ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປີໃໝ່ຂອງຈີນ ຊຶ່ງເປັນປີວອກ ເລີ່ມຕົ້ນຂຶ້ນ ດ້ວຍການ ຈູດບັ້ງໄຟດອກ ແລະ ການແຫ່ມັງກອນ ແລະ ສິງໂຕ


ບັນດານັກສະແດງ ທີ່ເຂົ້າຮ່ວມ ໃນການເຕັ້ນສິງໂຕ ຢູ່ທີ່ສວນ Ditan ໃນນະຄອນຫຼວງປັກກິ່ງ ເພື່ອເປັນຂີດໝາຍ ມື້ທຳອິດຂອງປີໃໝ່ຈີນ, ວັນຈັນທີ 8 ກຸມພາ 2016.
ບັນດານັກສະແດງ ທີ່ເຂົ້າຮ່ວມ ໃນການເຕັ້ນສິງໂຕ ຢູ່ທີ່ສວນ Ditan ໃນນະຄອນຫຼວງປັກກິ່ງ ເພື່ອເປັນຂີດໝາຍ ມື້ທຳອິດຂອງປີໃໝ່ຈີນ, ວັນຈັນທີ 8 ກຸມພາ 2016.

ການສະເຫຼີມສະຫຼອງ ໄດ້ເລີ່ມຕົ້ນຂຶ້ນແລ້ວ ຢູ່ໃນທົ່ວໂລກ
ເພື່ອເປັນຂີດໝາຍ ປີໃໝ່ຂອງຈີນ ຊຶ່ງເປັນປີວອກ ຫຼື ລີງ.

ປີໃໝ່ຂອງຈີນ ປີ 4513 ເລີ່ມຕົ້ນ ໃນວັນທີ 8 ກຸມພາ ປີນີ້.
ບໍ່ເໝືອນກັນກັບປີໃໝ່ຂອງປະເທດຕາເວັນຕົກ ຊຶ່ງເລີ່ມຂຶ້ນ
ໃນຕອນເດີກຂອງມື້ກ່ອນ ແລະສິ້ນສຸດລົງໃນມື້ຕໍ່ມາ ຊຶ່ງຕາມ
ປະເພນີ ຂອງການສະເຫຼີມສະຫຼອງ ປີໃໝ່ຂອງຈີນ ແມ່ນມີ
ໄລຍະ 15 ມື້ ທີ່ສິ້ນສຸດລົງ ດ້ວຍງານບຸນໂຄມໄຟປະຈຳປີ.

ມື້ວັນພັກນີ້ ຍັງເປັນຂີດໝາຍ ຊ່ວງເວລາຂອງການຍົກຍ້າຍ
ຖິ່ນຖານ ຢ່າງໃຫຍ່ທີ່ສຸດຂອງໂລກ ໃນຂະນະທີ່ ປະຊາຊົນ
ຫຼາຍລ້ານຄົນ ເດີນທາງກັບຄືນໄປຫາຄອບຄົວ ຂອງພວກເຂົາເຈົ້າ ສຳລັບມື້ວັນພັກນີ້.

ພວກນັກເຕັ້ນ ມັງກອນ ແລະ ສິງໂຕ ພວມທຳການສະແດງ ຕໍ່ຝຸງຜູ້ຊົມທີ່ໜາແໜ້ນ ໃນການສະເຫຼີມສະຫຼອງ ປີໃໝ່ຂອງຊາວຈີນ, ວັນທີ 8 ກຸມພາ 2016 ຢູ່ທີ່ຄຸ້ມຈີນ ຂອງນະຄອນຫຼວງມານີລາ, ປະເທດຟີລິບປິນ.
ພວກນັກເຕັ້ນ ມັງກອນ ແລະ ສິງໂຕ ພວມທຳການສະແດງ ຕໍ່ຝຸງຜູ້ຊົມທີ່ໜາແໜ້ນ ໃນການສະເຫຼີມສະຫຼອງ ປີໃໝ່ຂອງຊາວຈີນ, ວັນທີ 8 ກຸມພາ 2016 ຢູ່ທີ່ຄຸ້ມຈີນ ຂອງນະຄອນຫຼວງມານີລາ, ປະເທດຟີລິບປິນ.

ການຈຳກັດ ກ່ຽວກັບການຈູດກະໂພກ ຄຽງຄູ່ໄປກັບ ເສດຖະກິດທີ່ຊ້າລົງ ໄດ້ເຮັດໃຫ້
ການສະເຫຼີມສະຫຼອງ ທົ່ວປະເທດຈີນ ບໍ່ຄຶກຄື້ນປານໃດ.

ສ່ວນຢູ່ໃນໄຕ້ຫວັນນັ້ນ ການສະເຫຼີມສະຫຼອງແມ່ນບໍ່ມີເລີຍ ເພາະຍັງມີຄວາມຮູ້ສຶກງົງຢູ່
ມື້ໜຶ່ງຫຼັງຈາກ ໄດ້ປະສົບກັບແຜ່ນດິນໄຫວ ທີ່ມີຄວາມແຮງຂະໜາດ 6 ຈຸດ 4. ຖະໜົນ
ຫົນທາງສາຍຕ່າງໆ ໃນເມືອງ Tainan ໃກ້ກັບຈຸດສູນກາງຂອງແຜ່ນດິນໄຫວ ຍັງຄົງ
ເປົ່າຫວ່າງຢູ່ ໃນຂະນະທີ່ ຄ່ຳຄືນໃກ້ຈະສິ້ນສຸດລົງ.

ບັນດາສະມາຊິກ ຂອງປະຊາຄົມຊາວຈີນ ກຳລັງສະແດງການເຕັ້ນ ມັງກອນ ແລະສິງໂຕ ຢູ່ໃນຖະໜົນສາຍໜຶ່ງ ໃນຂະນະທີ່ພວກເຂົາເຈົ້າ ສະເຫຼີມສະຫຼອງປີໃໝ່ຈີນ ໃນເມືອງ Kolkata ຂອງອິນເດຍ, ວັນທີ 8 ກຸມພາ 2016.
ບັນດາສະມາຊິກ ຂອງປະຊາຄົມຊາວຈີນ ກຳລັງສະແດງການເຕັ້ນ ມັງກອນ ແລະສິງໂຕ ຢູ່ໃນຖະໜົນສາຍໜຶ່ງ ໃນຂະນະທີ່ພວກເຂົາເຈົ້າ ສະເຫຼີມສະຫຼອງປີໃໝ່ຈີນ ໃນເມືອງ Kolkata ຂອງອິນເດຍ, ວັນທີ 8 ກຸມພາ 2016.

ບັນດາພະນັກງານຄົ້ນຫາ ແລະ ພະນັກງານກູ້ໄພ ພາກັນສວດມົນພາວັນນາ ເມື່ອຕອນແລງ
ວັນອາທິດວານນີ້ ຢູ່ທີ່ວັດ Wu-Long-Kuong ໃນເມືອງ Tainan ພ້ອມກັນນັ້ນ ກໍໄດ້
ໄຕ້ທູບ ແລະໄດ້ນ້ອມນະມັດສະການ ຕໍ່ໜ້າ ລັດທິເຕົາ ແລະ ພະພຸດທະຮູບທີ່ສັກສິດຕ່າງໆ.

ແຕ່ການຈູດບັ້ງໄຟດອກ ແລະການແຮ່ຂະບວນຕ່າງໆ ເພື່ອຕ້ອນຮັບປີໃໝ່ໄດ້ດຳເນີນໄປ
ຢູ່ໃນເມືອງໃຫຍ່ຕ່າງໆ ຈາກນະຄອນ Sydney ຈົນຮອດ ນະຄອນ Lisbon.

Lunar New Year
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG