ເຈົ້າໜ້າທີ່ດັບເພີງໃນພາກໃຕ້ຂອງລັດຄາລິຟໍເນຍ ໄດ້ຈັດຕັ້ງທີມງານ ແລະກະກຽມອຸປະກອນ ສໍາລັບຄວາມພ້ອມທີ່ຈະຮັບມືຕໍ່ໄຟປ່າຄັ້ງໃໝ່ຂອງວັນອັງຄານມື້ນີ້, ດັ່ງທີ່ນັກພະຍາກອນອາກາດໄດ້ອອກມາເຕືອນເຖິງຄວາມອັນຕະລາຍຂອງໄຟປ່າ ທີ່ມີສະພາບອາກາດແຫ້ງແລ້ງ ແລະລົມທີ່ພັດແຮງ.
ກົມອຸຕຸນິຍົມແຫ່ງຊາດກ່າວວ່າ ຊ່ວງເວລາຂອງສະພາບທີ່ໜ້າເປັນຫ່ວງທີ່ສຸດແມ່ນຕະຫຼອດຕອນຄ່ຳຄືນຈົນຮອດຕອນເຊົ້າຂອງວັນອັງຄານມື້ນີ້, ເຊິ່ງຄວາມແຮງຂອງລົມອາດສູງຮອດ 160 ກິໂລແມັດຕໍ່ຊົ່ວໂມງ ໃນຂົງເຂດພາກເໜືອ ແລະ ພາກຕາເວັນຕົກສຽງເໜືອຂອງນະຄອນ ລອສ ແອນເຈີເລັສ.
ທ່ານນາງ ຄາເຣັນ ບາສ (Karen Bass) ເຈົ້າຄອງນະຄອນ ລອສ ແອນເຈີເລັສ ກ່າວໃນວັນຈັນວານນີ້ວ່າ “ທຸກຄົນຕ້ອງມີຄວາມຕື່ນຕົວສູງ.”
ໂຄສົກກົມປ່າໄມ້ ແລະປ້ອງກັນໄຟປ່າໃນລັດຄາລິຟໍເນຍ ຫຼື Cal Fire ທ່ານ ໄບຣສ໌ ເບັນເນັດທ໌ (Brice Bennett) ກ່າວໃນຖະແຫຼງການສະບັບນຶ່ງຂອງວັນຈັນວານນີ້ວ່າ ອົງການດັ່ງກ່າວ ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກລັດຖະບານກາງ, ລັດຖະບານທ້ອງຖິ່ນ ແລະອົງການດັບເພີງຊົນເຜົ່າພື້ນເມືອງ ລວມມີພະນັກງານຫຼາຍກວ່າ 2,500 ຄົນ ພ້ອມດ້ວຍອຸປະກອນຕ່າງໆທີ່ມີການກະກຽມໄວ້ສໍາລັບໃຊ້ກັບເຫດການທີ່ເກີດຂຶ້ນຢ່າງວ່ອງໄວ ເພື່ອຕ້ານກັບສິ່ງທີ່ບໍ່ຄາດຄິດອັນໃໝ່.
ມີຜູ້ເສຍຊີວິດຢ່າງໜ້ອຍ 27 ຄົນໃນເຫດໄຟປ່າທົ່ວຂົງເຂດນະຄອນ ລອສ ແອນເຈີເລັສ ໃນຮອບ 2 ອາທິດທີ່ຜ່ານມາ, ຂະນະທີ່ລົມ ແຊນຕາ ອານາ (Santa Ana) ບວກກັບສະພາບແຫ້ງແລ້ງຂອງພື້ນທີ່ ຈຶ່ງສົ່ງຜົນເຮັດໃຫ້ໄຟໄໝ້ແຜ່ລາມຢ່າງໄວວາ.
ໄຟຂະໜາດໃຫຍ່ສອງແຫ່ງຍັງຄົງລຸກໄໝ້ຢູ່, ລວມທັງໄຟ ພາລິເຊດ ໃກ້ກັບຊາຍຝັ່ງທາງທິດຕາເວັນຕົກຂອງນະຄອນ ລອສ ແອນເຈີເລັສ ແລະໄຟ ອີຕັນ ໃນບໍລິເວນຈ້າຍພູໄປທາງທິດເໜືອຂອງນະຄອນແຫ່ງນີ້.
ສໍາລັບໄຟປ່າ ພາລິເຊດ ສາມາດຄວບຄຸມໄດ້ 61 ເປີເຊັນແລ້ວ ແລະມັນໄດ້ເຜົາໄໝ້ກິນເນື້ອທີ່ປະມານ 96 ກິໂລແມັດມົນທົນ, ອີງຕາມກົມ Cal Fire. ສ່ວນໄຟປ່າ ອິຕັນ ສາມາດຄວບຄຸມໄຟໄດ້ແລ້ວ 87 ເປີເຊັນ ລຸນຫຼັງເຜົາໄໝ້ກິນເນື້ອທີ່ 57 ກິໂລແມັດມົນທົນ.
ຮວມເຂົ້າກັນແລ້ວ, ນັບຕັ້ງແຕ່ວັນທີ 7 ມັງກອນເປັນຕົ້ນມາ ໄຟໄໝ້ໃນຄັ້ງນີ້ໄດ້ທໍາລາຍໂຄງສ້າງພື້ນຖານ 14,000 ຫຼັງ.
ຜູ້ປົກຄອງລັດຄາລິຟໍເນຍ ທ່ານ ກາວິນ ນິວຊໍາ ໄດ້ອອກຄຳສັ່ງພິເສດໃນວັນຈັນວານນີ້ ເພື່ອປົກປ້ອງປະຊາຊົນຢູ່ທາງພາກໃຕ້ຂອງລັດຄາລິຟໍເນຍຈາກດິນເຈື່ອນ ແລະນໍ້າຖ້ວມ. ຄຳສັ່ງດັ່ງກ່າວ ໄດ້ທໍາການໂຈະກົດລະບຽບຈຳນວນນຶ່ງ ແລະ ເລັ່ງກຳຈັດເສດຊາກຫັກເພເຫຼົ່ານັ້ນ, ຖ້າບໍ່ກໍາຈັດອອກໃນທັນທີ ອາດສົ່ງຜົນເຮັດໃຫ້ເກີດດິນເຈື່ອນ, ຂີ້ຕົມເຈື່ອນ ແລະ ນ້ຳຖ້ວມກະທັນຫັນ.
ທ່ານ ນິວຊໍາ ກ່າວວ່າ “ຄໍາສັ່ງນີ້ ຊ່ວຍໃຫ້ພວກເຮົາສາມາດຕອບສະໜອງຕໍ່ເຫດການສຸກເສີນໄດ້ ໂດຍແນເປົ້າໝາຍໃສ່ການປົກປ້ອງຊຸມຊົນ, ບໍ່ແມ່ນໃບອະນຸຍາດ ແລະເອກະສານຕ່າງໆ.”
ຟໍຣັມສະແດງຄວາມຄິດເຫັນ