ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໄຟໄໝ້ ຫໍພິພິດທະພັນ ແຫ່ງຊາດ ຂອງປະເທດ ບຣາຊິລ


ໄຟກຳລັງລຸກໄໝ້ ຫໍພິພິດທະພັນແຫ່ງຊາດຂອງ ບຣາຊິລ ທີ່ມີອາຍຸ ໄດ້ 200 ປີ, ນະຄອນ ຣີໂອ ເດ ຈາເນໂຣ. 2 ກັນຍາ, 2018.
ໄຟກຳລັງລຸກໄໝ້ ຫໍພິພິດທະພັນແຫ່ງຊາດຂອງ ບຣາຊິລ ທີ່ມີອາຍຸ ໄດ້ 200 ປີ, ນະຄອນ ຣີໂອ ເດ ຈາເນໂຣ. 2 ກັນຍາ, 2018.

ໄຟໄໝ້ຂະໜາດໃຫຍ່ ໄດ້ເຜົາຜານທົ່ວຫໍພິພິທະພັນທີ່ເກົ່າແກ່ທີ່ສຸດຂອງປະເທດ ບຣາ
ຊິລ.

ໄຟໄດ້ເຜົາໄໝ້ຫໍພິພິທະພັນແຫ່ງຊາດ ທີ່ມີອາຍຸໄດ້ 200 ປີ ແລະ ສິ່ງຂອງບູຮານ 20
ລ້ານຢ່າງ ໃນວັນອາທິດວານນີ້.

ປະທານາທິບໍດີ ບຣາຊິລ ທ່ານ ມິແຊລ ທີເມີ (Michel Temer) ກ່າວວ່າ ການສູນເສຍ
ດັ່ງກ່າວ ແມ່ນ “ບໍ່ສາມາດຄິດໄລ່ໄດ້.

ທ່ານ ທີເມີ ໄດ້ກ່າວ ໃນຖະແຫຼງການສະບັບນຶ່ງວ່າ “ນີ້ແມ່ນວັນໂສກເສົ້າທີ່ສຸດ ສຳລັບ
ບຣາຊິລ. ວຽກງານສອງຮ້ອຍກວ່າປີ, ການຄົ້ນຄວ້າ ແລະ ຄວາມຮູ້ແມ່ນໄດ້ສູນເສຍ
ໄປໝົດ.”

ເວບໄຊຂອງຫໍພິພິທະພັນດັ່ງກ່າວໄດ້ເວົ້າວ່າ ຫໍພິພິທະພັນມີວັດຖຸຫຼາຍກວ່າ 20,000
ຢ່າງ ທີ່ກ່ຽວຂ້ອງກັບປະຫວັດສາດຂອງ ບຣາຊິລ ແລະ ປະເທດອື່ນໆ ພ້ອມກັບວັດຖຸ
ຫຼາຍຢ່າງ ຈາກກະສັດຂອງ ບຣາຊິລ.

ທ່ານນາງ ມາຣີນາ ຊິລວາ, ຜູ້ລົງແຂ່ງຂັນ ເພື່ອການເລືອກຕັ້ງປະທານາທິບໍດີ ໃນ
ເດືອນໜ້າໄດ້ເວົ້າວ່າ ໄຟໄໝ້ເປັນຄືກັບການຜ່າຕັດຄວາມຊົງຈຳຂອງປະຊາຊົນ ບຣາ
ຊິລ.”

ມັນບໍ່ມີການລະບຸໃນທັນທີວ່າ ມີຜູ້ໃດ ໄດ້ເສຍຊີວິດ ຫຼື ບາດເຈັບໃນເຫດໄຟໄໝ້ ທີ່ໄດ້
ລຸກຂຶ້ນຫຼັງຈາກຫໍພິພິດທະພັນໄດ້ປິດລົງ.

ບັນດານັກດັບໄຟ ທຳອິດ ໄດ້ບຸກເຂົ້າໄປ ໃນຫໍພິພິດທະພັນ ໃນຄວາມພະຍາຍາມທີ່
ຈະຄວບຄຸມໄຟໄວ້ໃຫ້ໄດ້ ໃນຂະນະທີ່ກັອກນໍ້າທີ່ຢູ່ໃກ້ຄຽງທີ່ສຸດໄດ້ແຫ້ງລົງ. ໂຄສົກ
ກົມດັບໄຟ ໄດ້ກ່າວວ່າ ລົດດັບໄຟໄດ້ຖືກ ສົ່ງໄປເອົານໍ້າຢູ່ໃນທະເລສາບທີ່ຢູ່ໃກ້ຄຽງ
ຂຶ້ນມາ.

ນອກຈາກວັດຖຸບູຮານຂອງ ບຣາຊິລ ແລ້ວ, ຫໍພິພິດທະພັນແຫ່ງຊາດໃນນະຄອນ
ຣີໂອ ເດ ຈາເນໂຣ ຍັງມີວັດຖຸບູຮານ ອີຈິບ ແລະ ກຣີສ-ໂຣມັນ ແລະ ໂຄງກະດູກທີ່
ເກົ່າແກ່ທີ່ສຸດໃນ ທະວີບອາເມຣິກາ.

ຫໍພິພິດທະພັນແຫ່ງຊາດດັ່ງກ່າວ ແມ່ນສ່ວນນຶ່ງຂອງ ມະຫະວິທະຍາໄລ ຂອງລັດ
ຖະບານກາງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG