ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍມີ 41 ຄົນ ​ເສຍ​ຊີວິດ ​ຍ້ອນ​ໄຟ​ໄໝ້ ຢ່າງຮ້າຍແຮງ ​ໃນ​ເກົາ​ຫລີ​ໃຕ້


​ພວກດັບເພີງຊ່ວຍເອົາຄົນເຈັບອອກຈາກ​ໂຮງໝໍ​ແຫ່ງ​ນຶ່ງ ທີ່ຖືກໄຟໄໝ້​ໃນ​ເກົາ​ຫລີ​ໃຕ້
​ພວກດັບເພີງຊ່ວຍເອົາຄົນເຈັບອອກຈາກ​ໂຮງໝໍ​ແຫ່ງ​ນຶ່ງ ທີ່ຖືກໄຟໄໝ້​ໃນ​ເກົາ​ຫລີ​ໃຕ້

ຢ່າງໜ້ອຍມີ 41 ຄົນ​ເສຍ​ຊີວິດ​ຍ້ອນ​ໄຟ​ໄໝ້ຢູ່ໂຮງໝໍ​ແຫ່ງ​ນຶ່ງ​ໃນ​ເກົາ​ຫລີ​ໃຕ້. ຄາດ​ວ່າ
​ຈະ​ມີ​ຄົນ​ເສຍ​ຊີວິດ​ເພີ້ມຂຶ້ນ.

ຫລາຍ​ກວ່າ 70 ຄົນ​ໄດ້​ຮັບ​ບາດ​ເຈັບ​ຍ້ອນ​ຖືກ​ໄຟໄໝ້ ​ແລະ​ໃນ​ນັ້ນ 10 ຄົນ​ແມ່ນ​ມີ​ອາ
ການ​ສາຫັດ. ​ເຈົ້າໜ້າທີ່​ດັບ​ເພີງ​ເວົ້າວ່າ​ ​ໃນ​ຕອນ​ເຊົ້າໆຂອງ​ວັນ​ສຸກມື້ນີ້ ໄຟ​ໄດ້​ເລີ້ມໄໝ້
ຂຶ້ນ ຢູ່​ໃນ​ຫ້ອງ​ສຸກ​ເສີນ​ ຂອງ​ໂຮງໝໍ​ເຊ​ຈອງ (Sejong) ຢູ່​ເມືອງ​ໄມຣີຢາງ (Miryang)
ຫ່າງ​ຈາກ​ນະຄອນຫລວງ​ໂຊ​ລ ໄປທາງໃຕ້ ປະມານ 300 ກິ​ໂລ​ແມັດ ​ແລະ​ກໍ​ໄດ້​ໄໝ້
ລາມ​ໄປ​ຢ່າງ​ວ່ອງ​ໄວ.

ລາຍ​ງານ​ເວົ້າວ່າ ມີຄົນ​ເຈັບ​ປະມານ 200 ຄົນ​ ຢູ່​ໃນ​ໂຮງໝໍດັ່ງກ່າວ ​ແລະ​ຢູ່​ໃນເຮືອ​ນ
ພັກຜູ້​ເຖົ້າຫລັງ​ນຶ່ງ ທີ່ຢູ່​ໃກ້​ໆຫັ້ນ ​ໃນ​ເວລາເກີດໄຟໄໝ້. ໜັງສື​ພິມ​ຮີ​ໂຣລດ໌ (Herald)
ຂອງ​ເກົາຫລີ​ເວົ້າວ່າ ຄົນ​ເຈັບທັງໝົດ 94 ຄົນ ທີ່ຢູ່​ໃນ​ເຮືອນ​ພັກ​ສໍາລັບ​ຜູ້​ເຖົ້ານັ້ນ​ ໄດ້
​ຍົກຍ້າຍ​ອອກໄປ​ຢ່າງ​ປອດ​ໄພ.

ແຜ່ນທີ່ບ່ອນເກີດໄຟໄໝ້ຢູ່ເກົາຫລີໃຕ້
ແຜ່ນທີ່ບ່ອນເກີດໄຟໄໝ້ຢູ່ເກົາຫລີໃຕ້

ທ່ານ ມູນ​ແຈ-ອິນ (Moon Jae-in) ປະທານາທິບໍດີ​ເກົາຫຼີ​ໃຕ້​ ໄດ້​ຮຽກ​ໃຫ້
​ເປີດ​ກອງປະຊຸມ​ສຸກ​ເສີນ​ຂອງທີ່​ປຶກ
ສາ​ລະດັບ​ສູງຂອງ​ທ່ານຂຶ້ນ​ ຊຶ່ງ​ໃນ​ນັ້ນ
​ທ່ານ​ໄດ້​ບອກ​ໃຫ້​ເຂົາ​ເຈົ້າພະຍາຍາມ​
ເຮັດ​ໃຫ້​ຈໍານວນ​ຄົນ​ເສຍ​ຊີວິດ​ຫລຸດ​ລົງ​
ໂດຍ​ການ​ໃຫ້ກາ​ນຊ່ວຍ​ເຫລືອດ້ານ
ການ​ແພດ​ທຸກ​ອັນທີ່ຜູ້​ລອດ​ຊີວິດ
ຕ້ອງການ.

ໂຄສົກ​ຂອງ​ປະທານາທິບໍດີ​ເວົ້າວ່າທ່ານ​ມູນ​ໄດ້​ສະ​ແດງ "ຄວາມ​ເສຍ​ໃຈ ​ແລະ​ໂສກເສົ້າ"
ອອກ​ມາກ່ຽວກັບ​ເຫດ​ໄຟ​ໄໝ້​ດັ່ງກ່າວ.

ອົງການ​ຂ່າວຢອນຮັບ (Yonhap) ຂອງ​ເກົາຫລີ​ໃຕ້ ​ເວົ້າວ່າ "​ໃນການສ​ະແດງ​ອອກ​ເຖິງ
​ຄ​ວາ​ມສາມັກຄີກັນທີ່​ບໍ່ຄ່ອຍ​ມີນັ້ນ" ​ເຈົ້າໜ້າທີ່​ຂັ້ນສູງ​ຈາກ​ພັກ​ຝ່າຍ​ຄ້ານ ​ແລະ​ພັກ ​ລັດ
ຖະບານ​ໃນ​ປັດຈຸບັນ ​ໄດ້​ພາກັນ​ໄປ​ຍັງ​ເມືອງ​ໄມຣີຢາງ (Miryang) ​ເພື່ອ​ສະ​ແດງຄວາມ​ເສົ້າສະຫລົດ​ໃຈຕໍ່ຜູ້ທີ່ໄດ້ຮັບ​ເຄາະ​ຮ້າຍ ​ແລະ​ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ.

ພວກເຈົ້າໜ້າທີ່​ດັບ​ເພີງ​ຕ້ອງ​ໄດ້​ໃຊ້​ເວລາ​ເກືອບ​ 3 ຊົ່ວ​ໂມງ ກວ່າ​ຈະ​ດັບ​ໄຟ​ໄດ້.

ທ່ານ ຈອຍ​ແມນ​ວູ (Choi Man-woo) ກ່າວ​ຕໍ່ພວກ​ນັກ​ຂ່າວ​ວ່າ ຍັງ​ບໍ່ມີ​ໃຜຮູ້​ວ່າ​ແມ່ນ​
ຫຍັງຄືສາ​ເຫດ​ທີ່​ພາ​ໃຫ້​ເກີດ​ໄຟ​ໄໝ້​ດັ່ງກ່າວ.

ອົງການ​ຂ່າວ ​ເອ​ແອັຟພີ (AFP) ​ລາຍ​ງານຕາມ​ຄໍາ​ເວົ້າຂອງທ່ານ​ວ່າ "ຜູ້​ໄດ້​ຮັບ​ເຄາະ​
ຮ້າຍແມ່ນ​ຄົນ​ທີ່ຢູ່​ທັງ​ໃນ​ໂຮງໝໍ ​ແລະ​ຢູ່​ໃນ​ເຮືອນ​ພັກ​ສໍາລັບ​ຜູ້​ເຖົ້າ. ບາງ​ຄົນກໍ​ເສຍ​ຊີວິດ​
ໃນ​ໄລຍະ​ທີ່​ຖືກ​ນໍາສົ່ງ​ໄປ​ຫາ​ໂຮງໝໍ​ແຫ່ງ​ອື່ນ."

ນາ​ຍົກ​ລັດຖະມົນຕີ ລີ​-ນັກ​ຢອນ (Lee Nak-yeon) ​ໄດ້​ອອກ​ຄໍາ​ສັ່ງ​ສຸກ​ເສີນ​ຕໍ່ອົງການ​ລັດຖະບານ​ທີ່​ກ່ຽວຂ້ອງ ຊຶ່ງລວມມີ​ກະຊວງ​ພາຍ​ໃນແລະ​ປ້ອງ​ກັນ​ຄວາມ​ປອດ​ໄພ ​ແລະ
​ອົງການ​ດັບ​ເພີງ​ແລະ​ຕໍາຫລວດ ວ່າ​ໃຫ້​ດຳເນີນການທຸກ​ສິ່ງ​ທຸກ​ຢ່າງ​ທີ່​ອົງການ​ດັ່ງກ່າວ
​ມີ​ ໄປ​ໃຊ້​ໃນ​ການ​ຊ່ວຍກູ້​ຊີວິດ​ຄົນ​ໄວ້ ​ແລະ​ໃຊ້​ເຂົ້າ​ໃນ​ພາລະ​ມອດ​ໄຟ​ໃນ​ຄັ້ງນີ້.

​ໃນ​ທ້າຍ​ເດືອນ​ທັນວາ ທີ່​ຜ່ານ​ມາ 29 ຄົນ​ໄດ້​ເສຍ​ຊີວິດ​ໃນ​ເຫດ​ໄຟ​ໄໝ້ທີ່​ລຸກລາມ​ໄປ​
ທົ່ວ​ຕຶກ 8 ຊັ້ນຫລັງ​ນຶ່ງ ຢູ່​ໃນ​ເມືອງ ​ເຈ​ຊອນ (Jecheon). ນັ້ນ​ເປັນ​ເຫດ​ໄຟ​ໄໝ້ ທີ່​
​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບ​ສິບ​ປີ ກ່ອນໜ້າເກີດ​ເຫດ​ໄຟ​ໄໝ້​ໂຮງໝໍ​ແຫ່ງ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Fire in a hospital in South Korea
please wait

No media source currently available

0:00 0:01:48 0:00

XS
SM
MD
LG