ສະຫະລັດອາດຈະກຳລັງໃຫ້ການປິ່ນປົວພະຍາບານ ຢູ່ໃນເສັ້ນທາງໄປສູ່ຍຸກສະໄໝຫລັງ ຢາຕ້ານເຊື້ອ ບ່ອນທີ່ຜູ້ຄົນເປັນຈຳນວນເພີ້ມຂຶ້ນຈະເສຍຊີວິດຍ້ອນການຕິດເຊື້ອພະຍາດ ຕ່າງໆ.
ໃນການສຶກສາ ທີ່ພິມເຜີຍແຜ່ໃນວັນພະຫັດວານນີ້ ພວກນັກຄົ້ນຄວ້າກະຊວງປ້ອງກັນປະເທດສະຫະລັດ ໄດ້ໃຫ້ການຢືນຢັນກ່ຽວກັບການຄົ້ນພົບເຊື້ອແບັກທີເຣຍທີ່ຕ້ານຢາ ຢູ່ໃນ ປັດສະວະຂອງແມ່ຍິງຄົນນຶ່ງຢູ່ລັດ Pennsylvania ທີ່ ໄດ້ໄປກວດຢູ່ຄລີນິກແຫ່ງນຶ່ງຂອງ ກອງທັບໃນເດືອນແລ້ວນີ້.
Dr. Tom Frieden ຜູ້ອຳນວຍການສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະ ລັດ ກ່າວວ່າ ການຄົ້ນພົບດັ່ງກ່າວອາດໝາຍຄວາມວ່າ ພວກເຮົາ ມາຮອດທາງສຸດສຳລັບ ຢາຕ້ານເຊື້ອທີ່ພວກເຮົາເຄີຍເພິ່ງພາອາໄສມາເປັນເວ ລາຫລາຍໆປີແລ້ວນັ້ນ. Dr. Frie- den ແລະພວກເຈົ້າໜ້າທີ່ສາທາລະນະສຸກ ຄົນອື່ນໆ ໄດ້ເຕືອນມາເປັນເວລາດົນນານ ແລ້ວ ກ່ຽວກັບການໃຊ້ຢາຕ້ານເຊື້ອ ເກີນຂອບເຂດຊຶ່ງໄດ້ຊ່ອຍໃນການແຜ່ພັນຂອງອັນທີ່ ຮູ້ກັນວ່າເປັນເຊື້ອພະຍາດ ທີ່ຕ້ານຢາຫລື superbugs ນັ້ນ.
ທ່ານກ່າວວ່າ ແມ່ຍິງທີ່ລັດ Pennsylvania ໄດ້ເກີດອາການອັກເສບໃນລະບົບ ຖ່າຍປັດ ສະວະທີ່ຕ້ານທານຕໍ່ທຸກໆຢາຕ້ານເຊື້ອ ຮວມທັງຊະນິດສຸດທ້າຍທີ່ພວກ ເຮົາມີ ນັ້ນກໍຄືຢາ colistine ຊຶ່ງເປັນຢາຕ້ານເຊື້ອເກົ່າຊະນິດນຶ່ງ. ນີ້ແມ່ນຢາຊະ ນິດດຽວເທົ່ານັ້ນທີ່ຍັງເຫລືອ ຢູ່ສຳລັບປາບໃນອັນທີ່ພວກເຮົາເອີ້ນວ່າ ເຊື້ອແບກທີເຣຍທີ່ຝັນຮ້າຍ. ວົງຕະກູນຂອງເຊື້ອແບັກ ທີເຣຍດັ່ງກ່າວແມ່ນຮວມທັງ Carba-penem-Resistant Enterobacteria- ceae ທີ່ເອີ້ນຫຍໍ້ວ່າ CRE ຊຶ່ງທາງສູະນກາງຄວບຄຸມແລະປ້ອງກັນພະຍາດກ່າວວ່າ ເປັນໄພຂົ່ມຂູ່ທາງດ້ານສາທາ ລະນະສຸກທີ່ຮີບດ່ວນທີ່ສຸດຂອງປະເທດ.
Dr. Frieden ກ່າວວ່າ ຄວາມກັງວົນບໍ່ແມ່ນພຽງແຕ່ສຳລັບການປິ່ນປົວພວກທີ່ມີອາການ ປອດອັກເສບທີ່ຮ້າຍແຮງ ຫລືອາການອັກເສບໃນບໍລິເວນຖ່າຍປັດສະວະເທົ່ານັ້ນ ແຕ່ຍັງ ສຳລັບພວກຄົນປ່ວຍຫລາຍພັນຄົນທີ່ມີຄວາມອ່ອນໄຫວເປັນພິເສດ ເຊັ່ນຊາວອາເມຣິກັນ 600,000 ຄົນໃນແຕ່ລະປີທີ່ຕ້ອງການປິ່ນປົວໂຣກມະເຮັງ ທີ່ພວກເຮົາຄາດວ່າຈະມີການປິ່ນປົວອາການອັກເສບຂອງພວກເຂົາເຈົ້ານັ້ນ. ທ່ານກ່າວວ່າ ສຳລັບບາງຄົນແລ້ວ ຕູ້ຢາ ຂອງພວກເຂົາເຈົ້າ ແມ່ນເປົ່າບໍ່ມີຫຍັງເລີຍ.