ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

53 ຄົນຖືກຈັບ ໃນການເດີນຂະບວນ ເນື່ອງໃນ ວັນຄົບຮອບ 1 ປີ ຂອງຂະບວນການຕໍ່ຕ້ານລັດຖະບານຮົງກົງ


ພວກນັກເຄື່ອນໄຫວໄດ້ຍົກທຸງສະໄໝເປັນຫົວເມືອງຂຶ້ນ ຂອງອັງກິດ ແລະປ້າຍຕ່າງໆຂຶ້ນ ຢູ່ສູນການຄ້າ Landmark ໃນຮົງກົງ (ພາບຖ່າຍໃນວັນທີ 9 ມິຖຸນາ, 2020 ໂດຍ Verna Yu/VOA)
ພວກນັກເຄື່ອນໄຫວໄດ້ຍົກທຸງສະໄໝເປັນຫົວເມືອງຂຶ້ນ ຂອງອັງກິດ ແລະປ້າຍຕ່າງໆຂຶ້ນ ຢູ່ສູນການຄ້າ Landmark ໃນຮົງກົງ (ພາບຖ່າຍໃນວັນທີ 9 ມິຖຸນາ, 2020 ໂດຍ Verna Yu/VOA)

ຕໍາຫລວດຂອງຮົງກົງເວົ້າວ່າ ມີ 53 ຄົນຖືກຈັບເມື່ອພວກປະທ້ວງຫລາຍພັນຄົນ ໄດ້ຝ່າຝືນ ການຫ້າມເດີນຂະບວນເພື່ອເປັນຂີດໝາຍວັນຄົບຮອບນຶ່ງປີຂອງຂະບວນການຕ້ານລັດຖະບານຮົງກົງ ໃນວັນຄືນວັນອັງຄານວານນີ້.

ຜູ້ຄົນ ໄດ້ເລີ້ມໄປເຕົ້າໂຮມກັນ ຢູ່ໃຈກາງເມືອງ ໃນເຂດແຊຈດເທີ ກາເດັນ (Chater Garden) ໃນຕອນຄ້າຍແລງຂອງວານນີ້. ບາງຄົນກໍໄດ້ຍົກປ້າຍ ທີ່ຂຽນວ່າ “ເອກະລາດຂອງຮົງກົງ” ແລະກໍຮ້ອງຄໍາຂວັນນັ້ນ.

ຕໍາຫລວດປາມການຈາລະຈົນຫລາຍສິບຄົນໄດ້ບຸກເຂົ້າໂຈມຕີພວກເຂົາເຈົ້າແລະ ກໍທຳການກວດຄົ້ນຕາມຕົນຕົວຂອງຫລາຍຄົນ. ຕໍາຫລວດໄດ້ສັ່ງໃຫ້ຝູງຊົນພາ ກັນອອກໜີໄປ ໂດຍເວົ້າວ່າ ພວກເຂົາເຈົ້າໄດ້ເຂົ້າຮ່ວໃນການໂຮມຊຸມນຸມທີ່ບໍ່ ໄດ້ຮັບອະນຸຍາດ ແລະຈະຈັບກຸມເຂົາເຈົ້າຖ້າຫາກບໍ່ແຍກຍ້າຍອອກໄປ. ຊາຍ ຄົນນຶ່ງ ທີ່ດ່າເຈົ້າໜ້າທີ່ຕໍາຫລວດນັ້ນ ກໍໄດ້ຖືກກັກໄວ້ໃນທັນທີ ໃນຂະນະທີ່ຝູງ ຊົນທັງຫລາຍຮ້ອງໂຮຄໍາຂວັນເພື່ອຕ້ານຕໍາຫລວດຢູ່.

ໃນເວລາຕໍ່ມາ, ພວກປະທ້ວງກໍໄດ້ພາກັນລົງໄປເຕັມທ້ອງຖະໜົນຕ່າງໆ ແລະ ເຂົ້າໄປປົນກັບຝູງຜູ້ຄົນ ທີ່ເລີກຈາກວຽກຈາກງານ ມາຢູ່ໃນຄຸ້ມການເງິນ. ຜູ້ຄົນ ພາກັນລຽນແຖວກັນເປັນສາຍແລ້ວກໍເລີ້ມເດີນຂະບວນ ໃນຂະນະທີ່ເຂົາເຈົ້າພາ ກັນຮ້ອງຄໍາຂວັນ, ຍົກໄຟສາຍຢູ່ໃນໂທລະສັບມືຖືຂອງເຂົາເຈົ້ານັ້ນຂຶ້ນສູງໆແລະ ກໍເອົາປ້າຍໂບກໄປໂບກມາເກືອບວ່າ ໄປຕາມຈັງຫວະຂອງຄໍາເວົ້າ ທີ່ຮຽກຮ້ອງ ເອກະລາດຈາກຈີນ. ຫລາຍຄົນກໍໄດ້ຍົກຄັນຮົ່ມຂຶ້ນກັ້ງ ເພື່ອກໍລະນີທີ່ວ່າຕໍາຫຼວດ ຍິງແກັສນໍ້າຕາມໃສ່.

ພວກເຂົາເຈົ້າຮ້ອງຄໍາວ່າ “ເຮັດໃຫ້ຮົງກົງກັບຄືນສູ່ສະພາບເດີມ, ການປະຕິວັດ ຂອງໃນຍຸກສະໄໝຂອງພວກເຮົາ!” “ເອກະລາດຂອງຮົງກົງ ຄືວິທີດຽວເທົ່າ
ນັ້ນ!”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG