ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄຟໄໝ້ວັດ ໂຈຄັງ ຂອງ ຕີເບດ, ບໍ່ມີລາຍງານກ່ຽວກັບຜູ້ໄດ້ຮັບບາດເຈັບ


ວັດໂຈຄັງ ໃນເມືອງ ລາຊາ. ເດືອນມິຖຸນາ 2009.
ວັດໂຈຄັງ ໃນເມືອງ ລາຊາ. ເດືອນມິຖຸນາ 2009.

ໄຟໄໝ້ຄັ້ງໃຫຍ່ໄດ້ເກີດຂຶ້ນໃນວັນເສົາວານນີ້ທີ່ ວັດ ໂຈຄັງ "Jokhang" ຂອງເມືອງ
ລາຊາ "Lhasa," ເຊິ່ງແມ່ນສະຖານທີ່ສັກສິດທີ່ສຸດ ສຳລັບພະພຸດທະສາສະໜາດ
ຕິເບດ.

ບໍ່ມີລາຍງານ ກ່ຽວກັບ ຜູ້ບາດເຈັບ ຫຼື ເສຍຊີວິດ ແລະ ຂະໜາດຂອງຄວາມເສຍຫາຍ
ຕໍ່ວັດທີ່ມີອາຍຸ 1300 ປີ, ເຊິ່ງແມ່ນສະຖານທີ່ມໍລະດົກໂລກຂອງອົງການ UNESCO
ນັ້ນ, ແມ່ນຍັງບໍ່ຈະແຈ້ງເທື່ອ.

ອີງຕາມໜັງສືພິມລັດຖະບານ Tibetan Daily ນັ້ນ, ໄຟໄໝ້, ເຊິ່ງໄດ້ເລີ່ມຂຶ້ນຕອນ
6 ໂມງ 40 ຕອນແລງ, ໄດ້ຖືກມອດຢ່າງວ່ອງໄວ ແລະ ບໍ່ໄດ້ຖືກລາຍງານ ກ່ຽວກັບ ຜູ້
ບາດເຈັບ.

ສາເຫດຂອງໄຟໄໝ້ແມ່ນຍັງບໍ່ເປັນທີ່ຮູ້ຈັກເທື່ອ.

ຂ່າວຂອງເຫດການຄັ້ງໃຫຍ່ໃນ ຕີເບດ, ເຊິ່ງແມ່ນພາກພື້ນທີ່ມີຄວາມວຸ້ນວາຍ ແລະ
ມີຄວາມອ່ອນໄຫວທາງການເມືອງນັ້ນ, ມັກຈະຖືກຄວບຄຸມໂດຍ ຈີນ ຢ່າງເຄັ່ງຄັດ.

ສື່ມວນຊົນລັດຖະບານບາງແຫ່ງໄດ້ສະແດງຮູບພາບຫຼາຍໃບ ຂອງແປວໄຟທີ່ໃຫຍ່່ຢູ່
ເທິງຫຼັງຄາໃນວັດ ທີ່ສາມາດແນມເຫັນໄດ້ຫຼາຍຮ້ອຍແມັດອອກໄປ.

ວັດ ໂຈຄັງ ມີຮູບປັ້ນ ແລະ ພາບແຕ້ມທາງສາສະໜາຫຼາຍຮູບ ໃນສະຖານທີ່ຂະໜາດ
ກວ້າງ ທີ່ປົກຄຸມເນື້ອທີ່ກວ້າງປະມານ 25,000 ຕາລາງແມັດ.

ໄຟໄ​ໝ້ໄດ້ເກີດຂຶ້ນ ໃນຂະນະທີ່ຊາວ ຕີເບດ ຫຼາຍຄົນ ກຳລັງສະເຫຼີມສະຫຼອງບຸນ
ໂລຊາ "Losar," ເຊິ່ງແມ່ນບຸນປີໃໝ່ທີ່ໄດ້ເລີ່ມຂຶ້ນໃນວັນສຸກທີ່ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG