ພວກນັກດັບເພີງຫຼາຍຄົນ ໄດ້ທຳຄວາມກ້າວໜ້າ ໃນການຄວບຄຸມ ໄຟປ່າທີ່ ຮ້າຍແຮງຂຶ້ນ ຍ້ອນມີລົມພັດນັ້ນ ໄດ້ເຜົາຜານໃນເຂດລັດຄາລີຟໍເນຍ ທາງພາກຕາເວັນຕົກຂອງສະຫະລັດ ຊຶ່ງໄດ້ເຮັດໃຫ້ມີນຶ່ງຄົນເສຍຊີວິດ ທຳລາຍ ຫຼືສ້າງຄວາມເສຍຫາຍແກ່ຕຶງອາຄານຕ່າງໆ ແລະກົດດັນໃຫ້ປະຊາຊົນຫຼາຍສິບພັນຄົນ ຕ້ອງໄດ້ຍົກຍ້າຍອອກຈາກພື້ນທີ່.
ກັບຕັນກົມດັບເພີງຂອງ ນະຄອນ ລອສ ແອນເຈີເລສ ທ່ານແບຣນເດັນ ຊີລເວີແມນ ໄດ້ກ່າວໃນຕອນເຊົ້າ ວັນເສົາວານນີ້ ວ່າ ໄຟປ່າໃນ ເຂດນະຄອນ ລອສ ແອນເຈີເລສ ທີ່ມີຊື່ວ່າ Saddleridge ນັ້ນ ຖືກຄວບຄຸມໄວ້ໄດ້ 19 ເປີເຊັນ ເມື່ອຕອນກາງຄືນ ຍ້ອນສະພາບອາກາດທີ່ເຢັນລົງໜ້ອຍນຶ່ງ ແລະລົມພັດຄ່ອຍລົງ. ໄຟປ່າໄດ້ສ້າງຄວາມເສຍຫາຍ ຫຼື ທຳລາຍ ເຄຫາສະຖານ ຢ່າງໜ້ອຍ 31 ແຫ່ງ ລວມທັງເຮືອນຊານຫຼາຍຫຼັງນຳດ້ວຍ.
ໄຟປ່າດັ່ງກ່າວ ເກີດຂຶ້ນໃນເຂດຮ່ອມຟູເມືອງແຊນ ເຟີນານໂດ ທາງພາກຕາເວັນຕົກສຽງເໜືອຂອງນະຄອນ ລອສ ແອນເຈີເລສ ຄວບຄຸມໄດ້ພຽງ 13 ເປີເຊັນ ໃນວັນສຸກຜ່ານມາ ຫຼັງຈາກ ໄດ້ເຜົາຜານ ເນື້ອທີ່ຫຼາຍກວ່າ 3,000 ເຮັກຕາ ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່.
ທາງການ ໄດ້ອອກຄຳສັ່ງບັງຄັບໃຫ້ ພົນລະເມືອງ ປະມານ 100,000 ຄົນ ຍົກຍ້າຍອອກຈາກພື້ນທີ່ ແລະເຮືອນຊານຂອງພວກເຂົາເຈົ້າ ຈຳນວນ 23,000 ຫຼັງ ໃນວັນເສົາວານນີ້.
ສາເຫດຂອງໄຟປ່າ ແຊໂດຣິຈ ນັ້ນ ຍັງບໍ່ສາມາດລະບຸໄດ້ວ່າເກີດຍ້ອນຫຍັງ ແຕ່ບັນດາເຈົ້າໜ້າທີ່ສືບສວນສອບສວນ ໄດ້ກ່າວວ່າ ພວກເຂົາເຈົ້າໄດ້ຕິດຕາມເບິ່ງລາຍງານກ່ຽວກັບ ແປວໄຟ ຈາກສາຍສົ່ງກະແສໄຟຟ້າ ໃນເວລາທີ່ໄຟປ່າ ໄດ້ເລີ້ມຕົ້ນຂຶ້ນ ໃນຕອນກາງຄືນຂອງວັນພະຫັດຜ່ານມານີ້.
ໃນທິດຕາເວັນອອກ ຂອງ ໄຟປ່າ ແຊໂດຣິຈ ກໍມີໄຟປ່າເຜົາຜານເກີດຂຶ້ນອີກແຫ່ງນຶ່ງ ໃນເມືອງ ຣີເວີຊາຍ ຢູ່ທີ່ສວນທີ່ຕັ້ງຂອງເຮືອນເຄື່ອນຍ້າຍໄດ້ ຫຼືທີ່ເອີ້ນວ່າ “mobile home” ຊຶ່ງໄດ້ຖືກທຳລາຍຫຼາຍສິບຫຼັງ. ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ ໄຟປ່າ ທີ່ໄດ້ເຜົາໄໝ້ ປະມານ 330 ເຮັກຕາ ນັ້ນ ຖືກຄວບຄຸມໄວ້ໄດ້ແລ້ວ 25 ເປີເຊັນ ໃນວັນເສົາວານນີ້.
ທຸງສີແດງເຕືອນໄພ ຍັງຄົງຖືກບັງຄັບໃຊ້ຢູ່ ຈົນເຖິງ ເວລາ 6 ໂມງແລງ ຕາມເວລາໃນທ້ອງຖິ່ນ ໃນວັນເສົາວານນີ້ ເຖິງແມ່ນວ່າ ລົມແຫ້ງແລ້ງຂອງເມືອງແຊນຕາ ແອນນາ ຈາກພູເຂົາທີ່ຢູ່ໃກ້ຄຽງ ກາຍເປັນເຊື້ອໄຟແກ່ໄຟປ່ານັ້ນ ກໍໄດ້ຄ່ອຍລົງແດແລ້ວ ແລະຄາດກັນວ່າ ຈະສືບຕໍ່ອ່ອນຄວາມຮ້າຍແຮງລົງ ຕະຫຼອດໄລຍະວັນເສົາວານນີ້.
ບັນດາເຈົ້າໜ້າທີ່ ໄດ້ກ່າວອີກວ່າ ຊາຍຄົນນຶ່ງໄດ້ເສຍຊີວິດ ຍ້ອນຫົວໃຈວາຍ ໃນຂະນະທີ່ ໂອ້ລົມກັບພວກນັກດັບເພີງ ຜູ້ທີ່ໄດ້ຕໍ່ສູ້ກັບໄຟປ່າໃນເມືອງຣີເວີຊາຍ ເມື່ອຕອນເຊົ້າວັນສຸກຜ່ານມານີ້.