ໄຟໄໝ້ໃນຕອນເຊົ້າວັນພະຫັດມື້ນີ້ ຢູ່ທີ່ໂຮງຮຽນສອນສາສະໜາ ຂອງເອກກະຊົນ
ແຫ່ງນຶ່ງ ໃນນະຄອນຫຼວງກົວລາລຳເປີຣ໌ ຂອງມາເລເຊຍ ເຮັດໃຫ້ມີຜູ້ເສຍຊີວິດ
24 ຄົນ.
ບັນດາເຈົ້າໜ້າທີ່ດັບໄຟ ກ່າວວ່າ ໄຟໄໝ້ໃນຕອນກ່ອນຟ້າແຈ້ງ ຢູ່ທີ່ໂຮງຮຽນ Darul
Quran Ittifaqiyah ໄດ້ເກີດຂຶ້ນຢູ່ໃນອາຄານຫໍພັກ ຊັ້ນສູງສຸດ ບ່ອນທີ່ພວກນັກຮຽນ
ກຳລັງພາກັນນອນຫລັບຢູ່. ພວກຜູ້ເຄາະຮ້າຍ ແມ່ນເດັກຊາຍ 22 ຄົນ ທີ່ມີອາຍຸ
ລະຫວ່າງ 13 ຫາ 17 ປີ ແລະ ຜູ້ໃຫຍ່ 2 ຄົນ ທີ່ເປັນນາຍຄູ ພວກເຂົາເຈົ້າ ບໍ່ສາມາດ
ຫລົບໜີອອກມາໄດ້ ຍ້ອນວ່າ ທາງເຂົ້າອອກຂອງຫໍພັກ ມີພຽງແຫ່ງດຽວເທົ່ານັ້ນ ທີ່ໄດ້
ຖືກໄຟໄໝ້ຕັນຢູ່ ແລະປ່ອງຢ້ຽມທັງຫຼາຍກໍຖືກປິດດ້ວຍ ຕາໜ່າງເຫຼັກ.
ພວກຜູ້ເຫັນເຫດການ ກ່າວວ່າ ພວກເຂົາສາມາດໄດ້ຍິນສຽງ ຮ້ອງຂໍຄວາມຊ່ອຍເຫຼືອ
ຈາກພວກນັກຮຽນ ໃນຂະນະທີ່ໄຟກຳລັງລຸກຂຶ້ນຢູ່ນັ້ນ. ພວກເຈົ້າໜ້າທີ່ດັບໄຟກ່າວວ່າ
ພວກນັກຮຽນເຫຼົ່ານັ້ນ ມີຄວາມເປັນໄປໄດ້ສູງ ທີ່ໄດ້ເສຍຊີວິດຍ້ອນການຫາຍໃຈເອົາ
ຄວັນໄຟ.
ຜູ້ອາໄສຢູ່ໃນຫໍພັກອີກ 18 ຄົນ ໄດ້ຖືກຊ່ອຍອອກມາໄດ້ ໂດຍມີ 6 ຄົນໃນຈຳນວນ
ດັ່ງກ່າວ ຢູ່ໃນສະພາບທີ່ສາຫັດ ແລະ ໄດ້ຖືກສົ່ງໄປຮັກສາປິ່ນປົວຢູ່ທີ່ໂຮງໝໍ.
ສາເຫດຂອງໄຟໄໝ້ ຍັງມີການສືບສວນສອບສວນຢູ່ ແຕ່ບັນດາເຈົ້າໜ້າທີ່ເຊື່ອວ່າ
ມັນໄດ້ເກີດຂຶ້ນ ຍ້ອນໄຟຟ້າລັດວົງຈອນ.
ໂຮງຮຽນສອນສາສະໜາ Darul Quran Ittifaqiyah ເປັນນຶ່ງໃນ 100 ກວ່າໂຮງຮຽນ
ຢູ່ໃນມາເລເຊຍ ທີ່ຮູ້ຈັກກັນໃນຊື່ “tahfiz” ຊຶ່ງເປັນບ່ອນທີ່ພວກເດັກ ນ້ອຍ ໄປຮຽນ
ແລະ ທ່ອງຄຳພີ Koran. ພວກໂຮງຮຽນເຫຼົ່ານີ້ ແມ່ນບໍ່ໄດ້ຖືກຄວບຄຸບໂດຍລັດຖະບານ.
ໜັງສືພິມ Star ກ່າວວ່າ ໜ່ວຍດັບໄຟ ໄດ້ບັນທຶກ ກໍລະນີໄຟໄໝ້ໄວ້ 211 ຄັ້ງ ຢູ່ທີ່
ໂຮງຮຽນ tahfiz ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ. 16 ຄົນສາມາດຫຼົບໜີໄຟໄໝ້ຢູ່ທີ່
ໂຮງຮຽນ tahfiz ໃນລັດ Kedah ທາງ ພາກເໜືອຂອງປະເທດ ເມື່ອເດືອນສິງຫາ
ຜ່ານມາ. ໂຮງຮຽນສອນສາສະໜາ ທັງຫຼາຍ ໄດ້ຕົກຢູ່ພາຍໃຕ້ການກວດສອບເລື້ອຍມາ
ຕັ້ງແຕ່ ເດັກນ້ອຍຜູ້ຊາຍ ອາຍຸ 11 ປີ ໄດ້ເສຍຊີວິດ ຫຼັງຈາກ ທີ່ປາກົດວ່າ ລາວໄດ້ຖືກ
ລ່ວງລະເມີດ ຢູ່ໃນລັດ Johor ທາງພາກໃຕ້ຂອງປະເທດ.
ໂຮງຮຽນ Darul Quran Ittifaqiyah ຫາກໍຍື່ນຄຳຮ້ອງ ຕໍ່ບັນດາເຈົ້າໜ້າທີ່ຂອງເມືອງ ເພື່ອຂໍອະນຸຍາດ ກ່ຽວກັບ ຄວາມປອດໄພຂອງອາຄານຈາກໄຟໄໝ້.