບິນໃນທ້າຍທີ່ສຸດ ຈະເປັນການທົດສອບຄັ້ງສຸດທ້າຍກ່ອນທີ່ອົງການ NASA ສາມາດຮັບຮອງໃຫ້ Boeing ປະຕິບັດພາລະກິດໄປ ແລະ ມາຢ່າງ​ເປັນ​ປະ​ຈຳຈາກສະຖານີອາວະກາດສຳ​ລັບອົງການດັ່ງ​ກ່າວ.

ຖ້າການທົດລອງຂອງ Boeing ປະສົບຜົນສໍາເລັດ, ມັນຈະກາຍເປັນທາງ ເລືອກທີ່ເຊື່ອຖືໄດ້ສໍາລັບການບິນໃນອະວະກາດຂອງມະນຸດ ອັນດັບທີ 2 ຄ່ຽງຄູ່ກັບ​ຍານ​ອະ​ວະ​ການ SpaceX Dragon ຂອງ ທ່ານ ອີລອນ ມັສກ໌ (Elon Musk). ​ບໍ​ລິ​ສັດ SpaceX ໄດ້​ສົ່ງ​ນັກ​ບິນ​ອາ​ວະ​ກາດຂອງ NASA ໄປ​ແລະ​ມາ ຈາກສະຖານນີອະວະກາດນານາຊາດ ຫຼື ISS ມາຕັ້ງ​ແຕ່​ປີ 2020.

ໂຄງການ Starliner ໄດ້ປະສົບກັບຄວາມລົ້ມເຫຼວ ແລະ ຄວາມຫຼ້າຊ້າຫຼາຍປີ.

ໃນ​ລະ​ຫວ່າງ​ການບິນ​ທົດ​ລອງ​ແບບ​ບໍ່​ມີ​ລູກ​ເຮືອ​ໃນ​ປີ 2019, ຍານ​ອະ​ວະ​ກາດ​ດັ່ງ​ກ່າວ​ແມ່ນໄດ້​ບິນ​ຢູ່​ໃນ​ເສັ້ນ​ທາງ​ທີ່​ບໍ່​ຖືກ​ຕ້ອງ​ ແລະ ​ກັບ​ຄືນ​ມາ​ໂດຍ​ບໍ່​ໄດ້​ໄປຮອດສະ​ຖາ​ນີ​ອະ​ວະ​ກາດ​ສາ​ກົນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG