ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໄຟໄໝ້ຢູ່ເທິງກຳປັ່ນບັນທຸກຕູ້ສິນຄ້າ 'ຖືກຄວບຄຸມໄວ້ໄດ້' ຫຼັງຈາກສົ່ງຄວັນແກັສພິດ ອອກມາຢ່າງຕໍ່ເນື່ອງ ນອກແຄມຝັ່ງຂອງ ການາດາ


ໃນພາບນີ້ ທີ່ໄດ້ຖືກເປີດເຜີຍໂດຍໜ່ວຍຍາມຝັ່ງຂອງ ການາດາ ແລະໄດ້ຮັບຈາກອົງການຂ່າວ AFP ໃນວັນທີ 24 ຕຸລາ 2021, ໃຫ້ເຫັນຄວັນກຳລັງພຸ່ງຂຶ້ນຈາກທາງຂ້າງຂອງຕູ້ເກັບສິນຄ້າ ຂອງກຳປັ່ງ Zim Kingston ຢູ່ນອກຝັ່ງມະຫາສະໝຸດປາຊີຟິກ ຂອງການາດາ.
ໃນພາບນີ້ ທີ່ໄດ້ຖືກເປີດເຜີຍໂດຍໜ່ວຍຍາມຝັ່ງຂອງ ການາດາ ແລະໄດ້ຮັບຈາກອົງການຂ່າວ AFP ໃນວັນທີ 24 ຕຸລາ 2021, ໃຫ້ເຫັນຄວັນກຳລັງພຸ່ງຂຶ້ນຈາກທາງຂ້າງຂອງຕູ້ເກັບສິນຄ້າ ຂອງກຳປັ່ງ Zim Kingston ຢູ່ນອກຝັ່ງມະຫາສະໝຸດປາຊີຟິກ ຂອງການາດາ.

ໜ່ວຍຍາມຝັ່ງຂອງການາດາ ໄດ້ກ່າວໃນວັນອາທິດວານນີ້ວ່າ ໄຟທີ່ໄໝ້ຕູ້ຂົນສົ່ງສິນຄ້າເທິງກຳປັ່ນລຳນຶຶ່ງໄດ້ສົ່ງຄວັນແກັສເປັນພິດອອກມານັ້ນ ຖືກຄວບຄຸມ “ບໍ່ໃຫ້ລາມອອກໄປ” ໄວ້ໄດ້ ແລະວ່າ ບັດນີ້ຕົນວາງແຜນທີ່ຈະສົ່ງທີມໜ່ວຍດັບໄຟຂຶ້ນໄປເທິງກຳປັ່ນເພື່ອດັບໄຟທີ່ຍັງເຫຼືອຢູ່ໃຫ້ໝົດ ອີງຕາມອົງການຂ່າວ ເອແອັຟພີ (AFP).

ກຳປັ່ນທີ່ມີຊື່ວ່າ Zim Kingston ໄດ້ຈອດຢູ່ທ່າເຮືອຂອງເມືອງວິກຕໍເຣຍໃນແຂວງບຣິຕິສ ໂຄລຳເບຍຂອງການາດາ ຕັ້ງຢູ່ທີ່ແຫຼມ ຮວນເດີຟູກາ ຊຶ່ງເປັນເຂດພົມແດນທາງທະເລລະຫວ່າງການາດາ ແລະສະຫະລັດ ອີງຕາມເວັບໄຊທີ່ຊື່ວ່າ Marine Traffic ທີ່ຕິດຕາມການສັນຈອນທາງທະເລ.

ກຳປັ່ນລຳດັ່ງກ່າວ ກຳລັງມຸ້ງໜ້າໄປຍັງເມືອງແວນຄູເວີ ຊຶ່ງໃນເວລານັ້ນ ໄຟໄດ້ລຸກໄໝ້ຂຶ້ນ ຊຶ່ງໄດ້ຖືກລາຍງານໄປໃຫ້ໜ່ວຍຍາມຝັ່ງຊາບ ໃນເວລາປະມານ 11 ໂມງຕອນແລງ ຕາມເວລາໃນທ້ອງຖິ່ນຂອງວັນເສົາຜ່ານມານີ້ ດັ່ງທີ່ອົງການຂ່າວ CBS ໄດ້ລາຍງານ.

ພວກລູກເຮືອທັງໝົດຈຳນວນ 16 ຄົນໄດ້ຖືກຍົກຍ້າຍອອກຈາກກຳປັ່ນ ໂດຍມີເຫຼືອອີກ 5 ຄົນທີ່ຍັງຢູ່ເທິງກຳປັ່ນ.

ໜ່ວຍຍາມຝັ່ງຂອງການາດາ ໄດ້ປະກາດໃນວັນອາທິດວານນີ້ ວ່າ ໄຟທີ່ລຸກໄໝ້ບັດນີ້ “ໄດ້ຖືກຄວບຄຸມໄດ້ແລ້ວ” ໃນຂະນະດຽວກັນ ກໍໄດ້ກ່າວວ່າ ພາຍຸຂະໜາດແຮງຢູ່ແຄມຝັ່ງກ້ຳຕາເວັນຕົກຄາດໝາຍວ່າ ຈະເຄື່ອນຕົວເຂົ້າມາໃນວັນຈັນມື້ນີ ຊຶ່ງອາດຈະເຮັດໃຫ້ແຜນການສົ່ງໜ່ວຍດັບໄຟຂຶ້ນກຳປັ່ນນັ້ນ ຖືກຍົກເລີກກໍເປັນໄດ້.

ໜ່ວຍຍາມຝັ່ງໄດ້ກ່າວວ່າ “ຂຶ້ນຢູ່ກັບສະພາບອາກາດໃນວັນຈັນມື້ນີ້ ທີ່ວ່າ ໜ່ວຍດັບໄຟທີ່ຮັບມືກັບວັດຖຸອັນຕະລາຍ ຈະຂຶ້ນໄປກຳປັ່ນເພື່ອຕໍ່ສູ້ດັບໄຟທີ່ຍັງເຫຼືອ ແລະຮັບປະກັນວ່າ ໄຟຈະຖືກດັບໝົດ ຫຼືບໍ່.”

ອີງຕາມການບອກເລົ່າຂອງໄຟໄໝ້ທີ່ແຕກຕ່າງກັນໄປ ໂດຍທີ່ໜ່ວຍຍາມຝັ່ງ ກ່າວວ່າ “ໄຟໄດ້ລຸກລາມຂຶ້ນຢູ່ພາຍໃນຕູ້ຂົນສິນຄ້າຈຳນວນ 5 ຕູ້” ໃນຂະນະທີ່ເຈົ້າຂອງກຳປັ່ນ Cypriot ຂອງບໍລິສັດຂົນສົ່ງທາງທະເລ Danos Shipping ກ່າວວ່າ ມັນໄດ້ເກີດຂຶ້ນໃນສອງຕູ້ສິນຄ້າ.

ເຖິງຢ່າງໃດກໍຕາມ “ຄວັນແກັສພິດ” ທີ່ໜ່ວຍຍາມຝັ່ງ ໄດ້ກ່າວວ່າ ເປັນໄພອັນຕະລາຍໄດ້ພຸ່ງອອກມາຈາກກຳປັ່ນຢູ່ຕະຫຼອດ ແລະໄດ້ເນັ້ນຢ້ຳວ່າ ມັນບໍ່ມີຄວາມສ່ຽງຕໍ່ຜູ້ຄົນທີ່ຢູ່ເທິງແຄມຝັ່ງ.

ໄຟໄໝ້ດັ່ງກ່າວ ເປັນສາເຫດມາຈາກ “ສະພາບອາກາດທີ່ຮ້ອນເກີນໄປ” ດັ່ງທີ່ບໍລິສັດ ດາໂນສ (Danos) ໄດ້ກ່າວໄປ ແລະກ່າວຕື່ມອີກວ່າ ໄດ້ມີລາຍງານວ່າ ບໍ່ມີຜູ້ໃດໄດ້ຮັບບາດເຈັບ.

ບໍລິສັດນີ້ ໄດ້ກ່າວອີກວ່າ ຕົນກຳລັງສົ່ງທີມງານເພື່ອກວດກາຊັ່ງຊາຄວາມເສຍຫາຍ ຂຶ້ນໄປກຳປັ່ນ “ເພື່ອຮັບປະກັນວ່າ ສະພາບການທັງຫຼາຍແມ່ນປອດໄພເໝາະສົມທີ່ຈະສົ່ງພວກລູກເຮືອກັບຄືນໄປກຳປັ່ນໄດ້.”

ເຮືອລາກກຳປັ່ນສຸກເສີນຫຼາຍລຳ ກຳລັງລາກກຳປັ່ນດັ່ງກ່າວ ແລະ ໜ່ວຍຍາມຝັ່ງຂອງການາດາ ມີກຳນົດຈະຂຶ້ນໄປກວດກາເບິ່ງກຳປັ່ນໃນຕອນຂ້າມຄືນ ເພື່ອຮັບປະກັນວ່າ ທຸກຢ່າງຍັງປອດໄພຢູ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG