ຈາກການຫຼິ້ນກິລາ Body Surfing ຫາການຮ້ອງເພງ ຮິບຮັອບ, ການຊຸມນຸມສຳລັບຜູ້
ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານ ແອນດຣູ ແຢງ
ອາດຮູ້ສຶກຄືກັບການສະແດງຄອນເສີດເພງ ຣັອກ ຫຼາຍກວ່າງານການເມືອງ.
ທ່ານ ແຢງ ແມ່ນນຶ່ງໃນຫຼາຍກວ່າສິບຄົນທີ່ລົງແຂ່ງຂັນໃນຖານະເປັນສະມາຊິກພັກເດ
ໂມແຄຣັດ ສຳລັບໂອກາດທີ່ຈະເຂົ້າໄປດຳລົງຕຳແໜ່ງໃນທຳນຽຂາວ ໃນການເລືອກຕັ້ງ
ປີ 2020. ເຖິງແມ່ນວ່າທ່ານຈະບໍ່ແມ່ນນຶ່ງໃນຜູ້ແຂ່ງຂັນລະດັບສູງ ກໍຕາມ, ທ່ານກໍແມ່ນ
ຄົນອາເມຣິກັນເຊື້ອສາຍເອເຊຍຄົນທຳອິດ ທີ່ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ
ແລະ ໄດ້ເປັນຈຸດໂດດເດັ່ນສຳເລັດຊຸມຊົນດັ່ງກ່າວນັ້ນ. ທ່ານໄດ້ທຳຄວາມກ້າວໜ້າ
ຫຼາຍໃນການສຳຫຼວດຄວາມຄິດເຫັນ ແລະ ລະດົມທຶນໂຄສະນາຫາສຽງໄດ້ຫຼາຍກວ່າຜູ້
ສັງເກດການສ່ວນຫຼາຍໄດ້ຄິດໄວ້ໃນ ຕອນທຳອິດ, ແລະ ໄດ້ໄປປາກົດຕົວໃນການໂຕ້
ວາທີປະທານາທິບໍດີ ພັກເດໂມແຄຣັດ ທຸກຄັ້ງ.
ທ່ານ ແຢງ ໄດ້ກ່າວຫຼັງຈາກການຊຸມນຸມໃນນະຄອນ ລອສ ແອນເຈີລິສ ໃນວັນທີ 30 ກັນ
ຍາທີ່ຜ່ານມາວ່າ “ຂ້າພະເຈົ້າຄິດວ່າ ຄົນອາເມຣິກັນເຊື້ອສາຍເອເຊຍ ຈະຄິດວ່າຂ້າພະ
ເຈົ້າເປັນຕົວໃນໃຫ້ຊຸມຊົນ ໃນວິທີທີ່ຈະເຮັດໃຫ້ເຂົາເຈົ້າພູມໃຈ.”
ນັກສຶກສາ ອາເມຣິກັນ ເຊື້ອສາຍ ເກົາຫຼີ ທ້າວ ອອສຕິນ ໂຄ, ຜູ້ທີ່ໄດ້ເຂົ້າຮ່ວມການຊຸມ
ນຸມຂອງທ່ານ ແຢງ ໃນນະຄອນ ລອນ ແອນເຈີລິສ ໄດ້ກ່າວວ່າ “ເວົ້າຕາມຕົງແລ້ວ, ຂ້າ
ພະເຈົ້າບໍ່ຄິດວ່າມັນຈະເກີດຂຶ້ນໃນອີກ 10 ຫຼື 20 ປີ. ມັນປະຫຼາດຫຼາຍສຳລັບຂ້າພະເຈົ້າ
ເພາະວ່າທ່ານຮູ້ບໍ່ ພວກເຮົາບໍ່ມີຕົວແທນຫຼາຍປານໃດໃນເຂດຕາເວັນອອກຄືທີ່ເຮົາ
ຢາກໃຫ້ມີ. ສະນັ້ນ, ນີ້ແມ່ນບາດກ້າວທີ່ໃຫຍ່ຫຼາຍໆ.”
ທ່ານ ແຢງ ອາຍຸ 44 ປີ, ເປັນນັກປະກອບກິດຈະການເກີດໃນລັດ ນິວຢອກ ຈາກພໍ່ແມ່
ຄົນ ໄຕ້ຫວັນ. ທ່ານເປັນນັກກົດໝາຍ ແລະ ຄົນໃຈບຸນຜູ້ທີ່ໄດ້ກໍ່ຕັ້ງບໍລິສັດ Venture
for America, ເປັນກຸ່ມບໍ່ຫວັງຜົນກຳໄລ ທີ່ໄດ້ຊ່ວຍເຫຼືອເມືອງທີ່ທຸກຍາກໃນການສ້າງ
ວຽກງານ. ໃນຂະນະທີ່ຜູ້ຄົນຢູ່ໃນການຊຸມນຸມແມ່ນມາຈາກຫຼາຍເຊື້ອຊາດຊົນເຜົ່ານັ້ນ,
ມັນໄດ້ເປັນການສະແດງທີ່ບໍ່ສາມາດປະຕິເສດໄດ້ຂອງ ຊາວອາເມຣິກັນ ເຊື້ອສາຍເອ
ເຊຍ ຈາກຖິ່ນທີ່ມາທີ່ແຕກຕ່າງກັນ.
ຜູ້ສະໜັບສະໜູນທ່ານ ແຢງ, ນາງ ຮັອງ ອາລິສ ແວນ ໄດ້ເກີດຢູ່ສູນອົບພະຍົບໃນເກາະ
ຮົງກົງ. ພໍ່ແມ່ຂອງລາວມາຈາກ ຫວຽດນາມ. ລາວໄດ້ອະທິບາຍເຖິງລາວເອງວ່າບໍ່ມີ
ສ່ວນກ່ຽວພັນກັບການເມືອງ, ຈົນຮອດຽວນີ້. ລາວໄດ້ທຳການບໍລິຈາກຕໍ່ການເມືອງຄັ້ງ
ທຳອິດຂອງລາວ ໃຫ້ການໂຄສະນາຫາສຽງຂອງທ່ານ ແຢງ, ແລະ ມັນຍັງເປັນການຊຸມ
ນຸມທາງການເມືອງຄັ້ງທຳອິດຂອງລາວ ທີ່ລາວໄດ້ເຂົ້າຮ່ວມ.