ພວກນັກດັບເພີງຢູ່ໃນລັດຄາລິຟໍເນຍ ທີ່ຕັ້ງຢູ່ພາກຕາເວັນຕົກ ຂອງສະຫະລັດ ນັ້ນ ໄດ້ຕໍ່ສູ້ກັບແປວໄຟອັນໃໝ່ໃນວັນຈັນວານນີ້ ທີ່ລຸກຂຶ້ນຢູ່ໃກ້ກັບຫໍພິພິດທະພັນເກດທີ (Getty) ໃນນະຄອນລອສ ແອນເຈີລິສ, ຊຶ່ງເປັນແປວໄຟຫລ້າສຸດ ຢູ່ໃນເຫດໄຟໄໝ້ທີ່ລຸກຂຶ້ນຫລາຍຄັ້ງຕິດຕໍ່ກັນທີ່ໄດ້ເຜົາໄໝ້ໄປທົ່ວລັດດັ່ງກ່າວ.
ໄຟໄໝ້ຢູ່ຝ່າຍຕາເວັນຕົກຂອງນະຄອນລອສແອນເຈີລີສ ໄດ້ແຜ່ລາມໄປກວ້າງ ກວ່າ 250 ເຮັກຕາ ນັບແຕ່ມັນໄດ້ເລີ້ມໄໝ້ໃນຕອນເຊົ້າ ກ່ອນຕາເວັນຂຶ້ນຂອງວັນຈັນວານນີ້ ແລະໄດ້ໄໝ້ເຮືອນຢ່າງໜ້ອຍ 8 ຫລັງແລ້ວ. ເຂດດັ່ງກ່າວເປັນບ່ອນທີ່ມີເຮືອນທີ່ລາຄາແພງທີ່ສຸດຈຳນວນນຶ່ງຂອງເມືອງດັ່ງກ່າວ ແລະໄຟໄໝ້ໄດ້ບັງຄັບໃຫ້ຫລາຍພັນຄົນຕ້ອງຫລົບໜີໄປ.
ນັກກິລາບານບ້ວງດາວເດັ່ນ, ທ່ານ ເລີບຣັອນ ເຈມສ໌ (LeBron James) ຜູ້ທີ່ອາໄສຢູ່ໃນເຂດດັ່ງກ່າວເວົ້າວ່າ ໄດ້ຫລົບໜີອອກໄປພ້ອມກັບຄອບຄົວຂອງທ່ານ ແຕ່ວ່າ ກໍຊອກຫາໂຮງແຮມທີ່ຫວ່າງຢູ່ໃນເຂດໃກ້ໆນັ້ນ ຍາກຫລາຍ.
"ໃນທີ່ສຸດກໍໄດ້ພົບບ່ອນຢູ່ສຳລັບພວກເຮົາ ບ່ອນນຶ່ງ!" ນັ້ນຄືຄຳເວົ້າຂອງນັກກິລາຂອງທີມລອສແອນເຈີລິສ ແລັກເຄີສ໌ (Los Angeles Lakers) ຂຽນຢູ່ໃນທວີດເຕີ. ທ່ານຂຽນຕໍ່ໄປອີກວ່າ "ເປັນຄືນທີ່ບ້າບໍຂະໜາດເລີຍ!"
ໄຟທີ່ລຸກໄໝ້ໃນວັນຈັນວານນີ້ ແມ່ນຢູ່ໃກ້ກັບທາງດ່ວນ 405 ທີ່ເຊື່ອມໂຍງຫລາຍລັດ ແລະພວກທີ່ເດີນທາງຢູ່ຕາມທາງດ່ວນນັ້ນ ໄດ້ຖ່າຍຮູບແລ້ວເອົາລົງໃນສື່ສັງຄົມອອນລາຍ ສະແດງໃຫ້ເຫັນວ່າໂນນສູງຕ່າງໆ ຢູ່ອ້ອມແອ້ມທາງດ່ວນນັ້ນ ເຕັມໄປດ້ວຍແປວໄຟລຸກໄໝ້ຢູ່. ພວກເຈົ້າໜ້າທີ່ດັບເພີງກຳລັງຕິດຕາມເບິ່ງລະດັບໄພຂົ່ມຂູ່ຂອງຄວາມຊຸ່ມທີ່ຕ່ຳ ແລະລົມແຮງ ຢູ່ໃນສອງ ສາມມື້ຂ້າງໜ້ານີ້ ທີ່ຈະເຮັດໃຫ້ການຕໍ່ສູ້ກັບໄຟພົບຄວາມຫຍຸ້ງຍາກຂຶ້ນໄປອີກ.
ພວກເຈົ້າໜ້າທີ່ຢູ່ຫໍພິພິດທະພັນເກດທີ (Getty) ເວົ້າວ່າ ໄຟບໍ່ໄດ້ໄປໃກ້ກັບຕຶກອາຄານທີ່ມີຝາເຮັດດ້ວຍຫີນກ້ອນໃຫຍ່ໜາ ເພື່ອປ້ອງກັນບໍ່ໃຫ້ໄຟໄໝ້ໄດ້ນັ້ນເລີຍ.
ພວກເຈົ້າໜ້າທີ່ດັບເພີງຂອງລັດຄາລິຟໍເນຍ ໄດ້ຕໍ່ສູ້ກັບໄຟໄໝ້ພ້ອມກັນຢ່າງເນື່ອງນິດລຽນຕິດຫລາຍກັນຢູ່ໃນລັດດັ່ງກ່າວ ຊຶ່ງລວມທັງໄຟໄໝ້ຄັ້ງໃຫຍ່ຢູ່ໃນ ເຂດເມືອງໂຊໂນມາ (Sonoma) ຢູ່ທາງພາກເໜືອຂອງລັດ ທີ່ເປັນບ່ອນຕັ້ງຂອງບໍລິສັດຜະລິດເຫລົ້າວາຍທີ່ມີຊື່ສຽງຫລາຍບໍລິສັດຂອງລັດນັ້ນ.
ບັນດາຈົ້າໜ້າທີ່ດັບເພີງຫວັງວ່າ ເຖິງແມ່ນຈະມີລົມກັບມາອີກໃນວັນອັງຄານ ມື້ນີ້, ໃນຫລາຍມື້ຕໍ່ໜ້ານີ້ ຈະມີສິ່ງທີ່ພວກນັກພະຍາກອນອາກາດເວົ້າວ່າ ຈະເປັນສະພາບທີ່ດີກວ່າ ທີ່ຈະເຮັດໃຫ້ພວກພະນັກງານສາມາດເອົາໄຟຄິນເຄດ (Kincade) ມາຢູ່ໃນລະດັບທີ່ສະກັດກັ້ນໄວ້ໄດ້.
ໄຟໄໝ້ທີ່ກວາມເອົາເນື້ອທີ່ຫລາຍກວ່າ 30,000 ເຮັກຕານັ້ນ ໄດ້ຖືກສະກັດກັ້ນໄວ້ໄດ້ແລ້ວ 15 ເປີເຊັນ ແລະໄດ້ທຳລາຍໂຄງສ້າງຕຶກອາຄານຕ່າງໆ ຫລາຍ ກວ່າ 120 ແຫ່ງແລ້ວ ມາຮອດຕອນແລງວັນຈັນວານນີ້.