ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫຼວດ ຊອກຫາຜູ້ຊາຍທົ່ວລັດເມນ ທີ່ໄດ້ຍິງສັງຫານໝູ່ໃນເມືອງລີວິສຕັນ

ໃນຮູບທີ່ຖ່າຍຈາກວີດີໂອ ທີ່ເຜີຍແຜ່ອອກມາໂດຍຫ້ອງການຕໍາຫຼວດຂົງເຂດ Androscoggin, ມືປືນຊາຍ ໄດ້ເຂົ້າໄປໃນສະຖານທີ່ພັກຜ່ອນ Sparetime ໃນເມືອງລີວິສຕັນ, ລັດເມນ, ວັນທີ 25 ຕຸລາ 2023. ທ້າວໂຣເບີດ ຄາດ ອາຍຸ 40 ປີ, ຖືກລະບຸໂຕໂດຍຕໍາຫຼວດວ່າ ເປັນບຸກຄົນທີ່ມີຄວາມຕ້ອງການ ແລະກໍາລັງຖືກຊອກຫາໂດຍຕໍາຫຼວດ

ຕຳຫຼວດຫຼາຍຮ້ອຍຄົນໄດ້ພາກັນອອກປະຕິບັດການທົ່ວລັດ ເມນ ເພື່ອຕາມລ່າຜູ້ ຊາຍທີ່ຕ້ອງການໂຕຄົນໜຶ່ງ ເຊິ່ງພົວພັນກັບການຍິງສັງຫານໝູ່ຢູ່ບາແຫ່ງໜຶ່ງ ແລະສະຖານທີ່ໂຍນໝາກໂບລິ້ງແຫ່ງໜຶ່ງໃນເມືອງລີວິສຕັນ (Lewiston), ໃນຂະນະທີ່ສື່ມວນຊົນລາຍງານຂ່າວວ່າ ມີຜູ້ເສຍຊີວິດໂດຍລວມ​ມີລະຫວ່າງ 16 ຫາ 22 ຄົນ, ໂດຍມີຜູ້​ໄດ້​ຮັບ​ບາດ​ເຈັບ​ອີກ​ຫຼາຍ​ສິບ​ຄົນ, ອີງຕາມລາຍງານຂອງອົງການຂ່າວ Reuters.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີ​ຜູ້​ເສຍ​ຊີ​ວິດ​ຫລາຍ​ຄົນ​ໃນ​ການ​ຍິງ​ກັນ​ໃນ​ວັນ​ພຸດ​ວານນີ້ ແຕ່​ໄດ້​ປະ​ຕິ​ເສດ​ທີ່​ຈະ​ໃຫ້ຈໍານວນ​ໂຕ​ເລກດັ່ງກ່າວ.

ເຈົ້າໜ້າທີ່ຕໍາຫຼວດຂອງລັດ ແລະ ຕໍາຫຼວດທ້ອງຖິ່ນໄດ້ລະບຸຊື່ວ່າ ທ້າວໂຣເບີດ ອາຣ໌ ຄາດ (Robert R. Card), ອາຍຸ 40 ປີ, ຜູ້ທີ່ຖືກສົ່ງເຂົ້າໄປສະຖານທີ່ ສຸຂະພາບຈິດໃນຊ່ວງລະດູຮ້ອນ, ວ່າເປັນບຸກຄົນທີ່ຕ້ອງການໃນກໍລະນີດັ່ງກ່າວ. ກ່ອນໜ້ານີ້, ເຂົາເຈົ້າໄດ້ໂພສຮູບພາບຂອງຜູ້ຊາຍທີ່ມີໜວດ ໃນຊຸດເສື້ອກັນ ໜາວມີໝວກສີນ້ຳຕານ ແລະ ໂສ້ງຈີນ ຢູ່ບ່ອນເກີດເຫດອາຊະຍາກຳແຫ່ງໜຶ່ງ, ໂດຍຖືໃນສິ່ງທີ່ເບິ່ງຄືວ່າ ເປັນປືນເຄິ່ງອັດຕະໂນມັດ ຢູ່ໃນທ່າຍິງ.

ເຈົ້າໜ້າທີ່ກູ້ໄພ ເຄື່ອນຍ້າຍຄົນຄົນນຶ່ງຂຶ້ນລົດໂຮງໝໍ ໃນທີ່ເກີດເຫດຍິງສັງຫານໝູ່ ໃນເມືອງເລວິສຕັນ, ລັດເມນ, ວັນທີ 25 ຕຸລາ 2023 ໃນພາບນິ້ງທີ່ໄດ້ມາຈາກວີດີໂອຂອງສື່ສັງຄົມອອນລາຍ. Nichoel Wyman Arel/via Reuters.
ເຈົ້າໜ້າທີ່ກູ້ໄພ ເຄື່ອນຍ້າຍຄົນຄົນນຶ່ງຂຶ້ນລົດໂຮງໝໍ ໃນທີ່ເກີດເຫດຍິງສັງຫານໝູ່ ໃນເມືອງເລວິສຕັນ, ລັດເມນ, ວັນທີ 25 ຕຸລາ 2023 ໃນພາບນິ້ງທີ່ໄດ້ມາຈາກວີດີໂອຂອງສື່ສັງຄົມອອນລາຍ. Nichoel Wyman Arel/via Reuters.

"ພວກເຮົາມີເຈົ້າຫນ້າທີ່ຕໍາຫຼວດຫຼາຍຮ້ອຍຄົນເຮັດວຽກຢູ່ທົ່ວລັດເມນ ເພື່ອສືບ ສວນກ່ຽວກັບກໍລະນີນີ້ ເພື່ອຊອກຫາ ທ້າວຄາດ, ຜູ້ທີ່ມີຄວາມຕ້ອງການໂຕ," ຜູ້ບັນຊາການດ້ານຄວາມປອດໄພຢູ່ໃນສັງຄົມຂອງລັດເມນ ທ່ານໄມຄ໌ ຊອສຊັກຄ໌ (Mike Sauschuck) ກ່າວໃນການຖະແຫຼງຂ່າວ.

ຕໍາຫຼວດພົບເຫັນລົດ SUV ສີຂາວ ທີ່ພວກເຂົາເຈົ້າເຊື່ອວ່າ ທ້າວຄາດ ໄດ້ຂັບ ໄປເມືອງ ລິສບອນ, ເຊິ່ງມີໄລຍະປະມານ 11 ກິໂລແມັດໄປທາງທິດຕາເວັນ ອອກສຽງໃຕ້, ແລະ ທ່ານ ຊອສຊັກ (Sauschuck) ກ່າວວ່າ ປະຊາຊົນໄດ້ ຖືກຂໍໃຫ້ຢູ່ໃນເຮືອນ ແລະໃນເມືອງລີວິສຕັນ ແລະ ເມືອງລິສບອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG