ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ FBI ທີ່ຖືກປົດ ອອກຈາກຕຳແໜ່ງ ໄດ້ສະສົມບັນທຶກ ການສົນທະນາກັບ ທ່ານ ທຣຳ ໄວ້


ອະດີດຮອງຜູ້ອຳນວຍການອົງການ FBI ທ່ານ ແອນດຣູ ແມັກເຄບ ເຂົ້າຮ່ວມໃນການໃຫ້ປາກຄຳຕໍ່ຄະນະກຳມະການ
ສືບລັບສະພາສູງ ກ່ຽວກັບ ກົດໝາຍກວດສອບການສືບລັບ
ສາກົນ, ລັດຖະສະພາ ແຄັບປີຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. 7 ມິຖຸນາ, 2017,
ອະດີດຮອງຜູ້ອຳນວຍການອົງການ FBI ທ່ານ ແອນດຣູ ແມັກເຄບ ເຂົ້າຮ່ວມໃນການໃຫ້ປາກຄຳຕໍ່ຄະນະກຳມະການ ສືບລັບສະພາສູງ ກ່ຽວກັບ ກົດໝາຍກວດສອບການສືບລັບ ສາກົນ, ລັດຖະສະພາ ແຄັບປີຕອລ ຮິລ, ນະຄອນຫຼວງ ວໍຊິງຕັນ. 7 ມິຖຸນາ, 2017,

ອະດີດຮອງຜູ້ອຳນວຍການອົງການ FBI ທ່ານ ແອນດຣູ ແມັກເຄບ "Andrew
McCabe," ຜູ້ທີ່ຖືກກ່າວວິພາກວິຈານຢ່າງເປີດເຜີຍເປັນເວລາຫຼາຍເດືອນໂດຍປະ
ທານາທິບໍດີ ດໍໂນລ ທຣຳ ແລະ ຖືກປົດອອກຈາກຕຳແໜ່ງໃນວັນສຸກທີ່ຜ່ານມາໂດຍ
ລັດຖະມົນຕກະຊວງຍຸຕິທຳນັ້ນ, ໄດ້ເກັບລາຍລະອຽດ ຂອງບັນທຶກ ກ່ຽວກັບ ການສື່
ສານຂອງທ່ານກັບປະທານາທິບໍດີ, ອີງຕາມການລາຍງານຂອງສື່ມວນຊົນໃນວັນເສົາ
ວານນີ້.

ລັດຖະມົນຕີຍຸຕິທຳ ທ່ານ ເຈັຟ ເຊັສເຊິນສ "Jeff Sessions" ໄດ້ປົດທ່ານ ແມັກເຄບ
ອອກຈາກຕຳແໜ່ງ, ຜູ້ທີ່ໄດ້ເຮັດວຽກໃຫ້ອົງການ FBI ມາ ດົນກວ່າ 20 ປີນັ້ນ, ພຽງ
ສອງວັນກ່ອນທີ່ທ່ານຈະອອກບຳນານ. ທ່ານໄດ້ອ້າງລາຍງານຕ່າງໆໂດຍຫົວໜ້າຜູ້
ກວດກາກະຊວງຍຸຕິທຳ ແລະ ອົງການ FBI ທີ່ໄດ້ພົບວ່າ ທ່ານ ແມັກເຄບ “ໄດ້ເປີດເຜີຍ
ຂໍ້ມູນລັບໂດຍບໍ່ໄດ້ຮັບອະນຸຍາດຕໍ່ສື່ມວນຊົນ ແລະ ຂາດຄວາມຊື່ສັດ ລວມທັງພາຍ
ໃຕ້ຄຳສາບານໃນຫຼາຍໂອກາດ” ວ່າເປັນເຫດຜົນສຳລັບການປົດ “ຕຳແໜ່ງຂອງທ່ານ
ແອນດຣູ ແມັກເຄບ ເຊິ່ງມີຜົນໃນທັນທີ.”

ທ່ານ ແມັກເຄບ, ຜູ້ທີ່ຄັ້ງນຶ່ງເຄີຍເປັນເຈົ້າໜ້າທີ່ໝາຍເລກສອງຂອງອົງການ FBI, ໄດ້
ລາພັກຈາກອົງການ FBI ນັບຕັ້ງແຕ່ເດືອນມັງກອນເປັນຕົ້ນມາ. ທ່ານໄດ້ມີແຜນທີ່ຈະ
ອອກບຳນານໃນວັນອາທິດມື້ນີ້, ເຊິ່ງແມ່ນວັນເກີດຂອງທ່ານ, ດ້ວຍຜົນປະໂຫຍດເຕັມ
ທີ່. ແຕ່ຕອນນີ້ທ່ານໄດ້ຖືກປົດອອກຈາກຕຳແໜ່ງ, ແນວໃດກໍຕາມ, ເງິນບຳນານຂອງ
ທ່ານບາງສ່ວນ ຫຼື ທັງໝົດແມ່ນອາດຕົກຢູ່ໃນຄວາມສ່ຽງ.

ໃນຖະແຫຼງການສະບັບນຶ່ງເມື່ອວັນສຸກທີ່ຜ່ານມານັ້ນ, ທ່ານ ແມັກເຄບ ໄດ້ເອີ້ນການ
ປົດຕຳແໜ່ງຂອງທ່ານວ່າເປັນການ “ການຈອງເວນຈອງກຳ” ໂດຍເວົ້າວ່າ “ຂ້າພະເຈົ້າ
ໄດ້ຖືກເລືອກເຟັ້ນ ແລະ ຖືກປະຕິບັດນຳດ້ວຍວິທີນີ້ ຍ້ອນບົດບາດຂອງຂ້າພະເຈົ້າ,
ການກະທຳທີ່ຂ້າພະເຈົ້າໄດ້ເຮັດ, ແລະ ເຫດການຕ່າງໆທີ່ຂ້າພະເຈົ້າໄດ້ເປັນພິຍານ
ຫຼັງຈາກການປົດຕຳແໜ່ງອະດີຜູ້ອຳນວຍການອົງການ FBI ທ່ານ ເຈມສ ໂຄມີ
"James Comey.”

ໄອຍະການພິເສດ ທ່ານ ໂຣເບີດ ມອລເລີ "Robert Mueller" ແມ່ນກຳລັງສືບສວນ
ສອບສວນອິດທິພົນຂອງ ຣັດເຊຍ ໃນການເລືອກຕັ້ງປະທານາທິບໍດີ ສະຫະລັດ ປີ
2016 ແລະ ວ່າມັນມີການສົມຮູ້ຮ່ວມຄິດ ຫຼືບໍ່ມີລະຫວ່າງ ການໂຄສະນາຫາສຽງຂອງ
ທ່ານ ທຣຳ ກັບ ຣັດເຊຍ. ນອກນີ້ ທ່ານກໍກຳລັງສືບສວນສອບສວນເຊັ່ນກັນວ່າ ການ
ກະທຳຂອງທ່ານ ທຣຳ, ລວມທັງການປົດທ່ານ ໂຄມີ ອອກຈາກຕຳແໜ່ງນັ້ນ, ແມ່ນ
ການຂັດຂວາງຂະບວນການຍຸຕິທຳ ຫຼືບໍ່. ລາຍງານສື່ມວນຊົນເວົ້າວ່າ ກຸ່ມຂອງທ່ານ
ມອລເລີ ໄດ້ຮັບໜັງສືລາຍລະອຽດຂອງທ່ານ ແມັກເຄບ ກ່ຽວກັບ ການສື່ສານຂອງ
ເພິ່ນກັບທ່ານ ທຣຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG