ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ເສຍ​ຊີ​ວິດ ຍ້ອນ Covid-19 ຄົ​ນ​ທຳ​ອິດ ໃນ ສະ​ຫະ​ລັດ ຖືກ​ລາຍ​ງານ​ ຢູ່​ໃນ​ລັດ ວໍ​ຊິງ​ຕັນ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ກ່ຽວ​ກັບ ໄວ​ຣັ​ສ​ໂຄ​ໂຣ​ນາ ໃນ​ກອງ​ປະ​ຊຸມ​ລາຍ​ງານ​ໃນ​ຫ້ອງ​ລາຍ​ງານ​ຂ່າວ​ທີ່​ທຳ​ນຽບ​ຂາວ. 29 ກ​ຸມ​ພາ, 2020.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ກ່ຽວ​ກັບ ໄວ​ຣັ​ສ​ໂຄ​ໂຣ​ນາ ໃນ​ກອງ​ປະ​ຊຸມ​ລາຍ​ງານ​ໃນ​ຫ້ອງ​ລາຍ​ງານ​ຂ່າວ​ທີ່​ທຳ​ນຽບ​ຂາວ. 29 ກ​ຸມ​ພາ, 2020.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ໄດ້​ກຽມ​ພ້ອມ​ສຳ​ລັບ​ທຸກໆສະ​ຖາ​ນະ​ການ​ ​ທີ່​ຈະ​ເກີດ​ຂຶ້ນ​ຈາກ​ການ​ລະບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ ໃນ​ຂ​ະ​ນະ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ຂອງ​ສະ​ຫະ​ລັດ ໄດ້​ລາຍ​ງານ​ວ່າ ມີ​ຜູ້​ເສຍ​ຊີ​ວິດ​ຄົນ​ທຳ​ອິດ​ຈາກ​ໄວ​ຣັ​ສ​ດັ່ງ​ກ່າວນັ້ນ.

ທ່ານ​ທ​ຣຳ ໄດ້​ກ່າວ​ໃນ​ວັນ​ເສົາ​ວານນີ້ ຢູ່​ທີ່​ທຳ​ນຽບ​ຂ່າວ ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ວ່າ ຜູ້​ເຄາະ​ຮ້າຍ​ຄົນ​ນັ້ນ ​ແມ່ນເພດ​ຊາຍໄວໃກ້​ເຂົ້າ 60 ປີ ເປັນ​ຜູ້​ທີ່​ມີ “ຄວາມ​ສ່ຽງ​ສູງ​ດ້ານ​ການ​ແພດ” ຊຶ່ງ​ຜູ້​ກ່ຽວ​ໄດ້​ເສຍ​ຊີ​ວິດ ໃນ​ມື້​ຄືນ​ກ່ອນ​ຢູ່​ໃນ​ລັດ​ວໍ​ຊິງ​ຕັນ.

ໃນ​ຂະ​ນະ​ດຽວ​ກັນ ທ່ານ​ໄດ້​ກ່າວ​ຕື່ມ​ວ່າ ກໍ​ລະ​ນີ​ຂອງ​ການ​ຕິດ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ​ຕ່າງໆ ຢູ່​ໃນ​ສະ​ຫະ​ລັດ ແມ່ນ “ເປັນ​ໄປ​ໄດ້​ສູງ” ​ຊຶ່ງທ່ານ​ກ່າວ​ຕໍ່​ໄປ​ວ່າ “ບໍ່​ມີ​ເຫ​ດ​ຜົນ​ໃດ​ ທີ່​ຈະ​ຕື່ນ​ຕົກ​ໃຈ​ເລີຍ.”

ຜູ້​ອຳ​ນວຍ​ການ​ສູນ​ກາງ​ຄວບ​ຄຸມ ແລະ ​ປ້ອງ​ກັນ​ພະ​ຍາດຂອງ​ ສ​ະ​ຫະ​ລັດ ຫຼື CDC ທ່ານ​ໂຣ​ເບີດ ເຣດ​ຟີ​ລ (Robert Redfield) ໄດ້​ກ່າວ​ວ່າ ບໍ່​ມີ “ຫຼັກ​ຖານ​ໃດໆ​ທີ່​ເຊື່ອມ​ໂຍງ​ກັບ​ການ​ເດີນ​ທາງ” ​ໃນ​ກໍ​ລະ​ນີ​ດັ່ງ​ກ່າວ ຂອງ​ຜູ້​ປ່ວຍ​ຢູ່​ໃນ​ລັດ​ວໍ​ຊິງ​ຕັນ​ຜູ້​ທີ່​ໄດ້​ເສຍ​ຊີ​ວິດ.

ຜູ້​ປົກ​ຄອງ​ລັດ​ວໍ​ຊິງ​ຕັນ ທ່ານ​ເຈ ອິ​ນ​ສ​ລີ ໄດ້​ປະ​ກາດ​ພາ​ວະ​ສຸກ​ເສີນ ໃນ​ວັນ​ເສົາ​ວານນີ້ ໂດຍ​ຊີ້​ນຳ​ໃຫ້​ອົງ​ການ​ພາຍ​ໃນ​ລັດ​ທັງຫຼາຍ ຈົ່ງ​ໃຊ້ “ແຫລ່ງ​ຊັບ​ພະ​ຍາ​ກອນ​ທຸກ​ຢ່າງ​ທີ່​ຈຳ​ເປັນ” ເພື່ອ​ຮັບ​ມື​ກັບ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ.

ທ່ານ​ອິ​ນ​ສ​ລີ ໃນ​ເບື້ອງ​ຕົ້ນ​ໄດ້​ອະ​ທິ​ບາຍ​ໃນ​ຖະ​ແຫລງ​ການ ເຖິງຄົນປ່ວຍ​ຜູ້​ທີ່​ໄດ້​ເສຍ​ຊີ​ວິດນັ້ນ ​ວ່າເປັນ​ຜູ້​ຊາຍ ແຕ່​ໃນ​ເວ​ລາ​ຕໍ່​ມາ​ໄດ້​ອະ​ທິ​ບາຍ ບຸກ​ຄົນ​ຜູ້ນີ້ ເປັນ “ພົນ​ລະ​ເມືອງ​ລັດ​ວໍ​ຊິງ​ຕັນ.”

ທຳ​ນຽບ​ຂາວ​ໃນ​ວັນ​ເສົາ​ວານນີ້ ຍັງ​ໄດ້​ປະ​ກາດ​ໃຫ້​ຈຳ​ກັດ​ການ​ເດີນ​ທາງ​ໄປ​ຍັງ​ປະ​ເທດ ​ອີ​ຣ່ານ ​ຢ່າງ​ເຄັ່ງ​ຂັດ ລວມທັງພວກ​ຊາວ​ຕ່າງ​ຊາດ​ໃດໆ ຜູ້​ທີ່​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ປະ​ເທດດັ່ງ​ກ່າວ ພາຍ​ໃນ 14 ວັນ​ຜ່ານ​ມານີ້. ນອກ​ຈາກນັ້ນ​ແລ້ວ ທຳ​ນຽບ​ຂາວ ໄດ້​ຍົກ​ລະ​ດັບ​ການ​ແຈ້ງ​ເຕືອນ​ໃນ​ການ​ເດີນ​ທາງ​ຂຶ້ນ​ເຖິງ​ຂັ້ນ​ສູງ​ສຸດ ແລະ​ໃຫ້​ຫລີກ​ເວັ້ນການ​ເດີນ​ທາງ​ໄປ​ປະ​ເທດ​ອີ​ຕາ​ລີ ​ເກົາຫຼີ​ໃຕ້ ແລະ​ປະ​ເທດ​ຕ່າງໆ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ໜັກທີ່​ສຸດໂດຍໄວ​ຣັ​ສ ນອກເໜືອ​ຈາກ​ປະ​ເທດ​ຈີນ.

ໄວ​ຣັ​ສ​ໂຄ​ໂຣ​ນາ ສືບ​ຕໍ່​ແຜ່​ລະ​ບາດ​ ​ໃນ​ວັນ​ເສົາ​ວານນີ້ ທ່າມ​ກາງຄວາມ​ເປັນ​ຫ່ວງ​ທີ່​ມີ​ເພີ້ມ​ຂຶ້ນ​ນັບ​ມື້ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ວ່າ ມັນອາດ​ຈະ​ກໍ່​ໃຫ້​ເກີດ​ພາ​ວະ​ເສດ​ຖະ​ກິດຖົດ​ຖອຍ​ໃນ​ທົ່ວ​ໂລກ.

ສ່ວນ​ປະ​ເທດ​ຈີນ ໄດ້​ລາຍ​ງານ​ໃນ​ວັນ​ເສົາ​ວານນີ້ ວ່າ ກິດ​ຈະ​ການ​ດ້ານ​ການ​ຜະ​ລິດ ໄດ້​ຫລຸດ​ລົງ​ຢ່າງຫຼວງຫຼາຍ ໃນ​ເດືອນ​ກຸມ​ພາ ໃນ​ຂະ​ນະ​ດຽວ​ກັນ ​ເຊື້ອ​ໄວ​ຣັ​ສນີ້ ໄດ້​ເຮັດ​ໃຫ້​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ ຊັກ​ຊ້າ​ລົງ.

ລາ​ຄາ​ຮຸ້ນ​ໃນທົ່ວ​ໂລກ ຕອນ​ປິດ​ຕະຫຼາດ​ຊື້​ຂາຍ ​ໃນ​ສັບ​ປະ​ດານີ້ ຫລຸດ​ລົງ​ຕ່ຳ​ກວ່າ ໃນ​ວັນ​ສຸກ ໂດຍ​ສິ້ນ​ສຸດ​ລົງ​ ເປັນນຶ່ງ​ໃນອາ​ທິດ​ທີ່​ຂີ້​ຮ້າຍ​ທີ່​ສຸດ​ສຳ​ລັບ​ຕະຫຼາຍ​ຮຸ້ນ​ຕ່າງໆ​ຂອງ​ໂລກ ນັບ​ຕັ້ງ​ແຕ່​ວິ​ກິດ​ການ​ດ້ານ​ການ​ເງິນ​ໃນ​ປີ 2008.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG