ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຢູທາຈະປະຫານຊີວິດ ນັກໂທດດ້ວຍການຍິງເປົ້າ


ຄາຕະກອນຄົນນຶ່ງ ທີ່ຖືກພົບເຫັນວ່າ ມີຄວາມຜິດ ໃນລັດຢູທາ ໄດ້ເລືອກທີ່ຈະຕາຍ ໂດຍການປະຫານຊີວິດ ດ້ວຍການຍິງເປົ້າ ຊຶ່ງຈະເປັນ ການປະຫານຊີວິດ ເທື່ອທຳອິດ ຂອງລັດຢູທາ ໃນຮອບ 10 ກວ່າປີ. ນາຍ RONIE LEE GARDNER ສະແດງໃຫ້ເຫັນວ່າ ລາວມັກ ການປະຫານຊີວິດແບບນີ້ ຢູ່ທີ່ສານ ຂອງເມືອງ SALT LAKE CITY ໃນມື້ວັນສຸກ ວານນີ້. ລາວຖືກພົບເຫັນວ່າ ມີຄວາມຜິດ ໃນປີ 1985 ຍ້ອນໄດ້ຍິງ ທະນາຍຄວາມຕາຍ ໃນລະຫວ່າງ ທີ່ລາວພະຍາຍາມ ຈະຫລົບໜີ ຢູ່ທີ່ສານແຫ່ງນຶ່ງ ໃນເມືອງດຽວກັນນີ້. ພາຍໃຕ້ກົດໝາຍ ຂອງລັດຢູທາແລ້ວ ນາຍ GARDNER ອາຍຸ 49 ປີ ສາມາດເລືອກໄດ້ ລະຫວ່າງການຕາຍ ດ້ວຍການສັກຢາ ຫລືຕາຍດ້ວຍ ຄະນະຍິງເປົ້າ 5 ຄົນ. ຢູທາ ແມ່ນນຶ່ງໃນຈຳນວນ 2 ລັດ ທີ່ຍັງອະນຸຍາດໃຫ້ ມີການປະຫານຊີວິດ ດ້ວຍການຍິງເປົ້າຢູ່. ຢູທາ ໄດ້ປະກາດຍົກເລີກ ການປະຫານຊີວິດ ດ້ວຍການຍິງ ເປົ້າໃນປີ 2004 ແຕ່ພວກນັກໂທດ ທີ່ຖືກຕັດສິນໂທດ ກ່ອນເວລານັ້ນ ຍັງສາມາດເລືອກ ວິທີຕາຍ ດັ່ງກ່າວໄດ້.

XS
SM
MD
LG