ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຫົວໜ້າຜູ້ກວດກາທົ່ວໄປ ທີ່ໄດ້ຖືກປົດອອກ ຈາກຕຳແໜ່ງ 'ເສຍໃຈ' ໃນການເຄື່ອນໄຫວ ຂອງ ປ. ທຣຳ


ຫົວໜ້າຜູ້ກວດກາຂອງປະຊາຄົມສືບລັບ ສະຫະລັດ ທ່ານໄມໂກລ ແອັດກິນສັນ ກຳລັງຍ່າງໄປໃຫ້ການຕໍ່ຄະນະກຳມະການສືບລັບຂອງສະພາຕ່ຳ ໃນການຮັບຟັງແບບປິດລັບກ່ຽວກັບຜູ້ ຮ້ອງທຸກ ໃນເລື້ອງຂອງການພົວພັນກັບຢູເຄຣນຂອງປະທານາທິບໍດີດໍໂນລ ທຣຳ ນັ້ນ ຢູ່ລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ.
ຫົວໜ້າຜູ້ກວດກາຂອງປະຊາຄົມສືບລັບ ສະຫະລັດ ທ່ານໄມໂກລ ແອັດກິນສັນ ກຳລັງຍ່າງໄປໃຫ້ການຕໍ່ຄະນະກຳມະການສືບລັບຂອງສະພາຕ່ຳ ໃນການຮັບຟັງແບບປິດລັບກ່ຽວກັບຜູ້ ຮ້ອງທຸກ ໃນເລື້ອງຂອງການພົວພັນກັບຢູເຄຣນຂອງປະທານາທິບໍດີດໍໂນລ ທຣຳ ນັ້ນ ຢູ່ລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ.

ຫົວໜ້າຜູ້ກວດກາທົ່ວໄປຂອງປະຊາຄົມສືບລັບ ຜູ້ທີ່ໄດ້ແຈ້ງເຕືອນລັດຖະສະພາ ເຖິງຜູ້ຮ້ອງທຸກກ່ຽວກັບການພົວພັນກັບຢູເຄຣນຂອງປະທານາທິບໍດີດໍໂນລ ທຣຳ ນັ້ນ ກ່າວວ່າ ທ່ານ “ເສຍໃຈແລະເສົ້າໃຈ” ທີ່ທ່ານທຣຳ ໄດ້ປົດທ່ານອອກຈາກຕຳແໜ່ງ.

ທ່ານ ໄມໂກລ ແອັດກິນສັນ ໄດ້ອອກຖະແຫລງການສະບັບນຶ່ງ ໃນຕອນແລງວັນອາທິດວານນີ້ ໂດຍກ່າວວ່າ ທ່ານເຊື່ອວ່າ ການຕັດສິນໃຈຂອງທ່ານທຣຳ ແມ່ນບົນພື້ນຖານຂອງການປະຕິບັດໜ້າທີ່ຢ່າງຊື່ສັດຂອງທ່ານແອັດກິນສັນນັ້ນ ແມ່ນເປັນໄປຢ່າງອິດສະຫລະແລະທ່ຽງທຳ ຕາມບົດບາດຂອງຫົວໜ້າຜູ້ກວດກາ ທົ່ວໄປແລະ “ຄວາມໝັ້ນໝາຍຂອງທ່ານ ກໍຍັງຈະເຮັດເຊັ່ນນັ້ນຢູ່ຕໍ່ໄປ.”

ທ່ານທຣຳ ໄດ້ໃຫ້ຄຳອະທິບາຍກ່ຽວກັບການປົດດັ່ງກ່າວຢ່າງເປັນທາງການ ໃນ ວັນສຸກຜ່ານມາ ວ່າ ທ່ານໄດ້ເສຍຄວາມເຊື່ອໝັ້ນໃນທ່ານແອັດກິນສັນ ແລະ ໃນວັນເສົາຕໍ່ມາ ທ່ານກ່າວວ່າ “ເພິ່ນເອົາບົດລາຍງານປອມ ແລະເອົາມັນໄປໃຫ້ລັດຖະສະພາ.”

ທ່ານແອັດກິນສັນ ໄດ້ຮຽກຮ້ອງເຖິງບັນດາພະນັກງານລັດຖະບານທັງຫຼາຍ ຜູ້ທີ່ເປັນສັກຂີພະຍານຫຼືຮູ້ເຫັນສິ່ງທີ່ບໍ່ຊອບທຳ ຫຼື ພຶດຕິກຳທີ່ຜິດກົດໝາຍ ຈົ່ງລາຍງານມັນ.

ທ່ານໄດ້ກ່າວໄປອີກວ່າ “ປະຊາຊົນຊາວອາເມຣິກັນ ແມ່ນຄວນມີລັດຖະບານທີ່ຊື່ສັດ ແລະມີປະສິດທິພາບ.

ສຳລັບບັນດາຜູ້ທີ່ກຳກັບນຳການປະຕິບັດໜ້າທີ່ຂອງລັດຖະບານ ຄົນອື່ນໆ ທ່ານໄດ້ຮຽກຮ້ອງໃຫ້ພວກເພິ່ນ ຈົ່ງ “ບໍ່ປ່ອຍປະລະເລີຍໃຫ້ເຫດການຕ່າງໆທີ່ຫາກໍ່ເກີດຂຶ້ນນີ້ ປິດປາກປິດສຽງຂອງພວກເຈົ້າ.”

ກົດໝາຍຂອງສະຫະລັດ ໄດ້ບັງຄັບ ໃຫ້ທ່ານແອັດກິນສັນ ເຕືອນລັດຖະສະພາ ເຖິງຜູ້ຟ້ອງຮ້ອງແຈ້ງທຸກ ຊຶ່ງໄດ້ແຈ້ງເຕືອນກ່ຽວກັບການສົນທະນາຂອງທ່ານທຣຳ ກັບພວກເຈົ້າໜ້າທີ່ຂອງຢູເຄຣນ ແລະການກົດດັນຂອງທ່ານເພື່ອໃຫ້ພວກເຂົາເປີດການສືບສວນສອບສວນ ຄູ່ແຂ່ງຂອງທ່ານຈາກພັກເດໂມແຄຣັດ.

ເຫດການເຫຼົ່ານັ້ນ ໄດ້ກໍ່ໃຫ້ເກີດມີການດຳເນີນການຟ້ອງຮ້ອງຕໍ່ທ່ານປະທານາທິ ບໍດີ ຊຶ່ງໃນທີ່ສຸດແລ້ວ ກໍໄດ້ຮັບການຖືກຍົກຟ້ອງ ຢູ່ໃນການດຳເນີນຄະດີຂອງສະພາສູງ ເມື່ອເດືອນກຸມພາຜ່ານມານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG