ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ໄຟ​ໄໝ້​ທີ່​ລັດ​ເຊຍ


ບັນດາ​ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກ​ຂອງ​ຣັດ​ເຊຍ​ ກໍາລັງ​ເຕືອນ​ປະຊາຊົນ​ໃນ​ກຸງ​ມອສກູ ​ໃຫ້​ປ້ອງ​ກັນ​ຕົນ​ເອງ​ຈາກ​ຄວັນ​ໄຟ​ທີ່​ມືດ​ກຸ້ມປົກ​ຄຸມ​ໄປ​ທົ່ວນະຄອນຫລວງທີ່​ມາ​ຈາກໄຟ​ໄໝ້​ປ່າ​ແລະ​ໄຟ​ໄໝ້​ຂີ້​ເຫຍື້ອ​ນັ້ນ.

ຄວັນ​ໄຟ​ທ່ີເປັນ​ອັນຕະລາຍ​ນີ້​ໄດ້​ແຊກ​ຊຶມ​ເຂົ້າ​ໄປ​ໃນ​ບ້ານ​ເຮືອນ​ແລະຫ້ອງການ ຮວມທັງໃນ​ສະຖານີລົດໄຟໃຕ້​ດິນ​ນັ້ນນໍາ.

ໄຟ​ໄໝ້ຄັ້ງ​ນີ້ເປັນ​ຜົນ​ສືບ​ເນື່ອງ​ມາ​ຈາກ​ຄວາມ​ແຫ້ງ​ແລ້ງ ​ແລະ​ຄື້ນຟອງອາກາດ​ທີ່ຮ້ອນອົບ​ເອົ້າຫລາຍ ທີ່​ໄດ້​ເຮັດ​ໃຫ້​ອຸນຫະພູມ​ຂອງ​ອາກາດ​ໃນກຸງ​ມອສກູ​ສູງກາຍ 40 ອົງສາ ຊັງ​ຕິ​ກຣາດ ​ໃນ​ແຕ່​ລະ​ມື້.

ໄຟ​ໄໝ້​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວ 48 ຄົນ ​ແລະ​ທໍາລາຍ​ບ້ານ​ເຮືອນຫລາຍ​ພັນ​ຫລັງ​ໃນ​ຫລາຍ​ໝູ່​ບ້ານ​ແລະ​ຫລາຍ​ເມືອງ.

ແປວ​ໄຟໄດ້​ລາມ​ໄປ​ຮອດໃກ້ໆ​ກັບ​ສູນ​ກາງຄົ້ນຄວ້າອາວຸດ​ນີວເຄລຍ​ໃຫຍ່ຂອງຣັດ​ເຊຍແລະ​ໄດ້​ທໍາ​ຄວາ​ມ​ເສຍ​ຫາຍ​ຢ່າງ​ໜັກ​ໃຫ້​ແກ່​ຖານ​ທັບ​ອາກາດ​ແຫ່ງ​ນຶ່ງ​ໃກ້ໆ​ກັບ​ກຸງ​ມອສກູ​. ສື່ມວນ​ຊົນ ຣັດ​ເຊຍລາຍ​ງານ​ວ່າ ​ເຮືອບິນ​ກອງທັບອາກາດ 200 ລໍາ​ໄດ້​ຖືກ​ທໍາລາຍ.

ປະທານາທິບໍດີ Dmitri Medvedev ​ໄດ້ໄລ່​ຫົວໜ້າ​ຝ່າ​ຍການບິນ​ຂອງກອງທັບເຮືອແລະ​ນາຍ​ທະຫານ​ຂັ້ນ​ສູງ​ອີກ 6 ຄົນອອກ​ ຍ້ອນ​ໄດ້ພະຍາຍາມ​ປົກ​ປິດ​ຂ່າວ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ຕໍ່​ຖານ​ທັບ​ອາກາດ​ນັ້ນ.

XS
SM
MD
LG