ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

16 ຄົນ ເສຍຊີວິດ ໃນການໂຈມຕີ ດ້ວຍລະເບີດນ້ຳມັນ ທີ່ ໄນຄລັບແຫ່ງນຶ່ງ ຢູ່ ອີຈິບ


ເຈົ້າໜ້າທີ່ສືບສວນອີຈິບ ພວມກວດເບິ່ງ ໄນຄລັບທີ່ຖືກໂຈມຕີ ຢູ່ນະຄອນຫຼວງໄຄໂຣ ຂອງອີຈິບ. (4 ທັນວາ 2015)

ເຈົ້າໜ້າ​ທີ່​ອີ​ຈິບ​ກ່າວ​ວ່າ ມີ 16 ຄົນ​ເສຍ​ຊີວິດໃນ​ການ​ໂຈມ​ຕີ​ດ້ວຍ​
ລະ​ເບີດ​ນ້ຳມັນຕໍ່​ໄນ​ຄລັບ​ແຫ່ງ​ນຶ່ງທີ່​ນະຄອນຫຼວງ​ໄຄ​ໂຣ​ໃນ​ຕອນ​
ເຊົ້າມືດ​ຂອງ​ວັນ​ສຸກ​ມື້ນີ້.

ຍັງ​ບໍ່​ທັນ​ມີ​ການ​ລົງຄວາ​ມ​ເຫັນ ​ກ່ຽວ​ກັບ​ຈຸດປະສົງ​ໃນ​ການ​ໂຈມ​ຕີ​
ດັ່ງກ່າວນີ້ ຊຶ່ງ​ມີ​ຂຶ້ນ ຢູ່ທີ່​ຮ້ານ​ອາຫານ​ແລະ​ບາ El Sayad ​ໃນຄຸ້ມ
Agouza.

​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ​ປະຕິ​ເສດ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ​
ບໍ່​ພົວພັນ​ກັບການ​ກໍ່ການ​ຮ້າຍແຕ່​ປາກົດ​ວ່າ​ໄດ້​ໃຫ້ການ​ຖະ​ແຫລງ
ຫຼາຍໆ​ຢ່າງ​ທີ່​ຂັດ​ແຍ້​ງກັນ.

ກະຊວງ​ພາຍ​ໃນ​ອີ​ຈິບ​ກ່າວ​ວ່າ​ ​ເຫດ​ຮ້າຍ​ດັ່ງກ່າວ​ເລີ້ມຂຶ້ນຍ້ອນ​ການຜິດ​ຖຽງ​ກັນ ລະຫວ່າງ
​ພະນັກງານ​ໄນ​ຄລັບແລະ​ບຸກຄົນ​ອື່ນໆ​ທີ່​ໄດ້​ແກວ່ງ​ລະ​ເບີດ​ນ້ຳມັນ​ໄປ​ໃສ່ທາງ​ເຂົ້າ​ໄນ​ຄລັບ.

ກ່ອນ​ໜ້ານີ້ ອົງການ​ຂ່າວ MENA ​ຂອງ​ທາງ​ການ​ອິຈິບ ​ໄດ້​ອ້າງ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່ ​ທີ່
ກ່າວ​ວ່າ​ ຜູ້​ຊາຍ 3 ຄົນທີ່​ຂີ່​ລົດຈັກ ໄດ້​ແກວ່າງລະ​ເບີດ​ນ້ຳມັນ​ເຂົ້າ​ໃສ່​ໄນ​ຄລັບແລ້ວກໍຫລົບ
ໜີ​ໄປຈາກ​ບ່ອນ​ເກີດ​ເຫດ.

​ເຈົ້າໜ້າ​ທີ່​ຄົນ​ນຶ່ງ​ ກ່າວ​ຕໍ່​ອົງການ​ຂ່າວຣອຍ​ເຕີ້ວ່າ ພວກ​ໂຈມ​ຕີ​ເປັນ​ພະນັກງານ​ ທີ່​ຖືກ​ໄລ່​
ອອກ​ເມື່ອ​ໄວໆ​ມານີ້.

​ເຈົ້າໜ້າ​ທີ່​ເວົ້າວ່າ ຕົນ​ກຳລັງ​ຕາມ​ລ່າ​ ຫາ​ໂຕ​ຄົນ​ຮ້າຍ​ທີ່​ທຳ​ການ​ໂຈມ​ຕີຢູ່.

ພວກ​ມຸສລິມ​ຫົວ​ຮຸນ​ແຮງ​ຈັດ ​ໄດ້​ທຳ​ການ​ໂຈມ​ຕີ​ເປັນ​ລຳດັບ​ມາ ນັບ​ຕັ້ງ​ແຕ່​ປະທານາທິບໍດີ
​ອິສລາມ ທ່ານ Mohamed Morsi ​ໄດ້​ຖືກ​ໂຄ່ນ​ລົ້ມ​ ໃນ​ປີ​ 2013 ​ແລະ​ຖືກ​ຈັບ​ໂດຍ​ພວກ​
ທະຫານ.

ການ​ໂຈມ​ຕີ​ຫລາຍໆ​ຄັ້ງແມ່ນ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໂດຍ​ກຸ່ມ​ຫົວ​ຮຸນ​ແຮງທີ່​ເປັນ​
ພັນທະ​ມິດ​ ກັບ​ກຸ່ມ​ລັດ​ອິສລາມ.​ ສ່ວນ​ໃຫຍ່​ຂອງ​ການ​ໂຈມ​ຕີ​ ແມ່ນ​ແນ​ເປົ້າໃສ່​ສະຖານ​ທີ່
​ຂອງ​ທາງ​ການ.

ການ​ໂຈມ​ຕີ ຊຶ່ງ​ສ່ວນ​ໃຫຍ່​ມີ​ຂຶ້ນ​ໃນ​ເຂດ​ການ​ກໍ່​ຄວາ​ມວຸ້ນວາຍ​ຂອງ​ພວກ​ກະບົດ​ຢູ່ທີ່​ແຫຼມ
​ໄຊ​ນາຍ​ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງໜັກໜ່ວງ​ໃຫ້​ແກ່​ອຸດສາຫະກຳ​ການທ່ອງທ່ຽວ​ຂອງ
​ອີ​ຈິບ.

Egypt Violence
please wait
Embed

No media source currently available

0:00 0:00:43 0:00

XS
SM
MD
LG