ເພື່ອເຮັດໃຫ້ກາເຟເປັນເຄື່ອງດື່ມທີ່ໄດຮັບຄວາມສົນໃຈຫລາຍຂຶ້ນ ແລະປະກອບສ່ວນສົ່ງເສີມກາເຟຂອງລາວ ໃນມໍ່ໆມານີ້ບັນດາຮ້ານຂາຍ ແລະຜະລິດກາເຟຂອງຄົນລາວຢູ່ໃນນະຄອນຫລວງວຽງຈັນ ຊຶ່ງນຳໜ້າໂດຍຮ້ານກາເຟເລີກຣັງປີແອຣ໌ (Le Grand Pere) ໄດ້ຈັດງານແຂ່ງຂັນກາເຟແລະວາງສະແດງກາເຟ ປະຈຳປີຂຶ້ນເປັນຄັ້ງທຳອິດຂອງລາວ ຢູ່ທີ່ສູນການຄ້າວຽງຈັນ ຫລື Vientiane Center ເປັນເວລາ 3 ວັນ ຊຶ່ງມີບັນຍາກາດຄຶກຄຶ້ນດີ. ນາງວຽງສະຫວັນ ໄຊຈະເລີນ ທີ່ຖືກເຊື້ອເຊີນໄປເປັນກຳມະການຜູ້ນຶ່ງ ໃນຄະນະກຳມະການຕັດສິນ 12 ຄົນ ສຳລັບງານແຂ່ງຂັນຄັ້ງນີ້ເ ວົ້າສູ່ຟັງວ່າ:
ໃນການຕັດສິນນັ້ນ ນາງວຽງວະຫວັນບອກວ່າ ຈະຕ້ອງເບິ່ງເລື້ອງເທັກນິກການຊົງກາເຟ, ລົດຊາດ ແລະແຫລ່ງທີ່ມາຂອງກາເຟ. ສຳລັບກາເຟຂອງຮ້ານຊີວີ (CV) ທີ່ຊະນະເລີດປະເພດຊິກເນເຈີ (Signature) ຫລືກາເຟທີ່ມີລັກສະນະສ້າງສັນນັ້ນ ແມ່ນກາເຟທີ່ປະສົມປະສານໃສ່ກັບກະທິ ແລະຕ່ອນໝາກພ້າວກັບນ້ຳຕານຊຶ່ງເຮັດໃຫ້ມີລົດຊາດກົມກ່ອມ, ເໝາະແກ່ການດື່ມໃນຕອນບ່າຍໆ ທີ່ມີອາກາດຮ້ອນເອົ້າ. ສຳລັບປະເພດພົວໂອເວີ (Pour Over) ກໍຄືກາເຟດຳສົດໆ ທີ່ຊະນະໂດຍຮ້ານຫົບ (Hope) ນັ້ນ ແມ່ນທີ່ໃຊ້ກາເຟລາວ 100 ເປີເຊັນເລີຍ.
ຜູ້ໄດ້ຮັບລາງວັນທີ 1 ທີ 2 ແລະທີ 3 ກໍໄດ້ຮັບຂັນລາງວັນ ແລະເງິນຊຸກຍູ້ນ້ຳໃຈເລັກນ້ອຍ. ນອກນັ້ນເພື່ອເປັນການສົ່ງເສີມກາເຟທີ່ຜະລິດຢູ່ລາວ ກໍມີລາງວັນພິເສດໃຫ້ແກ່ຮ້ານທີ່ໃຊ້ກາເຟລາວ 100 ເປີເຊັນ ມາຊົງໃຫ້ມີລົດຊາດດີ. ງານນີ້ ຍັງໄດ້ຮັບການສະໜັບສະໜຸນຈາກສະຫະພາບຢູໂຣບອີກດ້ວຍ.
ລາວເປັນປະເທດທີ່ສົ່ງອອກກາເຟອັນດັບທີ 23 ຂອງໂລກ ແຕ່ມີທ່າອ່ຽງຫລຸດລົງ. ໃນປີ 2021 ລາວສົ່ງອອກກາເຟປະມານ 30,400 ໂຕນ ຊຶ່ງຫລຸດລົງຢູ່ 5 ໂຕນເມື່ອທຽບໃນປີກ່ອນ ແລະສຳລັບປີນີ້ ຈະຫລຸດລົງ 10 ພັນໂຕນກໍຄື ຈະເຫລືອປະມານ 20,000 ໂຕນເທົ່ານັ້ນ, ອີງຕາມສະມາຄົມກາເຟລາວ. ສະນັ້ນ ງານແຂ່ງຂັນນີ້ ກໍປະກອບສ່ວນຊ່ວຍສົ່ງເສີມການໃຊ້ກາລາວຢູ່ພາຍໃນປະເທດໄດ້ ບໍ່ຫລາຍກໍໜ້ອຍ.