ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການຍິງຕໍ່ສູ້ກັນ ຢູ່ດ້ານນອກສະໜາມບິນ ກາບູລ ເຮັດໃຫ້ເຈົ້າໜ້າທີ່ຮັກສາຄວາມປອດໄພ ອັຟການິສຖານ ຖືກຂ້າຕາຍ


ກອງກຳລັງໜ່ວຍພິເສດຂອງອັຟການິສຖານ ພະຍາຍາມທີ່ຈະສະຫຼາຍພວກຝູງຄົນຢູ່ດ້ານນອກ ສະໜາມບິນກາບູລ.
ກອງກຳລັງໜ່ວຍພິເສດຂອງອັຟການິສຖານ ພະຍາຍາມທີ່ຈະສະຫຼາຍພວກຝູງຄົນຢູ່ດ້ານນອກ ສະໜາມບິນກາບູລ.

ກອງທັບສະຫະລັດ ໄດ້ຢືນຢັນໃນວັນຈັນວານນີ້ວ່າ ທະຫານຂອງຕົນແລະພວກທະຫານຈາກເຢຍຣະມັນ ໄດ້ຕໍ່ສູ້ກັບກຸ່ມຜູ້ຮ້າຍ “ບໍ່ຊາບຝ່າຍ” ຢູ່ດ້ານນອກຂອງສະໜາມບິນກາບູລ ເຮັດໃຫ້ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງອັຟການິສຖານຄົນນຶ່ງເສຍຊີວິດ ແລະອີກຫຼາຍຄົນໄດ້ຮັບບາດເຈັບ.

ພັນເຮືອເອກ ວີລລຽມ ເອີບັນ ໂຄສົກຂອງກອງບັນຊາການທະຫານສະຫະລັດໃນເຂດພາກຕາເວັນອອກກາງ ຫຼື US CENTCOM ໄດ້ກ່າວວ່າ ການປະທະກັນໄລຍະສັ້ນ ໃນເວລາຂ້າມຄືນໄດ້ເລີ້ມຂຶ້ນຢູ່ທາງເຂົ້າກ້ຳເໜືອຂອງສະໜາມບິນ ແຕ່ກອງກຳລັງຂອງອາເມຣິກາ ແລະພັນທະມິດ ບໍ່ໄດ້ເປັນຫຍັງ ໃນການຕໍ່ສູ້ກັນນັ້ນ.

ທ່ານເອີບັນ ໄດ້ເວົ້າວ່າ “ເຫດການດັ່ງກ່າວປາກົດວ່າ ໄດ້ເລີ້ມຂຶ້ນເມື່ອຜູ້ຮ້າຍບໍ່ຊາບຝ່າຍ ໄດ້ຍິງປືນໃສ່ກຳລັງຮັກສາຄວາມປອດໄພຂອງອັຟການິສຖານ ທີ່ກຳ ລັງກວດກາການເຂົ້າມາຍັງປະຕູສະໜາມບິນຢູ່ນັ້ນ. ກຳລັງຂອງອັຟການິສຖານ ກໍຍິງຕອບໂຕ້ ແລະໂດຍຮັກສາສິດໃນການປ້ອງກັນຕົນເອງ ສະນັ້ນແລ້ວ ພວກທະຫານຂອງສະຫະລັດແລະພັນທະມິດ ກໍຍິງຕອບໂຕ້ເຊັ່ນກັນ.”

ສະໜາມບິນແຫ່ງດັ່ງກ່າວ ໄດ້ເປັນສະຖານທີ່ຂອງການຍົກຍ້າຍພົນລະເມືອງຂະໜາດໃຫຍ່ ຈາກບັນດາປະເທດຕາເວັນຕົກ ໂດຍສະເພາະແມ່ນສະຫະລັດ ນັບຕັ້ງແຕ່ກຸ່ມຕາລີບານ ໄດ້ເຂົ້າຍຶດເອົານະຄອນຫຼວງຂອງອັຟການິສຖານ ເມື່ອອາ ທິດກ່ອນ.

ການດີ້ນຮົນເພື່ອຫາທາງໜີອອກຈາກປະເທດ ຍ້ອນການກະທົບຈາກບັນຫາຂັດແຍ້ງ ຊຶ່ງພວກເຂົາຢ້ານກົວວ່າ ຈະມີການແກ້ແຄ້ນໂດຍກຸ່ມຕາລີບານນັ້ນ ກໍໄດ້ເຮັດໃຫ້ຊາວອັຟການິສຖາ ເສຍຊີວິດຢ່າງໜ້ອຍແປດຄົນແລ້ວ ຈຳນວນນຶ່ງຖືກຢຽບຈົນຕາຍ ແລະອີກຄົນນຶ່ງຕົກລົງມາຈາກເຮືອບິນທີ່ກຳລັງບິນຂຶ້ນນັ້ນ.

ສະຫະລັດແລະບັນດາປະເທດອື່ນໆ ໄດ້ສົ່ງກຳລັງທະຫານຂອງຕົນເພື່ອໄປກຳ ກັບນຳການຍົກຍ້າຍປະຊາຊົນຢູ່ທີ່ສະໜາມບິນ.

ປະຊາຊົນປະມານ 30,000 ຄົນຫຼືຫຼາຍກວ່ານັ້ນ ໄດ້ຖືກຍົກຍ້າຍໄປຢູ່ບ່ອນທີ່ປອດໄພ ນັບຕັ້ງແຕ່ກຸ່ມຕາລີບານ ໄດ້ບຸກເຂົ້າຍຶດເອົານະຄອນຫຼວງກາບູລ ແລ້ວຄວບຄຸມອັຟການິສຖານເກືອບທັງໝົດ.

ຊາວອັຟການິສຖານຫຼາຍສິບພັນຄົນ ພາກັນຫຼັ່ງໄຫລໄປຍັງສະໜາມບິນສາກົນ ຮາມິດ ຄາຣໄຊ ໂດຍຫວັງວ່າຈະໄດ້ຂຶ້ນເຮືອບິນຖ້ຽວໃດນຶ່ງເພື່ອຍົກຍ້າຍອອກໄປ ເພາະຢ້ານວ່າ ຈະຫວນຄືນໄປສູ່ການປະຕິບັດໂດຍການຕີຄວາມໝາຍຂອງກົດໝາຍອິສລາມທີ່ຮຸນແຮງແບບທີ່ກຸ່ມຕາລີບານໄດ້ຄວບຄຸມປະເທດ ເມື່ອ 20 ປີກ່ອນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG